ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

4 ຄົນ ເສຍຊີວິດ ຍ້ອນເຫດລະເບີດ ທີ່ ນະຄອນຫຼວງ ຂອງອີຈິບ (ສະໄລດ໌/ວີດີໂອ)


ມີຢ່າງໜ້ອຍ 4 ຄົນ ເສຍຊີວິດ ໃນການໂຈມຕີດ້ວຍລົດລະເບີດ
ສະຫຼະຊີບ ໃສ່ກອງບັນຊາການຕຳຫຼວດ ທີ່ນະຄອນຫຼວງຂອງອີ
ຈິບ ຊຶ່ງເປັນການໂຈມຕີບ່ອນທຳອິດ ໃນຈຳນວນທັງໝົດ 3 ຄັ້ງ ທີ່ໄດ້ສ້າງຄວາມສັ່ນສະເທືອນໃຫ້ແກ່ກຸງໄຄໂຣໃນຕອນເຊົ້າວັນ
ສຸກມື້ນີ້.

ເຈົ້າໜ້າທີ່ຮັກສາຄວາມສະຫງົບກ່າວວ່າ ພວກໂຈມຕີໄດ້ບີບຄະ
ນວນລະເບີດໃຫ້ແຕກຂຶ້ນໃນບໍລິເວນບ່ອນຈອດລົດຕຶກກອງບັນ
ຊາການຕຳຫຼວດໃນເຂດໃຈກາງເມືອງ ຊຶ່ງເປັນການໂຈມຕີທີ່ສຳ
ຄັນສຸດ ໃນຮອບຫຼາຍໆເດືອນ.



ບໍ່ເທົ່າໃດຊົ່ວໂມງຕໍ່ມາ ເຈົ້າໜ້າທີ່ເວົ້າວ່າ ເຫດລະເບີດກໍໄດ້ເກີດຂຶ້ນອີກໃກ້ໆສະຖານີລົດ ໄຟໃຕ້ດິນແຫ່ງນຶ່ງຂ້າມແມ່ນໍ້າໄນລ໌ທີ່ເຮັດໃຫ້ມີຜູ້ເສຍຊີວິດຄົນນຶ່ງແລະຕຳຫຼວດບາດເຈັບ ອີກຫຼາຍໆຄົນ.

ກະຊວງພາຍໃນອີຈິບກ່າວວ່າ ເຫດລະເບີດຄັ້ງທີ 3 ແມ່ນເກີດຂຶ້ນຢູ່ເຂດ Giza ໃກ້ໆປ້ອມ ຕຳຫຼວດແຫ່ງນຶ່ງ ເທິງເສັ້ນທາງໄປສູ່ຫໍປີຣາມີດ ແຕ່ບໍ່ມີຜູ້ໃດບາດເຈັບລົ້ມຕາຍ.

ເຫດລະເບີດເຫຼົ່ານີ້ ແມ່ນເກີດຂຶ້ນໃນຕອນເຊົ້າຂອງວັນສຸກ ຊຶ່ງເປັນມື້ທຳອິດ ຂອງວັນສຸດ
ສັບປະດາໃນອີຈິບ ໃນຂະນະທີ່ຖະໜົນຫົນທາງສ່ວນໃຫຍ່ເປົ່າແປນແຕ່ການໂຈມຕີເຮັດ
ໃຫ້ປະຊາຊົນຕື່ນຕົກໃຈ ຢ້ານວ່າຈະເກີດຄວາມຮຸນແຮງຂຶ້ນອີກໃນວັນເສົາມື້ອື່ນ ຊຶ່ງເປັນ ວັນຄົບຮອບປີທີ 3 ໃນການລຸກຮືຂຶ້ນ ຕໍ່ຕ້ານອະດີດປະທານາທິບໍດີ Hosni Mubarak ທີ່ປົກຄອງປະເທດມາເປັນເວລາດົນນານ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ແຕ່ຈັງໃດກໍຕາມ ແມ່ນໄດ້ມີການຖິ້ມ ໂທດໃສ່ກຸ່ມອິສລາມຫົວຮຸນແຮງໃນການໂຈມຕີຫຼາຍໆຄັ້ງຕໍ່ກຳລັງຮັກສາຄວາມສະຫງົບ ນັບຕັ້ງແຕ່ກອງທັບອີຈິບໄດ້ໂຄ່ນລົ້ມປະທານາທິບໍດີ Mohamed Morsi ໃນເດືອນກໍລະ ກົດປີກາຍນີ້.

Bombings Rock Cairo
please wait
Embed

No media source currently available

0:00 0:00:40 0:00
ລິງໂດຍກົງ
XS
SM
MD
LG