ຝູງຊົນຈໍານວນຫລວງຫລາຍໄດ້ໄປເຕົ້າໂຮມກັນ ໃນນະຄອນ
ຫລວງໄຄໂຣ ເພື່ອປະກອບ ສ່ວນໃນການເດີນຂະບວນຂອງ
ມະຫາຊົນ ທີ່ໄດ້ມີການວາງແຜນໄວ້ ເພື່ອຮຽກຮ້ອງໃຫ້ ປະທາ
ນາທິບໍດີ Mohamed Morsi ລົງຈາກຕໍາແໜ່ງ.
ພວກຈັດການປະທ້ວງໃນວັນອາທິດມື້ນີ້ ກ່າວອ້າງວ່າ ມີຫລາຍ
ກວ່າ 22 ລ້ານຄົນ ໄດ້ເຊັນໃບຮ້ອງຮຽນໃຫ້ ຜູ້ນໍາຫົວເຄ່ງຄັດໃນສາສະໜາອິສລາມດັ່ງກ່າວລາອອກຈາກຕໍາແໜ່ງ ໂດຍຢືນຢັດ
ວ່າ ຈໍານວນຄົນປະທ້ວງດັ່ງກ່າວເປັນການສໍ່ສະແດງໃຫ້ເຫັນວ່າ ສາທາລະນະຊົນພາກັນຕໍ່ຕ້ານການປົກຄອງຂອງທ່ານຫລາຍ
ປານໃດ.
ຝູງຊົນອັນໜາແໜ້ນໄດ້ເລີ້ມໂຮມຊຸມນຸມກັນຢູ່ຈະຕຸລັດ Tahrir ໃນຕອນແລງວັນເສົາວານນີ້
ລ່ວງໜ້າການເດີນຂະບວນປະທ້ວງ ທີ່ໄດ້ວາງແຜນໄວ.
ມີລາຍງານວ່າ ຢ່າງໜ້ອຍມີ 7 ຄົນເສຍຊີວິດໄປ, ລວມທັງຜູ້ນຶ່ງທີ່ເປັນສັນຊາດອາເມຣິກັນ
ແລະອີກຫລາຍຮ້ອຍຄົນໄດ້ຮັບບາດເຈັບ ຢູ່ໃນການປະທະກັນລະຫວ່າງ ພວກ ສະໜັບ
ສະໜຸນ ແລະຕໍ່ຕ້ານທ່ານ Morsi ໃນຮອບອາທິດຜ່ານມານີ້.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວໃນວັນເສົາວານນີ້ວ່າ ສະຫະລັດ ກໍາລັງມອງເບິ່ງ ຄວາມວຸ້ນວາຍທາງການເມືອງ ທີ່ນັບມື້ນັບເພີ້ມທະວີຂຶ້ນຂອງອີຈິບນັ້ນ ດ້ວຍຄວາມເປັນຫ່ວງ.
ໃນລະຫວ່າງກອງປະຊຸມຖະແຫລງຂ່າວຮ່ວມກັນ ກັບປະທານາທາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ນັ້ນ ທ່ານໂອບາມາເວົ້າວ່າ ສະຫະລັດສະໜັບສະໜຸນວິທີການ ແບບສັນຕິ ທີ່ຈະນໍາເອົາການປ່ຽນແປງມາສູ່ອີຈິບ. ທ່ານໂອບາມາເວົ້າວ່າ:
“ຂ້າພະເຈົ້າຄິດວ່າທຸກຝ່າຍຕ້ອງປະນາມການກໍ່ຄວາມຮຸນແຮງ. ພວກເຮົາ
ຢາກເຫັນຝ່າຍຕໍ່ຕ້ານ ແລະປະທານາທິບໍດີ Morsi ທໍາການສົນທະນາກັນ ໃນລັກສະນະທີ່ສ້າງສັນຂຶ້ນກວ່າເກົ່າ ກ່ຽວກັບວ່າ ພວກເຂົາເຈົ້າຈະເອົາປະ
ເທດຊາດ ຂອງຕົນກ້າວໜ້າໄປແບບໃດ ເພາະວ່າ ບໍ່ມີໃຜ ໄດ້ຮັບຜົນປະ
ໂຫຍດຈາກສະພາບ ທີ່ສູ້ຢັນກັນ ຢູ່ໃນເວລານີ້ເລີຍ.”
ພວກເຈົ້າໜ້າທີ່ເວົ້າວ່າ ມີສາມຄົນຖືກສັງຫານໃນວັນສຸກຜ່ານມາຊຶ່ງລວມທັງທ້າວ Andrew
Pochter ນັກສຶກສາອາເມຣິກັນໜຸ່ມທີ່ຖືກແທງຈົນຕາຍໃນຂະນະທີ່ຖ່າຍຮູບ ເອົາການເດີນ
ຂະບວນປະທ້ວງ ຢູ່ນະຄອນ Alexandria.
ເບິ່ງວີດິໂອກ່ຽກັບຂ່າວນີ້: