ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

24 ຄົນເສຍຊີວິດ ໃນການປະທະກັນ ທີ່ອີຈິບ


ພວກປະທ້ວງຊາວຄຣີສຕຽນ Coptic ກັບກໍາລັງຮັກສາຄວາມປອດໄພ ໃນນະຄອນຫລວງໄຄໂຣ ປະເທດອີຈິບ ເມື່ອວັນທີ່ 9 ເດືອນຕຸລານີ້
ພວກປະທ້ວງຊາວຄຣີສຕຽນ Coptic ກັບກໍາລັງຮັກສາຄວາມປອດໄພ ໃນນະຄອນຫລວງໄຄໂຣ ປະເທດອີຈິບ ເມື່ອວັນທີ່ 9 ເດືອນຕຸລານີ້

ພວກເຈົ້າໜ້າທີ່ອີຈິບໄດ້ຈັບກຸມປະຊາຊົນຫລາຍສິບຄົນ ໃນນະຄອນຫລວງ ໄຄໂຣ ຫລັງ ຈາກເກີດການປະທະກັນລະຫວ່າງຊາວຄຣິສຕຽນ Coptic ແລະພວກຕໍາຫລວດ ທີ່ຍັງ
ຜົນໃຫ້ມີຜູ້ເສຍຊີວິດ 24 ຄົນ ແລະບາດເຈັບ ອີກຢ່າງໜ້ອຍ 200 ຄົນ.

ພວກເຈົ້າໜ້າທີ່ບໍ່ໄດ້ເວົ້າວ່າ ພວກທີ່ຖືກຈັບກຸມຫລັງຈາກເຫດກໍ່ຄວາມຮຸນແຮງ​ໃນວັນອາທິດ
ນັ້ນ ແມ່ນຊາວຄຣີສຕຽນ ຫລືຊາວມຸສລິມ.

ພວກຊາວຄຣີສຕຽນ Coptic ໄດ້ພາກັນທໍາການປະທ້ວງການຈູດເຜົາໂບດ ແຫ່ງນຶ່ງເມື່ອ
ໝໍ່ໆມານີ້ ເວລາການເດີນຂະບວນປະທ້ວງໄດ້ກາຍເປັນການ​ກໍ່ຈະລາຈົນ ຕໍ່ຕ້ານການປົກ
ຄອງຂອງຝ່າຍທະຫານ.

ຄະນະລັດຖະບານຊົ່ວຄາວຂອງອີຈິບ ກ່າວວ່າ ຕົນຈະບໍ່ປ່ອຍໃຫ້ກຸ່ມໃດໆ ມາທັບມ້າງຂັດ
ຂວາງການທ້ອນໂຮມຊາດ ຫລືຖ່ວງເວລາການຫັນປ່ຽນໄປ ສູ່ປະຊາທິປະໄຕຂອງປະ​ເທດ.

ພວກສື່ຂອງລັດລາຍງານວ່າ ຄະນະລັດຖະບານກໍາລັງຈັດກອງປະຊຸມສຸກເສີນຂຶ້ນ ເພື່ອ
ປຶກສາຫາລືສະຖານະການ ແລະກອງທັບໄດ້ນໍາໃຊ້ກົດຫ້າມ ຜູ້ຄົນສັນຈອນໄປມາໃນຍາມ
ຄໍ່າຄືນ ໃນບໍລິເວນຈະຕຸລັດ ຕາເຮີ ແລະ ເຂດອ້ອມແອ້ມ.

ພວກປະທ້ວງໄດ້ໃຊ້ລະເບີດໄຟ ຈູດເຜົາລົດທະຫານ ແລະສູ້ລົບກັບພວກ ກໍາລັງຮັກສາ
ຄວາມປອດໄພ ໃນການກໍ່ຄວາມຮຸນແຮງທີ່ສຸດຂອງອີຈິບ ນັບ ຕັ້ງແຕ່ເຫດການລຸກຮືຂຶ້ນ
ໃນເດືອນກຸມພາຜ່ານມາ ທີ່​ໄດ້ໂຄ່ນລົ້ມທ່ານ Hosni Mubarak ລົງ​ຈາກ​ຕໍາ​ແໜ່​ງປະທາ
ນາທິບໍດີອີຈິບນັ້ນ.

ພວກກໍ່ການຈະລາຈົນຫລາຍຮ້ອຍຄົນໄດ້ສູ້ລົບກັບຕໍາຫລວດ. ບາງຈໍານວນ ​ໄດ້​ພາກັນກື່ງ
ຖະໜົນ ແລະໃຊ້ກ້ອນຫິນເປັນອາວຸດ. ໃນຕອນນຶ່ງນັ້ນ ລົດ ຫຸ້ມເກາະຂອງກອງທັບ ໄດ້ ແລ່ນບຸກເຂົ້າໄປຍັງພວກປະທ້ວງ ​ໂດຍ​ໄດ້​ຕໍາ​ແລະຢຽບພວກປະທ້ວງບາງ​ຄົນເຖິງແກ່ຊີວິດ.
ທະຫານອີກສອງຄົນກໍ ເສຍຊີວິດໃນການປະທະກັນ ເມື່ອວັນອາທິດວານນີ້.

XS
SM
MD
LG