ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ອີຈິບ ປ່ອນບັດຮອບ 2 ຮັບຮອງເອົາ ຮ່າງລັດຖະທຳມະນູນ


ພວກແມ່ຍິງ ລໍຖ້າປ່ອນບັດໃນການລົງປະຊາມະຕິ ກ່ຽວກັບຮ່າງລັດຖະທຳມະນູນ ຢູ່ນອກໜ່ວຍປ່ອນບັດແຫ່ງນຶ່ງ ທີ່ເມືອງ Giza (22 ທັນວາ 2012)
ພວກແມ່ຍິງ ລໍຖ້າປ່ອນບັດໃນການລົງປະຊາມະຕິ ກ່ຽວກັບຮ່າງລັດຖະທຳມະນູນ ຢູ່ນອກໜ່ວຍປ່ອນບັດແຫ່ງນຶ່ງ ທີ່ເມືອງ Giza (22 ທັນວາ 2012)
ໜ່ວຍປ່ອນບັດແຫ່ງຕ່າງໆໃນປະເທດອີຈິບໄດ້ໄຂແລ້ວ ໃຫ້ຜູ້ຄົນ
ໄປລົງຄະແນນ ສຽງໃນການລົງປະຊາມະຕິຮອບ 2 ຊຶ່ງເປັນຮອບ
ສຸດທ້າຍ ເພື່ອຮັບຜ່ານຮ່າງລັດຖະທຳມະນູນສະບັບໃໝ່ຂອງປະ
ເທດ. ໜ່ວຍປ່ອນບັດແຫ່ງຕ່າງໆໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນ
ເສົາມື້ນີ້.

ຜົນການນັບຄະແນນສຽງທີ່ເປັນບໍ່ທາງການສຳລັບການປ່ອນບັດ
ຮອບທຳອິດໃນມື້ວັນເສົາແລ້ວ ຊຶ່ງປະກົດວ່າມີຄະແນນສຽງເຫັນ
ພ້ອມ 57% ກັບຮ່າງລັດຖະທຳມະນູນສະບັບໃໝ່ນີ້.

ຮ່າງລັດຖະທຳມະນູນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜຸນ
ຈາກພັກພະລາດອນພາບມຸສລິມ ຊຶ່ງເປັນພັກທີ່ປະທານາທິບໍດີ
Mohamed Morsi ເຄີຍສັງກັດຢູ່.

ແຕ່ແນວໃດກໍຕາມ ບັນດາສະມາຊິກຂອງພັກຝ່າຍຄ້ານ ຫົວເສລີນິຍົມ ພັກທີ່ບໍ່ກ່ຽວຂ້ອງ ກັບສາສະໜາ ແລະພັກສາສະໜາຄຣິສຕຽນ ມີຄວາມຢ້ານກົວວ່າ ຮ່າງລັດຖະທຳມະນູນ ສະບັບນີ້ ຈະຕັດຮອນສິດເສລີພາບຂອງພົນລະເຮືອນ ຍ້ອນການມີບົດບາດເພີ້ມຂຶ້ນຂອງ ກົດໝາຍຂອງສາສະໜາອິສລາມ ແລະບໍ່ໄດ້ກ່າວເຖິງສິດທິຂອງພວກແມ່ຍິງເລີຍ.

ຮ່າງລັດຖະທຳມະນູນສະບັບນີ້ໄດ້ຮັບການອະນຸມັດໃນເດືອນແລ້ວໂດຍຄະນະກຳມະການ ທີ່ປະກອບດ້ວຍສະມາຊິກພັກສາສະໜາອິສລາມເປັນສ່ວນໃຫຍ່ຫຼັງຈາກສະມາຊິກຫົວເສ ລີນິຍົມ ແລະພວກທີ່ນັບຖືສາສະໜາຄຣິສຕຽນໄດ້ພາກັນຍ່າງອອກຈາກບ່ອນປະຊຸມ ໂດຍ ຈົ່ມທຸກວ່າ ທັດສະນະຄວາມເຫັນຂອງພວກເຂົາເຈົ້າບໍ່ໄດ້ຮັບຄວາມສົນໃຈເລີຍ.

ກ່ຽວຂ້ອງກັນ

XS
SM
MD
LG