ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມຫົວຮຸນແຮງ ອ້າງເອົາ ຄວາມຮັບຜິດຊອບ ສໍາລັບ ການໂຈມຕີ ຢູ່ໄຄໂຣ (ສະໄລດ໌/ວີດີໂອ)


ພວກສະໜັບສະໜຸນ ທະຫານແລະຕຳຫຼວດອີຈິບ ເຕົ້າໂຮມກັນ ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ ເພື່ອສະຫລອງ ວັນຄົບຮອບ 3 ປີ ໃນການລຸກຮືຂຶ້ນ ຢູ່ອີຈິບ (25 ມັງກອນ 2014)
ພວກສະໜັບສະໜຸນ ທະຫານແລະຕຳຫຼວດອີຈິບ ເຕົ້າໂຮມກັນ ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ ເພື່ອສະຫລອງ ວັນຄົບຮອບ 3 ປີ ໃນການລຸກຮືຂຶ້ນ ຢູ່ອີຈິບ (25 ມັງກອນ 2014)
ກຸ່ມນຶ່ງ ທີ່ໄດ້ຮັບແຮງດົນໃຈ ຈາກພວກກໍ່ການຮ້າຍອາລກາອີດາ
ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການວາງລະເບີດ ໂຈມຕີ 4 ບ່ອນທີ່ໄດ້ສັງຫານຕຳຫຼວດ 6 ຄົນຢູ່ນະຄອນຫຼວງໄຄໂຣໃນມື້ວັນ
ສຸກວານນີ້.

ກຸ່ມ Ansar Beit al-Maqdis ຫຼືສະມາຊິກລັບ ຂອງກຸ່ມປະກອບ
ອາວຸດເພື່ອປົດປ່ອຍນະຄອນເຈຣູຊາແລັມໄດ້ອອກຖະແຫຼງການ
ສະບັບນຶ່ງ ໃນວັນເສົາມື້ນີ້ ອ້າງເອົາ ຄວາມຮັບຜິດຊອບ ໃນການ
ໂຈມຕີມື້ວານນີ້. ຖະແຫຼງການ ຍັງໄດ້ເຕືອນຊາວມຸສລິມບໍ່ໃຫ້ໄປ
ໃກ້ປ້ອມຕຳຫຼວດ. ນອກນັ້ນ ກຸ່ມດັ່ງກ່າວ ຍັງອ້າງເອົາຄວາມຮັບ
ຜິດຊອບ ໃນການວາງລະເບີດໂຈມຕີທີ່ Mansoura ແລະການ
ໂຈມຕີອື່ນໆ ໂດຍເວົ້າວ່າ ດຳເນີນໄປເພື່ອເປັນການແກ້ແຄ້ນ ຕໍ່ການປາບປາມພັກສາສະ ໜາອິສລາມຂອງລັດຖະບານ ທີ່ໄດ້ຮັບການໜຸນຫຼັງ ຈາກພວກທະຫານນັ້ນ.



ມີຢ່າງໜ້ອຍ 20 ຄົນ ໄດ້ເສຍຊີວິດ ໃນການໂຈມຕີ ຢູ່ທົ່ວປະເທດອີຈິບ ໃນມື້ວັນສຸກວານນີ້. ເຈົ້າໜ້າທີ່ເວົ້າວ່າ ສ່ວນທີ່ເຫລືອ ຂອງພວກເສຍຊີວິດ ແມ່ນມີຂຶ້ນ ໃນການປະທະກັນ ລະ ຫວ່າງພວກປະທ້ວງຂອງພັກສາສະໜາອິສລາມ ກັບຄູ່ປໍລະປັກທີ່ບໍ່ຢາກໃຫ້ສາສະໜາເຂົ້າ ມາຍຸ່ງກ່ຽວທາງການເມືອງ ແລະຕຳຫຼວດ.

ເປັນທີ່ຄາດກັນວ່າ ພວກປະທ້ວງຈາກຄູ່ປໍລະປັກທັງສອງຈຳນວນຫຼາຍພັນຄົນຈະໂຮມຊຸມ ນຸມກັນອີກ ທີ່ກຸງໄຄໂຣແລະຫົວເມືອງອື່ນໆ ໃນວັນເສົາມື້ນີ້ ຂະນະທີ່ອີຈິບສະເຫຼີມສະຫຼອງ ວັນຄົບຮອບປີທີ 3 ໃນການລຸກຮືຂຶ້ນໂຄ່ນລົ້ມອະດີດປະທານາທິບໍດີ Hosni Mubarak.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ປະນາມເຫດລະ ເບີດໃນມື້ວັນສຸກວານນີ້ທີ່ຢູ່ໃນແລະອ້ອມແອ້ມກຸງໄຄໂຣນັ້ນວ່າເປັນການໂຈມຕີຂອງພວກ ກໍ່ການຮ້າຍ ແລະເວົ້າວ່າ ບໍ່ມີເຫດຜົນໃດໆທີ່ຈະສາມາດເອົາມາກ່າວອ້າງໄດ້ກ່ຽວກັບການ ໂຈມຕີເຫຼົ່ານີ້. ສະຫະລັດກໍໄດ້ປະນາມຄວາມຮຸນແຮງດັ່ງກ່າວແລະຮຽກຮ້ອງໃຫ້ໃຊ້ຄວາມ ຢັບຢັ້ງຊັ່ງໃຈ.

Egypt
please wait
Embed

No media source currently available

0:00 0:01:30 0:00
XS
SM
MD
LG