ອະທິໄອຍະການຂອງອີຈິບ ໄດ້ສັ່ງໃຫ້ພະນັກງານຂອງຕົນສິ້ງຊອມຢ່າງໃກ້ຊິດເບິ່ງ
ແຫຼ່ງຂ່າວທັງຫຼາຍ ແລະສື່ສັງຄົມຕ່າງໆ ແລະເອົາບາດກ້າວຕໍ່ຜູ້ໃດກໍຕາມ ທີ່ຖືວ່າ
“ບ່ອນທຳລາຍຜົນປະໂຫຍດຂອງປະເທດຊາດ.”
ໃນລາຍງານສະບັບນຶ່ງທີ່ນຳອອກເຜີຍແຜ່ ໃນວັນພຸດວານນີ້ ອະທິໄອຍະການຂອງ
ອີຈິບ ທ່ານນາບິລ ຊາເດັກ (Nabil Sadek) ໄດ້ກ່າວວ່າ ຄຳສັ່ງທີ່ວ່ານີ້ ມີຂຶ້ນ
“ຫລັງຈາກໄດ້ຮັບຂໍ້ມູນເມື່ອໄວໆມານີ້ ທີ່ສັງເກດເຫັນວ່າ ມີການພະຍາຍາມ ຂອງ
ກຳລັງຜີມານຢູ່ໃນສັງຄົມ ທີ່ບ່ອນທຳລາຍຕໍ່ຄວາມໝັ້ນຄົງ ແລະຄວາມປອດໄພ
ຂອງປະເທດ ຜ່ານທາງການພິມເຜີຍແຜ່ ຂ່າວຂີ້ຕົວະແລະຂ່າວປອມ ຈາກສື່ມວນຊົນ
ແລະສື່ສັງຄົມຕ່າງໆ.”
ຖະແຫຼງການກ່າວວ່າ ຄະນະໄອຍະການພິເສດ ຄວນເອົາມາດຕະການທາງດ້ານກົດ
ໝາຍຕໍ່ອົງການຂ່າວ ທີ່ພິມເຜີຍແຜ່ “ຂ່າວທີ່ບໍ່ຖືກຕ້ອງ ຫຼືຂ່າວລື” ທີ່ສາມາດຄ່ອຍໆ
“ກໍ່ການຮ້າຍ” ຕໍ່ສັງຄົມພວກເຮົາ, ທຳລາຍຜົນປະໂຫຍດຂອງສາທາລະນະຫຼືທຳລາຍສັນຕິພາບ. ອົງການ ຄຸ້ມຄອງສື່ມວນຊົນຈະຕ້ອງໄດ້ບອກໃຫ້ທາງໄອຍະການຮູ້ກ່ຽວ
ກັບການລະເມີດຂອງອົງການຂ່າວ.” ຄຳສັ່ງຂອງ ທ່ານຊາເດັກ ແມ່ນສ່ວນນຶ່ງໃນການປາບປາມຂອງລັດຖະບານ ຕໍ່ສື່ມວນຊົນ ກ່ອນໜ້າກຳໜົດການເລືອກຕັ້ງປະທານາ
ທິບໍດີ ໃນເດືອນໜ້ານີ້ ຊຶ່ງປະທານາທິບໍດີ Abdel-Fattah el-Sissi ຈະລົງແຂ່ງຂັນ ເກືອບວ່າບໍ່ມີຄູ່ແຂ່ງນັ້ນ.
ຄະນະກຳມະການປົກປ້ອງພວກນັກຂ່າວ ຫຼື Committee to Protect Journalists
ຊຶ່ງເປັນກຸ່ມຄຸ້ມຄອງນັກຂ່າວ ທີ່ມີສຳນັກງານຕັ້ງຢູ່ສະຫະລັດ ຮຽກຮ້ອງໃຫ້ອີຈີີບ “ຍຸຕິ
ໃນທັນທີຕໍ່ການປຸກລະດົມຂົ່ມຂູ່ ຕໍ່ອົງການຂ່າວທີ່ເປັນອິດສະຫຼະ ແລະໃຫ້ພວກນັກ
ຂ່າວລາຍງານໄດ້ຢ່າງເສລີ.”