ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງ ໄດ້ສັງຫາ ຕຳຫຼວດ 13 ຄົນ ຢູ່ດ່ານກວດ ແຫ່ງໜຶ່ງ ໃນແຫຼມ Sinai ຂອງອີຈິບ


ແຜນທີ່ປະເທດອີຈິບ ສະແດງໃຫ້ເຫັນ ເມືອງ El-Aris ຢູ່ໃນແຫຼມ Sinai
ແຜນທີ່ປະເທດອີຈິບ ສະແດງໃຫ້ເຫັນ ເມືອງ El-Aris ຢູ່ໃນແຫຼມ Sinai

ທາງການຂອງອີຈິບ ກ່າວວ່າ ພວກຫົວຮຸນແຮງອິສລາມ ໄດ້
ສັງຫານ ຕຳຫຼວດ ຢ່າງນ້ອຍ 13 ຄົນ ໃນວັນເສົາວານນີ້ ໃນ
ການໂຈມຕີ ດ່ານກວດແຫ່ງນຶ່ງ ຢູ່ໃນແຫຼມ Sinai ຂອງອີຈິບ.

ກະຊວງພາຍໃນຂອງອີຈິບ ກ່າວວ່າ ລູກປືນຄົກລູກນຶ່ງຕົກໃສ່
ດ່ານກວດດັ່ງກ່າວ ທີ່ຕັ້ງຢູ່ ໃກ້ກັບເມືອງຫຼວງ El-Arish ຂອງ
ແຂວງ ຢູ່ທາງພາກເໜືອຂອງແຫຼມ Sinai.

ກຸ່ມຫົວຮຸນແຮງລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ
ສຳລັບການໂຈມຕີນັ້ນ ແຕ່ໄດ້ກ່າວວ່າ ຕົນໄດ້ສົ່ງມືລະເບີດສະຫຼະຊີບຄົນນຶ່ງ ຜູ້ທີ່ໄດ້
ລະເບີດລົດ ທີ່ບັນຈຸດ້ວຍວັດຖຸລະເບີດ ເຂົ້າໄປ.

ພວກຫົວຮຸນແຮງ ກໍໄດ້ອ້າງເອົາຄວາມຮັບຜິດຊອບ ເມື່ອເດືອນມັງກອນ ສຳລັບ ການ
ໂຈມຕີ ທີ່ຄ້າຍຄືກັນນັ້ນ ໃນໃຈກາງເມືອງ El-Arish ທີ່ໄດ້ສັງຫານຕຳຫຼວດ ຢ່າງນ້ອຍ
5 ຄົນ ເຊັ່ນກັນ.

ແຫຼມ Sinai ໄດ້ປະສົບກັບການກໍ່ການຮ້າຍ ໃນລະດັບຕ່ຳ ເປັນເວລາຫຼາຍປີຜ່ານມາ
ຊຶ່ງໄດ້ທະວີຂຶ້ນ ໃນປີ 2013 ຫຼັງຈາກມີການປະທ້ວງຢ່າງໃຫຍ່ ໃນນະຄອນຫຼວງໄຄໂຣ
ແລະ ແຫ່ງອື່ນໆ ໃນປະເທດ ທີ່ໄດ້ພາໃຫ້ທະຫານໂຄ່ນລົ້ມ ປະທານາທິບໍດີ Mohammed
Morsi ທີ່ນັບຖືອິສລາມ.

ໃນການໂຈມຕີທີ່ຮ້າຍແຮງສຸດ ພວກຫົວຮຸນແຮງໄດ້ຍິງ ເຮືອບິນໂດຍສານຂອງຣັດເຊຍ
ຕົກ ໃນແຫຼມ Sinai ເມື່ອເດືອນຕຸລາ ປີກາຍນີ້ ທີ່ໄດ້ສັງຫານ 224 ຄົນ. ພວກທີ່ກ່ຽວພັນ
ກັບລັດອິສລາມ ທີ່ມີຖານຕັ້ງຢູ່ໃນແຫຼມ Sinai ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ
ການໂຈມຕີນີ້.

XS
SM
MD
LG