ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາຍການບິນນາໆຊາດ ​ເລີ້ມຫ້າມ ​ຫີບ​ເຄຶ່ອງທີ່ຖືກ ກວດກາແລ້ວ ຈຳນວນນຶ່ງ ຈາກນະຄອນໄຄໂຣ


Egypt Russia Plane
please wait
Embed

No media source currently available

0:00 0:01:34 0:00

ເຮືອບິນຣັດເຊຍ

ສາຍ​ການບິ​ນນາໆ​ຊາດ ​ເລີ້ມຫ້າມ ​ຫີບ​ເຄຶ່ອງທີ່ຖືກກວດກາແລ້ວ ຈຳນວນ​ໜຶ່ງ​ຂອງ​ສາຍ​ການບິນ ອອກ​ຈາ​ກນະຄອນ​ໄຄ​ໂຣ ​ໃນ​ວັນ​ສຸກ​ມື້​ນີ້ ​ຫລັງ​ຈາກບັນດາ​ຜູ້ນຳ​ໂລກ​ຈຳນວນໜຶ່ງ​ໄດ້​ສະ​ເໜີ​ວ່າ ລະ​ເບີດ​ອາດເປັນສິ່ງທີ່ພາ​ເຮັດ​ໃຫ້ເຮືອບິນຣັດ​ເຊຍຕົກລຳນີ້ ຕົກຢູ່​ປະ​ເທດ​ອີ​ຈິບ​ອາທິດ​ແລ້ວ​ນີ້.

ອັງກິດ​ກ່າວ​ວ່າ ຕົນ​ຈະ​ເລີ້ມ​ນຳ​ເອົາ​ບັນດາ​ນັກ​ ​ທ່ອງ​ທ່ຽວ​ອັງກິດ ທີ່​ຕິດ​ຄ້າງ​ອອກ​ຈາກ​ເມືອງ Sharm el-Sheikh ​ໃນວັນ​ສຸກ​ມື້​ນີ້ ຫລັງ​ຈາກ​ມາດ​ຈະ​ການ​ຄວາມ​ປອດ​ໄພ​ໃໝ່​ໄດ້​ອອກ​ນຳ​ໃຊ້ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ຢູ່​ໃນ​ອີ​ຈິບ ຮວມທັງ​ການ​ແຍກ ຂົນ​ສົ່ງ​ຫີບ​ຜູ້​ໂດຍສານບັນຈຸ​ໃສ່​ເຮືອບິນ​ລຳ​ໃໝ່.

ນາຍົກລັດຖະມົນຕີີອັງກິດ ທ່ານ Cameron ​ໄດ້​ພົບ​ປະ​ໃນ​ວັນ​ພະ​ຫັດ​ວານ​ນີ້ ​ທີ່​ນະຄອນຫລວງ London ກັບ ປະທານ​ນາ​ທິບໍດີ ອີ​ຈິບ ທ່ານ Abdel Fattah el-Sisi ​ພ້ອມ​ດ້ວຍ​ຊາວ​ຣັດ​ເຊຍ ກ່າວ​ວ່າ ຫລັກຖານໃດໆ​ທີ່​ກວ່າ​ມີ ​ການວາງ​ລະ​ເບີດ​ຢູ່​ໃນ​ເຮືອບິນ​ນັ້ນ ບໍ່​ໄດ້ມີຫຍັງຫຼາຍໄປກວ່າການ​ຊາ​ລື.

“ພວກ​ເຮົາ​ບໍ່​ຮູ້​ເປັນ​ທີ່​ແນ່ນອນ​ວ່າ ​ແມ່ນ​ລະ​ເບີດ​ຂອງ​ພວກ​ກໍ່​ການ​ຮ້າຍ ຊຶ່ງຍັງ​ມີ​ການ​ສືບສວນເກີດ​ຂຶ້ນ​ຢູ່​ອີ​ຈິບ. ພວກ​ເຮົາ​ຈຳເປັນທີ່ຈະ​ເຫັນ​ຜົນຂອງການ​ສືບສວນ​ດັ່ງ​ກ່າວ. ​ເຫດ​ຜົນ​ທີ່​ພວກ​ເຮົາ​ໄດ້ປະຕິບັດ​ກ່ອນ​ໜ້າ​ນັ້ນ ກໍ​ເພາະວ່າ ການ​ສື​ບລັບ ​ແລະລາຍ​ລະອຽດ​ທີ່​ພວກ​ເຮົາ​ມີ ​ໄດ້​ເຮັດ​ໃຫ້​ເຮົາ​ມີ​ຄວາ​ມ​ເປັນ​ຫ່ວງວ່າ ມັນ​ອາດ​ເປັນ​ໄປຫລາຍ​ກວ່າ ທີ່​ວ່າ ​ບໍ່​ແມ່ນ​ ນັ້ນຄື​ແມ່ນ​ລະ​ເບີດ​ຂອງ​ພວກ​ກໍ່​ການ​ຮ້າຍ.”

​ໃນ​ວັນ​ພະຫັດວານນີ້ ປະທານາທິບໍດີ Barack Obama ກ່າວ​ວ່າ “ອາດ​ເປັນ​ໄປ​ໄດ້” ​ທີ່​ລະ​ເບີດ​ໄດ້ທຳລາຍ​ເຮືອບິນ​ຣັດ​ເຊຍ ​ແຕ່ທ່ານ​ໄດ້​ກ່າວ​ເພີ້​ມວ່າ ການ​ສືບສວນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ.

ລັດ​ອິສລາມ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິ​ບຊອບ ​ໃນ​ການ​ໂຈມຕີ​ເຮືອບິ​ນ. ພວກ​ຫົວ​ຮຸນ​ແຮງ​ຍັງ​ບໍ່​ທັນ​ໄດ້​ໃຫ້​ຫລັກ​ຖານໃດໆ​ໜຸນ​ຫລັງເອົາການ​ອ້າງ​ອີງ ດັ່ງກ່າວ.

ບັນດາ​ນັກ​ທ່ອງ​ທ່ຽວ​ຈຳນວນ​ໜຶ່ງ​ພາກັນ​ເສຍ​ໃຈ​ທີ່ ອຸບັດ​ເຫດ​ເຮືອບິ​ນ​ໄດ້​ທຳລາຍ​ຊື່​ສຽງຂອງສະຖານທີ່​ຕາກ​ອາກາດນີ້.

ກ່ຽວຂ້ອງກັນ

XS
SM
MD
LG