ທັງໆທີ່ມີການຊີ້ບອກທີ່ເພີ່ມຂຶ້ນວ່າ ລະເບີດໄດ້ທຳລາຍເຮືອບິນ ໂດຍສານຂອງ ຣັດເຊຍ ລຳໜຶ່ງຢູ່ເທິງທ້ອງຟ້າຂອງແຫຼມ Sinai ໃນສັບປະດາທີ່ຜ່ານມານີ້ກໍຕາມ, ແຕ່ຫົວໜ້າຂອງໜ່ວຍງານສືບ ສວນສອບສວນ ອີຈິບ ກໍຍັງກ່າວວ່າ ຍັງບໍໄດ້ບັນລຸຂໍ້ສະຫຼຸບທີ່ແນ່ ນອນເທື່ອ.
ສຽງທີ່ບໍ່ສາມາດອະທິບາຍໄດ້ໃນລະຫວ່າງວິນາທີສຸດທ້າຍຂອງ ການບັນທຶກສຽງ ຈາກຫ້ອງຂັບເຮືອບິນມໍລະນະນັ້ນໄດ້ກະຕຸ້ນ ຄວາມສົນໃຈຢ່າງສຸດຂີດ, ແຕ່ວ່າຫົວໜ້ານັກສືບສວນສອບສວນ ຂອງ ອີຈິບ ທ່ານ Ayman al-Muqaddam ກໍໄດ້ກ່າວວ່າໜ່ວຍ ງານຂອງທ່ານບໍ່ສາມາດທີ່ຈະກຳນົດໄດ້ວ່າມັນເປັນສັນຍານຂອງ ການລະເບີດ ຫຼື ສິ່ງອື່ນ.
ທ່ານ Muqaddam ໄດ້ກ່າວວ່າຂໍ້ມູນທັງໝົດຈາກເຮືອບິນ Airbusຈາກ Sharm el-Sheik ເທິງທະເລແດງໄປຫານະຄອນ St. Petersburg ຂອງ ຣັດເຊຍ ໄດ້ສິ້ນສຸດລົງ ໃນເວລາ 23 ນາທີ ກັບ14 ວິນາທີ ຫຼັງຈາກບິນຂຶ້ນສູ່ທ້ອງຟ້າ, ໃນເວລາທີ່ກົນໄກຂັບເຮືອບິນອັດຕະໂນມັດ ຫຼື Autopilot ໄດ້ເລີ່ມເຮັດວຽກ. ຊາກຫັກພັງໄດ້ແຕກກະຈາຍໄປທົ່ວພື້ນທີ່ກວ້າງ 13 ກິໂລແມັດ ຢູ່ເທິງພື້ນດີນ, ທ່ານໄດ້ກ່າວເພີ່ມເຕີມໂດຍຢືນຢັນວ່າ ເຮືອບິນໄດ້ແຕກອອກເປັນຊິ້ນສ່ວນຢູ່ ໃນລະດັບທີ່ສູງ.
ທ່ານ Muqaddam ກ່າວວ່າ “ການວິເຄາະຄື້ນຄວາມຖີ່ສຽງຈະໄດ້ຖືກດຳເນີນໂດຍຫ້ອງ ທົດລອງພິເສດ ເພື່ອທີ່ຈະລະບຸສິ່ງທຳມະຊາດຂອງສຽງນີ້.”
ຜູ້ໂດຍສານຢູ່ເທິງເຮືອບິນທັງໝົດ 224 ຄົນ, ໃນຖ້ຽວບິນເໝົາລຳປະຕິບັດການໂດຍ ບໍລິສັດ Metrojet ຂອງ ຣັດເຊຍ, ໄດ້ເສຍຊີວິດໃນວັນເສົາສັບປະດາທີ່ຜ່ານມາ. ຜູ້ໂດຍສານທັງໝົດ ແມ່ນນັກທ່ອງທ່ຽວ ຣັດເຊຍ ທີ່ນັ່ງເຮືອບິນກັບບ້ານຈາກການພັກຜ່ອນແຄມທະເລ.
ທ່ານ Muqaddam ໄດ້ກ່າວວ່າ ການຄົ້ນຄວ້າເຄື່ອງບັນທຶກສຽງໂດຍນັກສຶບສວນສອບສວນ ແມ່ນໄດ້ມາຈາກໜຶ່ງໃນສອງເຄື່ອງບັນທຶກສຽງຖ້ຽວບິນຂອງເຮືອບິນ Airbus. ພ້ອມກັນນັ້ນ, ບັນດາເຈົ້າໜ້າທີ່ກໍໄດ້ທົບທວນພາບວິດີໂອຈາກສະໜາມບິນ Sharm el-Sheik, ເພື່ອຊອກ ຫາການເຄື່ອນໄຫວທີ່ຕ້ອງສົງໄສ ໃນລະຫວ່າງເວລາຂອງການເລີ້ມບິນຂອງເຮືອບິນດັ່ງກ່າວ.