ແຕກໜີ ໄປຈາກຈະຕຸລັດ Tahrir ໃນກຸງໄຄໂຣ ດ້ວຍການໃຊ້ລະ
ເບີດນໍ້າຕາ. ໃນຕອນເຊົ້າຂອງວັນເສົາມື້ນີ້ເຈົ້າໜ້າທີ່ຮັກສາຄວາມ
ສະຫງົບໄດ້ຍິງລະເບີດນໍ້າຕາເຂົ້າໃສ່ພວກປະທ້ວງ ຊຶ່ງສ່ວນຫຼວງ
ຫລາຍ ໄດ້ພາກັນນອນຄ້າງຄືນຢູ່ໃນບໍລິເວນດັ່ງກ່າວ ຊຶ່ງເປັນສະ
ຖານທີ່ໂຮມຊຸມນຸມປະທ້ວງທີ່ມີຊື່ສຽງໂດ່ງດັງນັ້ນ.
ໃນວັນສຸກວານນີ້ ພວກປະທ້ວງ ຢູ່ໃນຫຼາຍໆຫົວເມືອງຂອງອີຈິບ
ໄດ້ພາກັນໂຈມຕີສຳນັກງານຂອງພັກພະລາດອນພາບມຸສລິມຊຶ່ງ
ເປັນພັກລັດຖະບານທີ່ປົກຄອງປະເທດຢູ່ໃນເວລານີ້ ໃນຂະນະທີ່
ກຸ່ມນິຍົມແລະຕໍ່ຕ້ານລັດຖະບານທີ່ເປັນປໍລະປັກກັນ ພາກັນໂຮມ
ຊຸມນຸມທີ່ກຸງໄຄໂຣ ເພື່ອສະໜັບສະໜຸນແລະຄັດຄ້ານຕໍ່ດຳລັດປະ ທານາທິບໍດີສະບັບໃໝ່.
ການປະທ້ວງໄດ້ມີຂຶ້ນນຶ່ງມື້ຫຼັງຈາກປະທານາທິບໍດີອີຈິບ ທ່ານ Mohammed Morsi ໄດ້ ປະກາດໃຫ້ທ່ານຢູ່ເໜືອກົດໝາຍແລະເວົ້າວ່າການຕັດສິນໃຈຂອງທ່ານບໍ່ສາມາດຂໍອຸທອນ ຕໍ່ສານຫຼືອົງການໃດໆໄດ້.
ໃນຄຳປາໄສຕໍ່ພວກສະໜັບສະໜຸນທີ່ທຳນຽບປະທານາທິບໍດີໃນວັນສຸກວານນີ້ທ່ານ Morsi ກ່າວວ່າ ທ່ານຢາກນຳພາອີຈິບໃຫ້ກ້າວໄປຂ້າງໜ້າໃນຖານະທີ່ເປັນປະເທດທີ່ມີສະຖຽນ ລະພາບແລະມີຄວາມປອດໄພແລະກໍບໍ່ຕ້ອງການຢາກຈະເປັນຜູ້ຄວບຄຸມປະເທດແຕ່ພຽງ ຜູ້ດຽວເທົ່ານັ້ນ.