ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ອີຈິບ ກ່າວວ່າ ເຮືອບິນໂດຍສານ ຣັດເຊຍ ທີ່ບັນທຸກ​ 224 ຄົນ ຕົກຢູ່ ເຂດໄຊນາຍ


People gather at the airline information desk at of Russian airline Kogalymavia’s desk at Pulkovo airport in St.Petersburg, Russia, Oct. 31, 2015,

ນາຍົກລັດຖະມົນຕີ​ອີ​ຈິບ ທ່ານ Sharif Ismail ​ໄດ້​ໃຫ້ການ​ຢືນ
ຢັນ ​ກ່ຽວ​ກັບ ​ອຸບັດຕິ​ເຫດ ​ເຮືອບິນ​ໂດຍສານ​ຣັດ​ເຊຍ​ຕົກ ພ້ອມ
​ດ້ວຍ​ຜູ້ໂດຍສານ ​ແລະ​ພະນັກງານ 224 ຄົນ ທີ່​ເດີນທາງ​ໄປ​ນຳ​
ເຮືອບິນລຳນີ້ ບໍ່​ຮອດ​ເຄິ່ງຊົ່ວ​ໂມງ ລຸນ​ຫຼັງທີ່ເຮືອບິນລຳນີ້​ບິນ​ຂຶ້ນ
ຈາກ​ເມືອງ​ຕາກອາກາດ Sharm El-Sheikh ຂອງ​ອີ​ຈິບ.

​ເຈົ້າໜ້າ​ທີ່​ອີຈິບ​ກ່າວ​ວ່າ ຖ້ຽວ​ບິນ​ 9268​ ຂອງ​ສາຍ​ການບິນ Ko-
galymavia ທີ່​ເປັນ​ເຮືອບິນ​ ແອ​ບັສ ເອ-321​ ​ຊຶ່ງເປັນ​ຖ້ຽວ​ບິນ
​ຮັບ​ເໝົາ ທີ່​ບັນທຸກ​ຜູ້​ໂດຍສານ ​217​ ຄົນ ຮວມທັງ​ເດັກນ້ອຍ 17​
ຄົນພ້ອມ​ທັງ​ພະນັກງານ​ປະຈຳ​ເຮືອບິ​ນອີກ 7 ຄົນ. ຍັງ​ບໍ່​ທັນ​ເປັນ
​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ຜູ້​ລອດ​ຊີວິດ​ມາ​ໄດ້​ຫລື​ບໍ່.

ທຳນຽບຂອງ​ນາຍົກລັດຖະມົນຕີກ່າວວ່າ ທ່ານ​ມີ​ແຜນ​ທີ່​ຈະ​ຈັດ​ກອງ​ປະຊຸມ​ສຸກ​ເສີນ​ຄະນະ
​ລັດຖະບານ ​ແລະ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ ​ໃນ​ຂະນະ​ທີ່​ກະຊວງ​ການ​ຕ່າງປະ​ເທດ​
ຣັດ​ເຊຍ​ ກ່າວ​ຜ່ານ​ທາງ​ເຟສບຸກ ຂອງ​ຕົນ​ວ່າ ຕົນ​ກຳລັງ​ຕິດຕາມ​ເບິ່ງ​ສະຖານະ​ການ​ ຢ່າງ​
ໃກ້ຊິດ.

ເມືອງ Taba ໃນເຂດໄຊນາຍ ຂອງອີຈິບ
ເມືອງ Taba ໃນເຂດໄຊນາຍ ຂອງອີຈິບ

ເຮືອບິນ​ໂດຍສານ​ລຳ​ນີ້ ພວມ​ເດີນທາງ​ໄປ​ຍັງ​ນຍະ​ຄອນ St. Petersburg ຂອງຣັດ​ເຊຍ.​ ​ເຮືອບິນ​ລຳ​ນີ້ໄດ້​ບິນ​ຂຶ້ນຈາກ​ສະໜາມ​ບິນ​ໃນ​ເວລາ 5 ​ໂມງ​ 51 ນາທີໃນ​ຕອນ​ເຊົ້າວັນ​ເສົາ
​ມື້ນີ້ ຕາມ​ເວລາ​ທ້ອງ​ຖິ່ນແລະ​ມີ​ລາຍ​ງານ​ວ່າ​ໄດ້​ສູນ​ເສຍ​ການຕິດ​ຕໍ່​ກັບ​ຫໍ​ຄວບ​ຄຸມ​ການບິນ
ບໍ່​ຮອດ​ເຄິ່ງຊົ່ວ​ໂມງ​ຕໍ່​ມາ.​ ລາຍ​ງານ​ທີ່​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຢືນຢັນ​ບາງ​ກະ​ແສ​ແຈ້ງວ່າ ນັກ
​ບິນ​ໄດ້​ວິທະຍຸແຈ້ງ​ໃຫ້​ຊາບ​ວ່າ ​ໄດ້​ເກີດ ຄວາມ​ວຸ້ນວາຍ​ບາງ​ຢ່າງ​ຂຶ້ນຢູ່​ໃນ​ເຮືອບິ​ນ.

ສາ​ເຫດ​ທີ່​ພາ​ໃຫ້​ເຮືອບິນ​ຕົກ​ຍັງ​ບໍ່ທັນ​ຮູ້ຈັກ​ເທື່ອ​ແຕ່​ເຈົ້າໜ້າ​ທີ່​ກ່າວ​ວ່າ ມັນ​ບໍ່​ໄດ້ຖືກ​ຍິງ​ຕົກ.

ໜັງສືພິມ All-Ahram ຂອງ​ທາງ​ການ​ອີ​ຈິບ ​ລາຍ​ງານ​ວ່າ ມີ​ລົດ​ໂຮງໝໍ​ ຢ່າງ​ນ້ອຍ 15 ຄັນ​
ກຳລັງ​ມຸ່ງ​ໜ້າ​ໄປ​ຍັງ​ເມື​ອງ Al-Hassana ​ໃນ​ເຂດ​ທະ​ເລ​ຊາຍ​ໄຊ​ນາຍ ​ແລະ​ໄດ້ມີ​ການ​ປະ
ກາດ​ພາວະ​ສຸກ​ເສີນ​ຢູ່​ທີ່​ນັ້ນ.

XS
SM
MD
LG