ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ປະຕິກິລິຍາ ຕໍ່ການລາອອກ ຂອງທ່ານ Mubarak


ຊາວອີຈິບສະຫຼອງການລາອອກ ຂອງປະທານາທິບໍດີ Mubarak ດ້ວຍການຮ້ອງເຊຍ ໂບກທຸງຊາດ ບີບແກລົດ ແລະຈູດບັ້ງໄຟດອກ (12 ກຸມພາ 2011)
ຊາວອີຈິບສະຫຼອງການລາອອກ ຂອງປະທານາທິບໍດີ Mubarak ດ້ວຍການຮ້ອງເຊຍ ໂບກທຸງຊາດ ບີບແກລົດ ແລະຈູດບັ້ງໄຟດອກ (12 ກຸມພາ 2011)

ຈີນໄດ້ສະແດງປະຕິກິລິຍາແບບລະມັດລະວັງຕໍ່ຂ່າວກ່ຽວ
ກັບການລາອອກຂອງປະທານາທິບໍດີອີຈິບທ່ານ Hosni
Mubarak ດ້ວຍການຮຽກຮ້ອງໃຫ້ມີສະຖຽນລະພາບໃນ
ອີຈິບ.

ພັກຄອມມູນິສຈີນ ຊຶ່ງເປັນພັກລັດຖະບານທີ່ປົກຄອງປະ
ເທດໃນປັດຈຸບັນ ໄດ້ອອກຖະແຫຼງການດັ່ງກ່າວ ໃນວັນ
ເສົາມື້ນີ້ ແລະກ່າວຕື່ມວ່າ ມະຫາອຳນາດຕ່າງປະເທດບໍ່
ຄວນເຂົ້າໄປຍຸ່ງກ່ຽວໃນການເມືອງຂອງອີຈິບ.

ສື່ມວນຊົນພາຍໃນປະເທດຂອງຈີນໄດ້ລາຍງານຂ່າວກ່ຽວກັບການລາອອກແຕ່ບໍ່ໄດ້ໃຫ້ຄວາມ
ສຳຄັນ ຕໍ່ການໂຮມຊຸມນຸມປະທ້ວງຂະໜາດໃຫຍ່ ທີ່ມີຂຶ້ນກ່ອນໜ້ານັ້ນ. ພວກນັກຊ່ຽວຊານ
ກ່າວວ່າ ຈີນອາດມີຄວາມລະມັດລະວັງຢ້ານວ່າເຫດການໃນອີຈິບສາມາດກໍ່ໃຫ້ເກີດການປະ
ທ້ວງທີ່ຄ້າຍຄືກັນ ເພື່ອຕໍ່ຕ້ານລັດຖະບານຈີນ. ເວັບໄຊຕ່າງໆຂອງຈີນໄດ້ຈຳກັດການສະແດງ
ຄວາມຄິດຄວາມເຫັນຂອງປະຊາຊົນກ່ຽວກັບຄວາມວຸ້ນວາຍໃນອີຈິບ.

ໃນວັນເສົາມື້ນີ້ ນາຍົກລັດຖະມົນຕີອອສເຕຣເລຍທ່ານນາງ Julia Gillard ໄດ້ຮຽກຮ້ອງໃຫ້
ອີຈິບ ກຳນົດວັນເວລາທີ່ແນ່ນອນ ກ່ຽວກັບການເລືອກຕັ້ງທີ່ເສລີແລະຍຸດຕິທຳ.

ສ່ວນນາຍົກລັດຖະມົນຕີຍີ່ປຸ່ນທ່ານ Naoto Kan ກ່າວວ່າ ຍີ່ປຸ່ນຫວັງວ່າອີຈິບຈະມີບົດບາດ
ໃນທາງສ້າງສັນຢູ່ໃນພາກຕາເວັນອອກກາງ ຫຼາຍກວ່າໃນອະດີດຜ່ານມາ.

ໂຄສົກຂອງກະຊວງການຕ່າງປະເທດເກົາຫຼີໃຕ້ກ່າວວ່າ ເກົາຫຼີໃຕ້ເຄົາລົບການຕັດສິນໃຈໃນ
ການລາອອກຂອງທ່ານ Mubarak ແລະໃຫ້ຄຳໝັ້ນສັນຍາວ່າ ລັດຖະບານເກົາຫຼີໃຕ້ຈະດຳ
ເນີນງານຢ່າງໃກ້ຊິດກັບລັດຖະບານຊຸດໃໝ່ຂອງອີຈິບ.

XS
SM
MD
LG