ບັນດານັກເຄື່ອນໄຫວອີຈິບໄດ້ຮຽກຮ້ອງໃຫ້ທໍາການເດີນຂະບວນຄັ້ງໃຫຍ່ຂຶ້ນໃນວັນພະຫັດມື້ນີ້ເພື່ອປະທ້ວງຕໍ່ຄວາມລົ້ມແຫຼວຂອງຕໍາຫລວດ ທີ່ບໍ່ປ້ອງກັນບໍ່ໃຫ້ເກີດຄວາມວຸ້ນວາຍຂຶ້ນ ໃນການແຂ່ງຂັນເຕະບານ ທີ່ໄດ້ເຮັດໃຫ້ປະຊາຊົນຢ່າງໜ້ອຍ 74 ຄົນເສຍຊີວິດ ແລະຫລາຍຮ້ອຍຄົນໄດ້ຮັບບາດເຈັບໃນເມືອງ Port Said ໃນພາກເໜືອຂອງປະເທດນັ້ນ.
ຜູ້ຄົນຫລາຍຄົນພາກັນໂມໂຫໂກດແຄ້ນ ທີ່ໂທລະພາບຖ່າຍທອດຮູບພາບໃຫ້ເຫັນພວກຕໍາຫລວດປາບຈະລາຈົນໃນສະໜາມກີລາ ສ່ວນຫລາຍພາກັນບໍ່ເອົາຫົວຊາເລີຍໃນຂະນະທີ່ຄວາມຮຸນແຮງໃນການແຂ່ງຂັນກີລາເຕະບານຄັ້ງຮ້າຍແຮງທີ່ສຸດເກີດຂຶ້ນໃນປະວັດສາດຂອງອີຈິບນັ້ນ.
ຄວາມຮຸນແຮງດັ່ງກ່າວໄດ້ເກີດຂຶ້ນໃນແລງວັນພຸດວານນີ້ ເວລາພວກແຟນກີລາເຕະບານຂອງທິມເຈົ້າພາບ Al-Masry ບຸກລົງເດີ່ນກີລາຫລັງຈາກການແຂ່ງຂັດສິ້ນສຸດລົງແລ້ວ ໂດຍທໍາການບຸກໂຈມຕີພວກນັກກີລາແລະພວກສະໜັບສະໜຸນຂອງທີມກີລາເຕະບານ Al-Ahly ທີ່ມາຈາກບ່ອນອື່ນໂດຍໃຊ້ສິ່ງຂອງທີ່ແຫລມຄົມ ໄມ້ຄ້ອນແລະກ້ອນຫິນນັ້ນ.
ບັນດາເຈົ້າໜ້າທີ່ໂຮງໝໍ ກ່າວວ່າ ພວກທີ່ໄດ້ຮັບເຄາະຮ້າຍສ່ວນຫລາຍໄດ້ເສຍຊີວິດຫລັງຈາກຖືກແລ່ນຢຽບ ຫລືຖືກໂຍນຈາກເທິງບ່ອນເບິ່ງ ຂອງສະໜາມກີລາຂະນະທີ່ພວກຄົນອື່ນໆເສຍຊີວິດຍ້ອນບາດແຜທີ່ຖືກແທງຈາກສິ່ງຂອງຕ່າງໆນັ້ນ.
ກຸ່ມພະລາດອນພາບມຸສລິມ ຊຶ່ງເປັນພັກການເມືອງໃຫຍ່ທີ່ສຸດຂອງອີຈິບ ຖິ້ມໂທດຄວາມຮຸນແຮງນີ້ໃສ່ພວກສະໜັບສະໜຸນອະດີດປະທາ ນາທິບໍດີໂຮສນີ ມູບາຣັກ ທີ່ໄດ້ຖືກໂຄນລົ້ມອອກຈາກອໍານາດໄປນັ້ນ ໂດຍກ່າວວ່າ ບາງຄົນມີຄວາມຕັ້ງໃຈ ເພື່ອຢາກບັງຄັບອີຈິບໃຫ້ເກີດຄວາມວຸ້ນວາຍແລະຄວາມພິນາດນີ້.
ຄະນະລັດຖະບານແລະລັດຖະສະພາຂອງອີຈິບ ຈະທໍາການໂອ້ລົມສົນທະນາກັນເລື້ອງເຫດການເຫລົ່ານີ້ໃນລະຫວ່າງການປະຊຸມສຸກເສິນໃນວັນພະຫັດມື້ນີ້ ໃນວັນເລີ້ມຕົ້ນຂອງຊ່ວງເວລາໄວ້ທຸກຢ່າງເປັນທາງການເປັນເວລາ 3 ມື້.
ຈອມພົນ Mohamed Tantawi ຫົວໜ້າປົກຄອງທະຫານອີຈິບ ໄດ້ຈັດຕັ້ງໜ່ວຍງານນຶ່ງຂຶ້ນເພື່ອທໍາການສືບສວນເຫດການດັ່ງກ່າວ ແລະໃຫ້ຄໍາໜັ້ນສັນຍາວ່າ ຄວາມວຸ້ນວາຍທີ່ວ່ານີ້ ຈະບໍ່ສົ່ງຜົນກະທົບກະເທືອນໃດໆຕໍ່ອີຈິບ ແລະຄວາມປອດໄພຂອງປະເທດ.