ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບ ປະທ້ວງ ກ່ອນລົງປະຊາມະຕິ ຮອບສອງ


ຜູ້ປະທ້ວງຕໍ່ຕ້ານປະທານາທິບໍດີ Mohamed Morsi ຄົນນຶ່ງ ໃສ່ໜ້າກາກເປັນສີທຸງຊາດອີຈິບ ແລະຂຽນປ້າຍຄຳຂວັນໃສ່ໜ້າວ່າ ຈົ່ງພັງພິນາດ ກັບອຳນາດການປົກຄອງ Morshed ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ (21 ທັນວາ 2012)
ຜູ້ປະທ້ວງຕໍ່ຕ້ານປະທານາທິບໍດີ Mohamed Morsi ຄົນນຶ່ງ ໃສ່ໜ້າກາກເປັນສີທຸງຊາດອີຈິບ ແລະຂຽນປ້າຍຄຳຂວັນໃສ່ໜ້າວ່າ ຈົ່ງພັງພິນາດ ກັບອຳນາດການປົກຄອງ Morshed ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ (21 ທັນວາ 2012)
ຊາວອີຈິບ ຈຳນວນຫຼາຍພັນຄົນ ໄດ້ພາກັນລົງສູ່ຖະໜົນຫົນທາງ
ທີ່ເມືອງ ອາເລັກຊານເດຣຍ ໃນການໂຮມຊຸມນຸມປະທ້ວງ ກ່ອນ
ການປ່ອນບັດລົງປະຊາມະຕິຮອບສອງເພື່ອຮັບຮອງເອົາຮ່າງລັດ
ຖະທຳມະນູນທີ່ເປັນບັນຫາໂຕ້ແຍ້ງ.

ພວກປະທ້ວງໄດ້ພາກັນໂບກທຸງຊາດ ແລະຮ້ອງຄຳຂວັນໃນຂະ
ນະທີ່ພວກເຂົາເຈົ້າເດີນຂະບວນຢູ່ທີ່ເມືອງດັ່ງກ່າວໃນວັນສຸກມື້
ນີ້. ສ່ວນພັກສາສະໜາອິສລາມທີ່ນິຍົມແນວທາງເດີມກໍໄດ້ຮຽກ ຮ້ອງໃຫ້ມີການໂຮມຊຸມນຸມກັນຄັ້ງໃຫຍ່ກ່ອນການປ່ອນບັດຮອບ ສອງເພື່ອຮັບຮອງເອົາລັດຖະທຳມະນຸນ ໃນວັນເສົາມື້ອື່ນນີ້.

ມາດຕະການດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜຸນຈາກພັກ
ພະລາດອນພາບມຸສລິມຂອງປະທານາທິບໍດີ Mohamed Morsi
ແລະກຸ່ມ Salafist. ແຕ່ແນວໃດກໍຕາມ ບັນດາສະມາຊິກຂອງພວກນິຍົມເສລີແລະສາສະ ໜາຄຣິສຕຽນທີ່ເປັນຝ່າຍຄ້ານມີຄວາມຢ້ານກົວວ່າມາດຕະການນີ້ຈະພາໃຫ້ສິດເສລີພາບ
ຂອງພົນລະເຮືອນຖືກຕັດຮອນຍ້ອນບົດບາດທີ່ມີເພີ້ມຂຶ້ນຂອງກົດໝາຍສາສະໜາອິສລາມ
ແລະບໍ່ໄດ້ກ່າວເຖິງສິດທິຂອງພວກແມ່ຍິງເລີຍ.

ກ່ຽວຂ້ອງກັນ

XS
SM
MD
LG