ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Morsi ຈະຖືກນໍາຂຶ້ນສານອີກ ໃນຂໍ້ຫາກໍ່ອາຊະຍາກໍາ ຊຸດໃໝ່ (ວີດີໂອ)


ທ່ານ Morsi ຂະນະຢູ່ໃນຫ້ອງພັກຈໍາເລຍ
ທ່ານ Morsi ຂະນະຢູ່ໃນຫ້ອງພັກຈໍາເລຍ
ບັນດາໄອ​ຍະ​ການ​ອີ​ຈິບ ​ເວົ້າ​ວ່າ ປະທານາທິບໍດີ Mohamed Morsi ທີ່​ຖືກ​ໂຄ່ນ​ລົ້ມ ນັ້ນຈະຖືກ​ນໍາ​ຂຶ້ນ​ສານດໍາ​ເນີນ​ຄະດີ​ ​ໃນ​ຂໍ້​ຫາກໍ່​ອາຊະຍາ​ກໍາຊຸດທີ​ 3 ​ໃນ​ອັນທີ່​ປະກົດ ​ວ່າ ​ເປັນຄວາມ​ພະຍາຍາມ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ແກ່​ການ​ປຸກລະດົມ​ທາງ​ກົດ ໝາຍ ຕໍ່ຕ້ານ​ອະດີດ​ຜູ້​ນໍາ​ອີສລາມຄົນ​ນີ້ ​ແລະ​ພັນທະ​ມິດ​ຂອງ​ທ່ານ.

​ຂໍ້​ຫາ​ຊຸດ​ໃໝ່ ​ໄດ້​ຍື່ນຟ້ອງ​ສານ​ເມື່ອ​ວັນເສົາ​ວານ​ນີ້ ນອກ​ນີ້​ຍັງ​ໄດ້​ລະບຸ​ຊື່​ສະ ມາ​ຊິກ​ອື່ນ​ອີກ ຫຼາຍກວ່າ 100 ຄົນ ຂອງ​ພັກ​ພະລາ​ດອນ​ພາບ​ມຸສລິ​ມ ທີ່​ຖືກ​ປະກາດ​ ໃຫ້ຜິດກົດ ໝາຍ ທີ່​ໄດ້​ແຫກ​ຄຸກ​ໃນ​ປີ 2011 ​ແລະ​ຖືກ​ກ່າວ​ຫາ​ວ່າ​ໄດ້​ສັງຫານຕໍາຫຼວດໃນ​ລະຫວ່າງ ການ​ກໍ່​ຈະລາຈົນ ທີ່​ໂຄ່ນ​ລົ້ມ​ປະທາ ນາທິບໍດີ Hosni Mubarak ທີ່​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ດົນ​ນານ ​ແລະ​ໄດ້​ນໍາ​ເອົາ​ທ່ານ Morsi ຂື້ນ​ມາ​ກໍາ​ອໍານາດ.

ຈໍາ​ເລີຍຫຼາຍຄົນ ຖືກ​ລະບຸ​ຊື່ວ່າ​ເປັນ​ສະມາຊິກ​ຂອງກຸ່ມ​ຫົວ​ຮຸນ​ແຮງ​ຮາ​ມັສ ປາແລັສ​ໄຕ ກຸ່ມ​ຫົວ​ຮຸນ Hezbollah ທີ່​ມີ​ຖານ​ຕັ້ງ​ຢູ່​ປະ​ເທດ​ເລ​ບາ​ນອນ ​ແລະ ໜ່ວຍ​ພິທັກ​ການ​ປະ ຕິວັດ​ອິຣ່ານ.

​ ວັນ​ຂຶ້ນສານ​ ​ຍັງ​ບໍ່ທັນ​ໄດ້ກໍາໜົດ​ເທື່ອ.

ທ່ານ Morsi ​ແລະ​ພວກ​ສະມາຊິກ​ອາວຸ​ໂສ​ອື່ນໆ ຂອງ​ພັກ​ພະລາດອນ ພາບ​ມຸສລິ​ມ ຍັງ​ກໍາລັງ​ຖືກ​ດໍາ​ເນີນ​ຄະດີ ​ໃນ​ຂໍ້​ຫາ​ຍຸຍົງໃຫ້ຄາດ​ຕະກໍາ​ພວກ​ປະ​ທ້ວງ​ຝ່າຍ​ຄ້ານ​ນັ້ນ​ນໍາ ​ໃນ​ຂະນະ​ທີ່​ທ່ານ​ເປັນ​ປະທານາທິບໍດີ. ຜູ້​ນໍາທີ່​ຖືກ​ໂຄ່ນ​ລົ້ມທ່ານ​ນີ້ ​ໄດ້​ໄປ​ປະກົດ​ຕົວ​ຢູ່​ໃນ​ສານ​ເມື່ອເດືອນ​ຜ່ານ​ມາ ​ເປັນ ເທື່ອ​ທໍາ​ອິດ​ ​ເພື່ອປະ​ເຊີນ​ກັບ​ຂໍ້​ຫາ​ເຫຼົ່ານັ້ນ.

ຝ່າຍ​ທະຫານ​ອິຈິ​ບ ​ໄດ້​ປົດ​ທ່ານ Morsi ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ເດືອນ​ກໍ​ລະ​ກົດ​ຜ່ານມາ ທ່ານ Hosni Mubarak ຖືກ​ໂຄ່ນ​ລົ້ມ​ໃນ​ການ​ລຸກ​ຮື​ທີ່ ​ໂດ່​ງດັງ​ທີ່​ສຸດ​ຂອງ​ປະ​ເທດ ທີ່​ເລີ່​ມ
ຂຶ້ນ​ໃນ​ເດືອ​ນມັງກອນ ປີ 2011 ນັ້ນ.

ເບິ່ງລາຍງານວີດີໂອ ທໍານາຍສະພາບການຂອງອີຈິບ ໃນປີ 2014:

Egypt’s Forecast for Year Ahead, More Struggles Predicted
please wait

No media source currently available

0:00 0:02:27 0:00
ລິງໂດຍກົງ
XS
SM
MD
LG