ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຫດການກໍ່ຄວາມຮຸນແຮງ ດໍາເນີນສືບຕໍ່ມາໃນອີຈິບ ເປັນມື້ທີສີ່


ຜູ້ປະທ້ວງກໍາລັງຫລົບໜີຈາກລະເບີດນໍ້າຕາ ຂອງພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ໃນເຫດການກໍ່ຄວາມຮຸນແຮງ ໃນມື້ທີສີ່ ທີ່ໄຄໂຣ ປະເທດອີຈິບ, ວັນທີ 5 ກຸມພາ 2011.
ຜູ້ປະທ້ວງກໍາລັງຫລົບໜີຈາກລະເບີດນໍ້າຕາ ຂອງພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ໃນເຫດການກໍ່ຄວາມຮຸນແຮງ ໃນມື້ທີສີ່ ທີ່ໄຄໂຣ ປະເທດອີຈິບ, ວັນທີ 5 ກຸມພາ 2011.

ພວກ​ປະ​ທ້ວງ​ແລະ​ຕໍາຫລວດ​ໃນ​ອີຈິບ​ໄດ້​ປະ​ທະ​ກັນ​ອີກ​ໃນ​ວັນ​ອາທິດ​ມື້​ນີ້ ​ເປັນ​ມື້​ທີສີ່​ລຽນ
ຕິດ ຢູ່ນະຄອນຫລວງ​ໄຄ​ໂຣ ​ເວລາພວກ​ເຈົ້າໜ້າ​ທີ່ຮັກສາຄວາມ​ປອດ​ໄພ ພະຍາຍາມ​ຈະ
ປ້ອງ​ກັນ​ບໍ່​ໃຫ້ພວກ​ປະ​ທ້ວງ​ເຂົ້າ​ໄປ​ໃກ້​ຕຶກໂຮງການຕ່າງໆ​ຂອງລັດຖະບານຢູ່​ໃນ​ເມືອງ​
ຫລວງ​ນັ້ນ.

ພວກ​ປະ​ທ້ວງ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ທະຫານ​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້​ຈົ່ງ​ມອບ​ອໍາ
ນາດ​ໃຫ້​ແກ່​ລັດຖະບານ​ພົນລະ​ເຮືອນ.

ພວກ​ເຈົ້າໜ້າ​ທີ່​ອີຈິບ​ກ່າວ​ວ່າ ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ​ 12 ຄົນ ​ແລະ ອີກ 2,500
ຄົນ​ໄດ້​ຮັບ​ບາດ​ເຈັບ ນັບ​ຕັ້ງ​ແຕ່​ເກີດ​ຄວາມ​ຮຸນ​ແຮງ​ຂຶ້ນ ເມື່ອວັນພະຫັດ​ຜ່ານ​ມາ​ນີ້.

ເຫດການ​ກໍ່ຄວາມ​ຮຸນ​ແຮງ​ແມ່ນ​ລະ​ເບີດ​ຂຶ້ນ​ ຍ້ອນ​ຄວາມ​ໂກດ​ແຄ້ນຂອງ​ປະຊາຊົນຕໍ່ພວກ
ກໍາລັງ​ຮັກສາ​ຄວາມ​ປອດໄພ ທີ່​ບໍ່ເຂົ້າ​ຂັດຂວາງການ​ຕໍ່ສູ້ກັນ ​ແລະປ້ອງ​ກັນ​ການ​ຕື່ນ​ຕົກ​ໃຈ
ແລ່ນ​ຢຽບ​ກັນ​ຕາຍ ​ຫລັງ​ຈາກ​ການ​ແຂ່ງ ຂັນ​ກິລາ​ເຕະບານເມື່ອ​ວັນ​ພຸດຜ່ານ​ມາ ​ທີ່​ເມືອງ
Port Said ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດ 74 ຄົນ​ນັ້ນ.

ເມື່ອ​ວັນ​ເສົາ​ວານ​ນີ້ ຕໍາຫລວດ​ທີ່​ນະຄອນຫລວງ​ໄຄ​ໂຣ ​ໄດ້​ຍິງ​ລະ​ເບີດນໍ້າຕາ ​ແລະ​ປືນ​ລົມ
ໃສ່​ພວກ​ເດີນ​ຂະ​ບວນປະ​ທ້ວງ ທີ່​ພາກັນ​ຮ້ອງ​ໂຮ ຮ້ອງດ່າ ​ແລະ​ຂວ່າງ​ກ້ອນ​ຫິນ​ ຢູ່ໃກ້​ຕຶກ​
ກະຊວງ​ພາຍ​ໃນ​ທີ່​ມີ​ຕໍາຫລວດຍາມ​ຢ່າງໜາ​ແໜ້ນ​ນັ້ນ ​ໃນ​ຂະນະ​ທີ່ຢູ່​ອີກຟາກ​ນຶ່ງ​ຂອງ​ຖະ
ໜົນ ຕຶກ​ກະຊວງ​ພາສີກໍາລັງ​ລຸກ​ເປັນໄຟ. ພວກ​ລົດ​ໂຮ​ງໝໍ ແລະພວກ​ອາສາ​ສະໝັກ​ ໄດ້
ຫອບ​ພວກ​ບາດ​ເຈັບ​ໜີ​ອອກ​ຈາກ​ການ​ຕໍ່ສູ້​ກັນ ຜ່ານ​ຖະໜົນ​ຕ່າງໆ​ທີ່​ເຕັມ​ໄປ​ດ້ວຍ​ສິ່ງ​ຫັກ
ພັງ​ນັ້ນ.

XS
SM
MD
LG