ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວຄຣີສຕຽນແລະມູສລິມ ປະທະກັນ ຢູ່ນອກ ເມືອງຫລວງໄຄໂຣ


ເຫດການປະທະກັນລະຫວ່າງຊາວຄຣີສຕຽນ ແລະຊາວມູສລິມ ເມື່ອວັນເສົາວານນີ້ ທີ່ເຂດນອກເມືອງໄຄໂຣ ທີ່ມີຜູ້ເສຍຊີວິດ 10 ຄົນແລະບາດເຈັບອີກ 186 ຄົນ.
ເຫດການປະທະກັນລະຫວ່າງຊາວຄຣີສຕຽນ ແລະຊາວມູສລິມ ເມື່ອວັນເສົາວານນີ້ ທີ່ເຂດນອກເມືອງໄຄໂຣ ທີ່ມີຜູ້ເສຍຊີວິດ 10 ຄົນແລະບາດເຈັບອີກ 186 ຄົນ.

ພວກນາຍທະຫານທີ່ປົກຄອງອີຈິບ ກ່າວ​ໃນວັນອາທິດມື້ນີ້ ວ່າ ພວກເຂົາເຈົ້າມີແຜນການຈະດໍາເນີນຄະດີພວກທີ່ຖືກ ກັກ 190 ຄົນ ທີ່ມີສ່ວນພົວພັນ ກັບເຫດການກໍ່ຄວາມ ຮຸນແຮງລະຫວ່າງ​ກຸ່ມ​ສາສະໜາ ທີ່ຍັງຜົນໃຫ້ ມີຜູ້ເສຍຊີວິດ 10 ຄົນ ໃນເຂດຊານເມືອງແຫ່ງນຶ່ງຂອງນະຄອນຫລວງ ໄຄໂຣຂອງອີຈິບນັ້ນ.

ຄໍາປະກາດດັ່ງກ່າວທີ່ເວົ້າວ່າ ພວກທີ່ຖືກຈັບກຸມທັງຫລາຍ ຈະຖືກດໍາເນີນ ຄະດີ​ໃນ​ສານທະຫານນັ້ນ ແມ່ນມີຂຶ້ນຫລັງ ຈາກກອງປະຊຸມສຸກເສີນຂອງຄະ ນະລັດຖະມົນຕີໃນຕອນ ເຊົ້າວັນອາທິດມື້ນີ້ ເພື່ອປຶກສາຫາລືກ່ຽວ​ກັບເຫດການທີ່ ເກີດຂຶ້ນໃນຕອນກາງເວັນ ແລະ ກາງຄືນຂອງ​ມື້ວານນັ້ນ.

ນາຍົກລັດຖະມົນຕີອີຈິບ ທ່ານ Essam Sharaf ໄດ້ລົບລ້າງການໄປຢ້ຽມຢາມພວກ ປະເທດເຂດອ່າວ ແລະຮຽກປະຊຸມຄະນະລັດຖະມົນຕີດ່ວນ ເພື່ອຮັບມືກັບເຫດການ ປະທະກັນລະຫວ່າງຊາວຄຣີສຕຽນ ແລະຊາວມູສລິມ ເມື່ອວັນເສົາວານນີ້ ທີ່ໜັງສືພິມ​ແຫ່ງລັດຂອງອີຈິບ MENA ລາຍງານວ່າ ນອກຈາກມີຜູ້ເສຍຊີວິດ 10 ຄົນແລ້ວຍັງມີຜູ້ ໄດ້ຮັບບາດເຈັບອີກ 186 ຄົນ.

ພວກເຫັນເຫດການກ່າວວ່າ ພວກຊາວມູສລິມ ໄດ້ລວມກັນຢູ່ທີ່ໂບດ Coptic ໃນການ ຕອບໂຕ້ຕໍ່ຂ່າວລືທີ່ວ່າ ແມ່ຍິງຊາວຄຣີສຕຽນຄົນນຶ່ງໄດ້ຖືກ ກັກຕົວໄວ້ຢູ່ທີ່ໂບດແຫ່ງນັ້ນ ເພື່ອປ້ອງກັນບໍ່ໃຫ້ຜູ້ກ່ຽວປ່ຽນມານັບຖືສາສະ ໜາອີສລາມ. ຂ່າວລາຍງານອື່ນໆເວົ້າວ່າ ພວກປະທ້ວງເຊື່ອວ່າ ແມ່ຍິງຄຣີສຕຽນຄົນດັ່ງກ່າວນັ້ນໄດ້ປ່ຽນເປັນມຸສລິ​ມໄປແລ້ວ ແຕ່ ກໍຖືກຂັດຂວາງບໍ່ໃຫ້ແຕ່ງງານກັບຊາຍຊາວມູສລິມ.

ລາຍງານເວົ້າວ່າ ພວກປະທ້ວງໄດ້ເລີ່ມຂວ່າງລະເບີດໄຟ ແລະກ້ອນຫິນ ສົ່ງ​ຜົນ​ໃຫ້ຕຶກ ບາງແຫ່ງທີ່ຢູ່​ໃກ້ຄຽງນັ້ນ ລຸກໄໝ້ເປັນໄຟ. ພວກກໍາລັງຮັກສາຄວາມປອດໄພ ທີ່ຖືກສົ່ງໄປຍັງ ບ່ອນເກີດເຫດໄດ້ຍິງປືນຂຶ້ນຟ້າ ແລະໃຊ້ລະເບີດ ນໍ້າຕາເພື່ອແຍກສອງກຸ່ມອອກຈາກກັນ

ຄວາມສໍາພັນຂອງການນັບສືສາສະໜາທີ່ແຕກຕ່າງກັນນັ້ນແມ່ນເປັນຕົ້ນຕໍ ຂອງການເກີດ ຄວາມເຄັ່ງຕຶງໃນນະຄອນຫລວງໄຄໂຣ ບ່ອນທີ່ຊາວຄຣີສຕຽນປະກອບເປັນ 10 ເປີເຊັນ ຂອງປະຊາຊົນ 80 ລ້ານຄົນຂອງອີຈິບນັ້ນ.

XS
SM
MD
LG