ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກຫົວຮຸນແຮງ ຖືກຂ້າຕາຍ 16 ຄົນໃນການ ປະຕິບັດການ ຄັ້ງໃຫຍ່ ທີ່ປະເທດ ອີຈິບ


ລົດຫຸ້ມເກາະຂອງກອງທັບບົກ ອີຈິບ ແລ່ນຢູ່ທາງຫຼວງ ມຸ່ງໜ້າ
ໄປພາກເໜືອຂອງພາກພື້ນ ຊີໄນ ໃນລະຫວ່າງການດຳເນີນ
ການໂຈມຕີຄັ້ງໃຫຍ່ ຕໍ່ພວກຫົວຮຸນແຮງ, ໃນເມືອງ ອິສໄມລາ, ປະເທດ ອີຈິບ. 9 ກຸມພາ, 2018.
ລົດຫຸ້ມເກາະຂອງກອງທັບບົກ ອີຈິບ ແລ່ນຢູ່ທາງຫຼວງ ມຸ່ງໜ້າ ໄປພາກເໜືອຂອງພາກພື້ນ ຊີໄນ ໃນລະຫວ່າງການດຳເນີນ ການໂຈມຕີຄັ້ງໃຫຍ່ ຕໍ່ພວກຫົວຮຸນແຮງ, ໃນເມືອງ ອິສໄມລາ, ປະເທດ ອີຈິບ. 9 ກຸມພາ, 2018.

ກອງທັບຂອງປະເທດ ອີຈິບ ໄດ້ກ່າວໃນວັນເສົາວານນີ້ວ່າ ເຂົາເຈົ້າໄດ້ສັງຫານພວກ
ຫົວຮຸນແຮງ 16 ຄົນ ແລະ ໄດ້ຈັບກຸມ ຜູ້ຕ້ອງສົງໄສຫຼາຍກວ່າ 30 ຄົນໃນການປະຕິບັດ
ການປາບປາມລັດທິກໍ່ການຮ້າຍຄັ້ງໃຫຍ່ ທີ່ໄດ້ເລີ່ມຂຶ້ນ ໃນສັບປະດາທີ່ຜ່ານມາ, ແນ
ເປົ້າໃສ່ພວກກໍ່ການຮ້າຍ ແລະ ກຸ່ມອາຊະຍາກອນ ແລະ ອົງການຕ່າງໆ ໃນທົ່ວປະເທດ.

ອົງການຂ່າວ Reuters ໄດ້ລາຍງານວ່າ ໂຄສົກກອງທັບບົກ ພັນເອກ ເທເມີ ແອລ-
ຣີຟາລ "Tamer el-Rifaal" ໄດ້ກ່າວໃນວັນອາທິດມື້ນີ້ວ່າ ລົດ, ບ່ອນເກັບອາວຸດ, ສູນ
ການສື່ສານ ແລະ ທົ່ງປູກຝິ່ນຜິດກົດໝາຍ ແມ່ນໄດ້ຢູ່ໃນເປົ້າໝາຍຂອງການກວດລ້າງ
ຄັ້ງນີ້.

ກອງທັບບົກໄດ້ປະກາດ ກ່ຽວກັບ ການປະຕິບັດການຜ່ານໂທລະພາບໃນວັນສຸກທີ່ຜ່ານ
ມາວ່າ ທັງກອງທັບບົກ ແລະ ຕຳຫຼວດ ໄດ້ເຂົ້າຮ່ວມໃນການ “ປະທະກັນຢ່າງກວ້າງ
ຂວາງ.”

ການປະຕິບັດການຮັກສາຄວາມປອດໄພ ໄດ້ເພັ່ງເລັງໃສ່ພາກພື້ນ ຊີໄນ "Sinai" ທີ່ມີ
ບັນຫາວຸ້ນວາຍ ບ່ອນທີ່ພວກຫົວຮຸນແຮງໄດ້ໂຈມຕີວັດອິສລາມ Sufi ແລະ ສັງຫານຜູ້
ທີ່ໄປບູຊາ 311 ຄົນເມື່ອປີກາຍນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG