ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຫົວໜ້າສານສູງສຸດອີຈິບ ສາບານໂຕ ເຂົ້າຮັບຕໍາແໜ່ງ ເປັນຜູ້​ນໍາຊົ່ວ​ຄາວຂອງປະເທດ (ວີດີໂອ/ສະໄລດ໌)


ສະພາບການຫຼ້າສຸດໃນອີຈິບ
please wait

No media source currently available

0:00 0:03:01 0:00

ສະພາບການຫຼ້າສຸດໃນອີຈິບ

ຫົວໜ້າສານ​ສູງສຸດຂອງ​ອີ​ຈິບ ​ໄດ້ເຂົ້າ​ສາ​ບານ​ຕົວ​ເປັນຜູ້​ນໍາ
ຊົ່ວ​ຄາວ​ຂອງ​ປະ​ເທດ ນຶ່ງມື້ ຫຼັງຈາກ​ກອງທັບ​ໄດ້​ໂຄ່ນ​ລົ້ມ​
ປະທານາທິບໍດີ​ຜູ້​ທໍາ​ອິດ ​ທີ່​ໄດ້​ຖືກ​ເລືອກ​ຕັ້ງ​ເອົາ​ແບບ​ປະຊາ
ທິປະ​ໄຕຂອງ​ອີ​ຈິບ ທ່ານ Mohamed Morsi.

ຫຼັງ​ຈາກ​ທີ່​ພິທີ​ສາບານ​ຕົວ ​ໃນ​ວັນ​ພະຫັດ​ມື້​ນີ້ ທ່ານ Adly Man-
sour ໄດ້​ກ່າວ​ຍົກຍ້ອງ​ພວກ​ປະ​ທ້ວງ ທີ່​ໄດ້​ຮຽກຮ້ອງ​ໃຫ້​ທ່ານ
Morsi ລາ​ອອກ.


ຫົວໜ້າກອງທັບ ນາຍ​ພົນ Abdul Fatah Khalil Al-Sisi ​ໄດ້ອອກ​ມາ​ຖະ​ແຫຼງການ​ທາງ
ໂທລະ​ພາບໃນ​ວັນ​ພຸດ​ວານ​ນີ້ ກ່າ​ວວ່າ ທາງ​ກອງທັບ​ໄດ້​ເອົາ​ໃຈ​ໃສ່​ ແລະ​ກໍາລັງປະຕິບັດ​
ຕາ​ມຄໍາ​ຮຽກຮ້ອງ​ຂອງ​ປະຊາຊົນ​ອີ​ຈິບ ​ແລະໄດ້ງົດ​ລັດຖະທໍາ​ມະນູນ​ ທີ່​ມີ​ອາຍຸ​ພຽງ 6
​ເດືອນ ຂ​ອງ​ປະ​ເທດ​ໄວ້​.

ທ່ານ​ໄດ້​ວາງ​ແຜນ​ທີ່​ຫົນທາງ​ ສໍາລັບ​ອະນາ​ຄົດ​ຂອງ​ລັດຖະບານ​ ຊຶ່ງ​ຮວມທັງ​ແຕ່ງ​ຕັ້ງຜູ້​ນໍາ
​ຊົ່ວຄາວ​ ພ້ອມທັງຈັດຕັ້ງຄະນະກໍາມະການນຶ່ງຂຶ້ນມາ ເພື່ອທົບທວນຄືນເບິ່ງລັດຖະທໍາ ມະນູນ ຈັດຕັ້ງຄະນະກໍາມະການສ້າງຄວາມປອງດອງຊາດ ແລະ​ຈັດ​ການ​ເລືອກ​ຕັ້ງ​ເອົາ ​
ປະທານາທິບໍດີ ​ແລະ​ສະມາຊິກ​ສະພາ​ໃໝ່. ທ່ານ​ກ່າວວ່າ ແຜນທີ່ຫົນທາງຂອງປະເທດ
ສະບັບນີ້ ແມ່ນໄດ້ຮັບການເຫັນດີເຫັນພ້ອມນໍາ ຈາກກຸ່ມການເມືອງຫລາຍໆກຸ່ມ.


ທ່ານ Adel Abdel Ghafar ນັກ​ວິ​ເຄາະຈາກມະຫາວິທະຍາ​ໄລ​ແຫ່ງ​ຊາດອອສ​ເຕ​ຣເລຍ ​
​ກ່າວ​ກັບ VOA ວ່າ ຖະ​ແຫຼງການ​ຂອງ​ຫົວ​ນ້າ​ກອງທັບ​ໄດ້​ເນັ້ນ​ໜັກ ​ໃສ່​ການ​ຮວມ​ເອົາ​ທຸກ​
ພັກ​ຝ່າຍ​ມາເຂົ້າກັນຢ່າງ​ແທ້​ຈິງ ແຕ່​ມັນ​ຍັງ​ໄວ​ເກີນ​ໄປ ທີ່ຈະບອກ​ໄດ້ວ່າ ກຸ່ມ​ພາລາ​ດອນ
​ພາບ​ມຸສລິ​ມຂອງ​ທ່ານ Morsi ຈະ​ເຂົ້າ​ມາ​ພົວພັນ​ໃນ​ລັດຖະບານ​ໃໝ່​ນີ້ ​ຫຼື​ບໍ່.

ອັນ​ທີ່​ໄດ້​ເລີ່​ມຕັ້ນຂຶ້ນເປັນ​ການ​ປະ​ທ້ວງຢ່າງ​ຂະໜານ​ໃຫຍ່ ​ທີ່​ດຶງ​ເອົາ​ຜູ້​ຄົນ​ຈໍານວນ​ຫຼາຍ​
ລ້ານ​ຄົນຈາກ​ທົ່ວປະ​ເທດ​ ມາ​ຮວມກັນຢູ່​ຈະຕຸ​ລັດ Tahrir​ ​ໃນ​ວັນ​ອາທິດແລ້​ວນີ້ ​ໄ​ດ້ຍຸຕິ​ລົງ
​ໃນ​ບ່າຍວັນ​ພຸດ​ວານ​ນີ້ ຫຼັງຈາກ​ທີ່​ທາງ​ກອງທັບ​ເຂົ້າ​ຍຶດ​ເອົາ​ອໍານາດ ​ແລະ​ໄດ້​ຄວບ​ຄຸມຕົວ​
ທ່ານ Morsi ​ໄວ້. ສື່​ຂອງລັດກ່າວ​ວ່າ ທາງ​ການ​ທະຫານ​ຍັງ​ໄດ້​ອອກ​ໝາຍ​ຈັບ ສະມາຊິກ
​ກຸ່ມ​ພະລາດອນພາບ​ມຸສລິ​ມ ອີກ 300 ຄົນ.
XS
SM
MD
LG