ທີ່ປະເທດອີຈິບ ລົດໄຟຄັນນຶ່ງທີ່ບັນທຸກທະຫານເກນ ໄດ້ປະສົບ
ອຸບັດຕິເຫດຕົກລາງ ຢູ່ໃກ້ໆກັບນະຄອນຫລວງໄຄໂຣ ເຮັດໃຫ້ 1
9 ຄົນເສຍຊີວິດ ແລະ 107 ຄົນໄດ້ຮັບບາດເຈັບ.
ເຈົ້າໜ້າທີ່ກ່າວວ່າ ລົດໄຟສອງຕູ້ໄດ້ຕົກລາງ ໃນຕອນເຊົ້າວັນອັງຄານມື້ນີ້ ໃນເຂດຄຸ້ມ Badrasheen ຂອງເມືອງ Giza.
ອຸບັດຕິເຫດດັ່ງກ່າວເກີດຂຶ້ນ ບໍ່ຮອດສອງອາທິດ ຫລັງຈາກອີຈິບແຕ່ງຕັ້ງລັດຖະມົນຕີຂົນສົ່ງຄົນໃໝ່ ເພື່ອໃຫ້ປັບປຸງຄວາມປອດໄພຂອງລະບົບລົດໄຟຂອງປະເທດ ທີ່ໄດ້ມີປະວັດດ້ານຄວາມປອດໄພທີ່ຂີ້ຮ້າຍຫລາຍ ຍ້ອນບໍ່ມີການບໍ່ມີການບໍາລຸງຮັກສາ ແລະຍ້ອນການບໍລິຫານງານທີ່ບໍ່ດີ.
ເມື່ອເດືອນພະຈິກປີຜ່ານມາ ກໍມີປະມານ 50 ຄົນເສຍຊີວິດ ເວລາລົດໄຟຄັນນຶ່ງແລ່ນເຂົ້າຕໍາລົດໂຮງຮຽນຄັນນຶ່ງ ໃນພາກກາງຂອງອີຈິບ.