ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະດີດ ປ. Mohammed Morsi ຖືກສານຕັດສິນ ລົງໂທດ ປະຫານຊີວິດ


ອະດີດ​ ປະທານາທິບໍດີ Mohammed Morsi ນັ່ງຢູ່ໃນຫ້ອງເກັບ ສຽງ ຂອງຫ້ອງສານ ທີ່ສະຖາບັນຕຳຫລວດແຫ່ງຊາດ.
ອະດີດ​ ປະທານາທິບໍດີ Mohammed Morsi ນັ່ງຢູ່ໃນຫ້ອງເກັບ ສຽງ ຂອງຫ້ອງສານ ທີ່ສະຖາບັນຕຳຫລວດແຫ່ງຊາດ.

ສານ​ອີ​ຈິບແຫ່ງ​ນຶ່ງຂອງອີຈິບ ໄດ້​ຕັດສິນປະຫານຊີວິດ​ອະດີດ​
ປະທານາທິບໍດີ Mohammed Morsi ​ແລະບຸກຄົນອື່ນໆ​ອີກ
ຫລາຍ​ກວ່າ 100 ຄົນ ​ຍ້ອນພາ ກັນ​ແຫກ​ຄຸກ​ຄັ້ງໃຫຍ່ ​ໃນ​ປີ
2011.

ການ​ຕັດສິນ​ດັ່ງກ່າວ ໄດ້​ມີ​ຂື້ນໃນ​ວັນ​ເສົາ​ມື້​ນີ້ ທີ່​ນະຄອນ
ຫລວງ​ໄຄ​ໂຣ.

The Grand Mufti ​ຊຶ່ງເປັນເຈົ້າ​ໜ້າ​ທີ່​ສູງ​ສຸດ​ທາງ​ສາສະໜາ​
ຂອງ​ອີ​ຈິບ ຈະ​ທຳ​ການ​ຕັດ​ສິນໃຈ​ຂັ້ນສຸດ​ທ້າຍ ກ່ຽວກັບການ
ຕັດສິນດັ່ງກ່າວ ​ໃນ​ວັນ​ທີ 2 ​ເດືອນ​ໜ້າ​ນີ້.

​ນອກນັ້ນ ອະດີດ​ປະທານາທິບໍດີ ຍັງ​ປະ​ເຊີນກັບຂໍ້ຫາຈາລະກຳນຳດ້ວຍ.

ໃນເດືອນແລ້ວ​ນີ້ ທ່ານ Morsi ຜູ້ນຳ​ຄົນ​ທຳ​ອິດ​ຂອງ​ປະ​ເທດ ທີ່ໄດ້ຖືກ​ເລືອກແບບ​ປະຊາ
ທິປະ​ໄຕ ​ໄດ້​ຖືກ​ຕັດ​ສິນ​ລົງ​ໂທດໃຫ້ຕິດ​ຄຸກ 20 ປີ ​ໃນ​ຖານ​ພົວພັນ​ກັບ​ການ​ສັງຫານ​ພວກ​
ປະ​ທ້ວງ ຢູ່​ນອກ​ທຳນຽບປະ​ທາ​ນາ​ທິບໍດີ​ ໃນ​ປີ 2012​. ນອກນັ້ນສານ​ອາຍາ​ ຍັງ​ໄດ້​ພົບ
​ເຫັນວ່າ​ ບັນດາ​ຜູ້ນຳ 12 ຄົນ​ຂອງ​ພັກພະລາ ດອນພາບມຸສລິມ ​ແລະ​ພວກ​ສະໜັບສະໜູນ
ມີ​ຄວາມ​ຜິດ​ໃນ​ຖານ​ຂົ່ມຂູ່ ​ແລະ​ກໍ່ ​ຄວາມ​ຮຸນ​ແຮງ ​ແຕ່​ບໍ່​ແມ່ນ​ຄາດ​ຕະກຳ.

​ກອງທັບ​ອີ​ຈິບ ​ໄດ້​ໂຄ່ນ​ລົ້ມທ່ານ Morsi ​ໃນ​ປີ 2013 ຫລັງ​ຈາກ​ຫລາຍ​ລ້ານ​ຄົນ​ໄດ້​ພາກັນ​
ລົງ​ສູ່​ຖະໜົນ​ຫົນທາງ ກ່າວ​ຫາ​ລັດຖະບານ​ຂອງ​ທ່ານວ່າໃຊ້​ອຳນາດ​ເຖື່ອນ. ນັບ​ແຕ່​ນັ້ນ​ມາ
ລັດຖະບານຂອງປະທານາທິບໍດີຄົນ​ປັດ​ຈຸ​ບັນ ທ່ານ Abdel-Fattah el-Sissi ​ຊຶ່ງໃນ
​ເວລາ​ນັ້ນ ເປັນຜູ້ບັນຊາການກອງທັບບົກ ​ ໄດ້​ຈັບສະມາຊິກພັກພະລາດອນພາບມຸສລິມ
​ແລະ​ພວກ​ສະໜັບສະໜູນຫລາຍ​ສິບ​ພັນ​ຄົນ ໄປຂັງຄຸກ.

XS
SM
MD
LG