ພວກຊາວຄຣີສຕຽນ Coptic ອີຈິບຫລາຍພັນຄົນໄດ້ພາກັນໄປຮ່ວມພິທີຝັງສົບໝູ່ພວກປະທ້ວງຄຣີສຕຽນທີ່ໄດ້ເສຍຊີວິດຈາກການຕໍ່ສູ້ກັນກັບພວກກໍາລັງຮັກສາຄວາມປອດໄພໃນກຸງໄຄໂຣ ຂະນະທີ່ສະພາປົກຄອງທະຫານຂອງປະເທດໄດ້ສັ່ງໃຫ້ລັດຖະບານທໍາການສືບສວນເບິ່ງເຫດການທີ່ວຸ້ນວາຍຂຶ້ນນີ້.
ພວກໄວ້ອາໄລພາກັນໄປຮ່ວມພິທີເປັນຈຳນວນຫຼວງຫຼາຍ ຢູ່ໂບດໃຫຍ່ແຫ່ງນຶ່ງ ທີ່ຈັດຂຶ້ນໃນ
ກຸງໄຄໂຣ ພາຍໃຕ້ການນໍາພາສັນຕະປາປາ Shenouda ຂອງສາສະໜາ Orthodox Cop
tic ທີ່ຮຽກຮ້ອງໃຫ້ພວກຊາວຄຣີສຕຽນນທັງຫລາຍເລີ້ມອົດເຂົ້າເປັນເວລາ 3 ມື້ໃນຄວາມ
ຫວັງວ່າ ສັນຕິພາບຈະກັບຄືນມາ.
ໂບດ Coptic ອອກຖະແຫລງການສະບັບນຶ່ງໂດຍກ່າວວ່າ ປະຊາຄົມກຸ່ມນ້ອຍໄດ້ຮັບບັນ
ຫາຕ່າງໆຊໍ້າແລ້ວຊໍ້າອີກ ແລະພວກທີ່ກະທໍາຜິດກົດໝາຍກໍບໍ່ໄດ້ຖືກນໍາໂຕມາລົງໂທດ.
ຢ່າງໜ້ອຍປະຊາຊົນ 25 ຄົນເສຍຊີວິດໃນການຕໍ່ສູ້ກັນໃນວັນອາທິດຜ່ານມານີ້ ສ່ວນ
ຫລາຍເປັນຊາວຄຣີສຕຽນນິກາຍ Coptic ໃນຄວາມວຸ້ນວາຍ ທີ່ຮ້າຍກາດທີ່ສຸດໃນປະ
ເທດ ນັບແຕ່ໄດ້ມີການລຸກຮືຂຶ້ນໃນເດືອນກຸມພາຜ່ານມາທີ່ໄດ້ໂຄ່ນລົ້ມປະທານາທິບໍດີ
Hosni Mubarak ອອກຈາກອໍານາດໄປນັ້ນ. ການປະທະກັນໄດ້ເກີດຂຶ້ນຫລັງຈາກ
ພວກຊາວຄຣີສຕຽນຈໍານວນຫລາຍກວ່າ 1 ພັນຄົນໄດ້ເດີນຂະບວນໄປຍັງຕຶກອາ
ຄານໂທລະພາບແຫ່ງຊາດ ຂອງທາງການອີຈິບ ໃນກຸງໄຄໂຣ ເພື່ອປະທ້ວງຕໍ່ການໂຈມ
ຕີຫວ່າງໄວໆຜ່ານມານີ້ໂດຍພວກມຸສລິມຫົວຮຸນແຮງຈັດຕໍ່ໂບດສາສະໜາຄຣິສຕ໌ໃນ
ພາກໃຕ້ຂອງປະເທດນັ້ນ.
ການປະທ້ວງດັ່ງກ່າວໄດ້ກາຍມາເປັນຄວາມຮຸນແຮງ ຊຶ່ງພວກເດີນຂະບວນປະທ້ວງໄດ້
ຕໍ່ສູ້ກັບກັບພວກຕໍາຫລວດແລະທະຫານທີ່ຍາມຕຶກອາຄານຫລັງນັ້ນ. ພວກເຫັນເຫດ
ການກ່າວວ່າ ພວກລົດຫຸ້ມເກາະຂອງລັດຖະບານໄດ້ແລ່ນເຂົ້າໄປຢຽບພວກປະທ້ວງ ເຮັດ
ໃຫ້ພວກປະທ້ວງຫລາຍຄົນເສຍຊີວິດ. ປະຊາຊົນບາງຄົນກໍໄດ້ທໍາການແກວ່ງກ້ອນຫິນ
ແລະລະເບີດນໍ້າມັນເຊື້ອໄຟໃສ່ພວກເຈົ້າໜ້າທີ່ຮັກສາຄວາມປອດໄພ. ພວກປະທ້ວງຄຣີສ
ຕຽນກ່າວຫາພວກຍຸແຍ່ວ່າຊ່ອຍກໍ່ໃຫ້ເກີດຄວາມວຸ້ນວາຍຂຶ້ນນີ້.
ພວກທີ່ເສຍຊີວິດໄປນັ້ນຫລາຍຄົນແມ່ນໄດ້ຖືກຍິງດ້ວຍລູກປືນ. ຢ່າງໜ້ອຍທະຫານ 3
ຄົນໄດ້ຮວມຢູ່ໃນຈໍານວນພວກທີ່ເສຍຊີວິດໄປ ແລະປະຊາຊົນອີກຫລາຍຮ້ອຍຄົນໄດ້ຮັບ
ບາດເຈັບ.
ຫລັງຈາກການພົບປະກັນກ່ຽວກັບວິກິດການດັ່ງກ່າວໃນວັນຈັນວານນີ້ ພວກນາຍພົນ
ທະຫານທີ່ຍຶດອໍານາດຈາກທ່ານມູບາຣັກ ກ່າວເນ້ນຍໍ້າເຖິງການໃຫ້ຄໍາໝັ້ນສັນຍາ ທີ່
ຈະມອບອໍານາດໃຫ້ພວກພົນລະເຮືອນທີ່ໄດ້ຖືກເລືອກຕັ້ງຂຶ້ນໂດຍປະຊາຊົນໃນຂັ້ນຕໍ່
ໄປນັ້ນ.