ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອີຈິບ ວາງແຜນ ປະທ້ວງ ຕໍ່ຕ້ານ ປະທານາທິບໍດີ (ສະໄລດ໌)


ພວກປະທ້ວງພາກັນບຸກແລະເອົາໄຟຈູດ ສຳນັກງານພັກພະລາດອນພາບມຸສລິມ ຂອງປະທານາທິບໍດີ Mohammed Morsi ທີ່ນະຄອນອາເລັກຊານເດຣຍ (23 ພະຈິກ 2012)
ພວກປະທ້ວງພາກັນບຸກແລະເອົາໄຟຈູດ ສຳນັກງານພັກພະລາດອນພາບມຸສລິມ ຂອງປະທານາທິບໍດີ Mohammed Morsi ທີ່ນະຄອນອາເລັກຊານເດຣຍ (23 ພະຈິກ 2012)
ພວກຝ່າຍຄ້ານໃນອີຈິບຮຽກຮ້ອງໃຫ້ມີການໂຮມຊຸມນຸມປະທ້ວງ
ໃນວັນສຸກມື້ນີ້ຫຼັງຈາກປະທານາທິບໍດີ Mohammed Morsi ໄດ້
ວາງໂຕຂອງທ່ານ ຢູ່ເໜືອຄວາມຜິດພາດລະເລີຍໃດໆ ແລະປະ
ກາດວ່າການຕັດສິນໃຈຂອງທ່ານບໍ່ສາມາດທີ່ຈະຂໍອຸທອນຕໍ່ສານ
ຫຼືອົງການໃດໆໄດ້.

ໂຄສົກຂອງປະທານາທິບໍດີ Morsi ໄດ້ປະກາດ ດຳລັດດັ່ງກ່າວ
ໃນວັນພະຫັດວານນີ້ໂດຍອ້າງເຖິງຄວາມຈຳເປັນເພື່ອປົກປ້ອງ
ການປະຕິວັດ. ບັນດາສະມາຊິກພັກຝ່າຍຄ້ານ ເອີ້ນການເຄື່ອນ
ໄຫວດັ່ງກ່າວນີ້ວ່າ ເປັນການກະທຳທີ່ຜິດກົດໝາຍ.

ນອກນັ້ນ ດຳລັດສະບັບນີ້ຍັງໄດ້ຫ້າມບໍ່ໃຫ້ຂະແໜງຕຸລາການ
ຂອງອີຈິບຍຸບສະພາສູງແລະສະພາທີ່ພວມຮ່າງລັດຖະທຳມະ
ນູນສະບັບໃໝ່ຂອງປະເທດ ຊຶ່ງສະຖາບັນທັງສອງແມ່ນຄອບງຳໂດຍພັກນິຍົມສາສະໜາ ອິສລາມທີ່ເປັນພັນທະມິດຂອງທ່ານ Morsi.

ຍິ່ງໄປກວ່ານັ້ນ ທ່ານ Morsi ຍັງສັ່ງໃຫ້ດຳເນີນຄະດີໃໝ່ ອະດີດພວກເຈົ້າໜ້າທີ່ ທີ່ໄດ້ໃຊ້ ຄວາມຮຸນແຮງໃນການປາບປາມການປະຕິວັດຂອງປະຊາຊົນປີກາຍນີ້ ທີ່ພາກັນລຸກຮືຂຶ້ນ ຕໍ່ຕ້ານປະທານາທິບໍດີ Hosni Mubarak ທີ່ກຳອຳນາດມາເປັນເວລາດົນນານ.

ພວກສະໜັບສະໜຸນທ່ານ Morsi ເວົ້າວ່າ ດຳລັດຂອງທ່ານ ແມ່ນຄອຍຖ້າມາດົນເກີນໄປ ແລ້ວແຕ່ທ່ານ Mohammed El Baradei ຜູ້ທີ່ເຄີຍໄດ້ຮັບລາງວັນໂນແບລກ່າວວ່າທ່ານ Morsi ແມ່ນໄດ້ພະຍາຍາມກຳອຳນາດຂອງປະເທດທັງໝົດໂດຍເຕືອນວ່າ ຈະມີຜົນທີ່ຕິດ ຕາມມາຢ່າງໜ້າຢ້ານກົວ. ນັກການເມືອງຫົວນິຍົມເສລີທ່ານນີ້ແມ່ນຜູ້ນຳພັກຝ່າຍຄ້ານຄົນ ສຳຄັນໃນອີຈິບແລະທ່ານເຄີຍເປັນຫົວໜ້າອົງການພະລັງງານປະລະມະນູສາກົນມາກ່ອນ.

ກ່ຽວຂ້ອງກັນ

XS
SM
MD
LG