ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ຕັດສິນລົງໂທດ ປະຫານຊີວິດ 683 ຄົນ (ວີດີໂອ)


Egypt28april14
please wait
Embed

No media source currently available

0:00 0:00:45 0:00

ເບິ່ງວີດີໂອ ເລື້ອງນີ້

ສານ​ອີ​ຈິບ​ແຫ່ງ​ນຶ່ງ ​ໄດ້​ຕັດສິນ​ລົງ​ໂທດ​ປະຫານ​ຊີວິດ​ພວກ​
ສະໜັບສະໜຸນ​ພັກ​ພະລາດອນພາບ​ມຸສລິ​ມ 683 ຄົນ​ໃນ​
ຂໍ້ຫາ​ຕ່າງໆ ທີ່​ຮວມທັງ​ການ​ຄາດ​ຕະກຳ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​
ຄົນ​ນຶ່ງ ​ແລະ​ພຶດຕິ​ກຳຄວາມ​ຮຸນ​ແຮງ​ອື່ນໆ.

ຜູ້​ພິພາກສາ ​ໄດ້​ທຳ​ການ​ຕັດສິນ​ດັ່ງກ່າວ​ໃນ​ວັນ​ຈັນ​ມື້​ນີ້​ໃນ
​ເມືອງ Minya​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​
ນະຄອນຫຼວງ​ໄຄ​ໂຣ ​ໄປ​ທາງ​ທິດ​ໃຕ້​ປະມານ 200 ຫຼັກ​ກິ​ໂລ​
ແມັດ.

ຄະດີ​ດັ່ງກ່າວ​ແມ່ນ​ພົວພັນ​ກັບ​ການ​ກໍ່​ຄວາມ​ວຸ້ນວາຍ​ຂຶ້ນ​ທີ່​ມີ​ຜູ​້ເສຍ​ຊີວິດ ທີ່​ໄດ້​ເກີດ​ຂຶ້ນ​ໃນ​ເມືອງ Minya ​ແລະ​ໃນ​ແຫ່ງ​ອື່ນໆ​ອີກ​ໃນ​ອີ​ຈິບ ຫຼັງ​ຈາກ​ພວກ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ທຳ​ການທັບ​ມ້າງ​ການ​ປະ​ທ້ວງ​ຢ່າງຮຸນ​ແຮງ ທີ່​ພວກ​ສະໜັບສະໜຸນ​ພັກ​ພະ
ລາດອນພາບ​ມຸສລິ​ມ ຈັດ​ຂຶ້ນ​ໃນ​ເດືອນ​ສິງຫາ​ປີ​ແລ້ວ​ນີ້.

ປະຊາຊົນ​ຫຼາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ປະຕິ
ບັດ​ງານ​ກວາດ​ລ້າງ​ພວກ​ສະໜັບສະໜຸນ​ອະດີດ​ປະທານາທິບໍດີ Mohammed
Morsi ທີ່​ໄດ້​ຖືກ​ໂຄ່ນ​ລົ້ມ​ອອກ​ຈາກ​ອຳນາດ​ໄປ​ນັ້ນ.

​ໃນ​ເດືອນ​ແລ້ວ​ນີ້ ສານ​ດຽວ​ກັນ​ນີ້ ​ໄດ້​ຕັດສິນ​ປະຫານ​ຊີວິດ​ພວກ​ຈຳ​ເລີຍ 529 ​ຄົນ
ໃນ​ຂໍ້​ຫາ​ທຳນອງ​ດຽວ​ກັນ​ໃນ​ການ​ດຳ​ເນີນ​ຄະດີ​ທີ່​ກິນ​ເວລາ​ພຽງ​ແຕ່ 2 ມື້​ເທົ່າ​ນັ້ນ
ຊຶ່ງ​ໄດ້​ດຶງ​ດູດ​ເອົາ​ການ​ຕຳ​ໜິຕິຕຽນ​ຈາກ​ນາໆ​ຊາດ ກ່ຽວ​ກັບ​ວ່າ ການ​ດຳ​ເນີນ​ຂັ້ນ​
ຕອນ​ຂອງ​ສານ​ແຫ່ງ​ນີ້​ວ່າຍຸຕິ​ທຳ​ຫຼື​ບໍນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ການ​ຂອງ​ອີ​ຈິບ ​ໄດ້​ທຳ​ການ​ທັບ​ມ້າງ​ພັກ​ພະລາດອນພາບ
​ໂດຍ​ເອີ້​ນກຸ່ມ​ດັ່ງກ່າວ​ວ່າ ​ເປັນ​ກຸ່ມ​ກໍ່​ການ​ຮ້າຍ ​ແລະ​ທຳ​ການ​ຈັບ​ກຸມ​ພວກ​ຄະນະ​ນຳ
ພາ​ຂອງ​ກຸ່ມ​ນີ້ຫຼາຍ​ຄົນ.
XS
SM
MD
LG