ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບສ້ອມແປງຖະໜົນຢູ່​ເຂດ​ຊາຍ​ແດນກາຊາ ກ່ອນນຳສົ່ງການຊ່ວຍເຫລືອ


ການຊ່ວຍເຫລືອດ້ານມະນຸດສະທຳ ບໍລິຈາກໂດຍອົງການສະຫະປະຊາຊາດ ກຳລັງນຳເຂົ້າເຮືອບິນກອງທັບອາກາດ C-130H-30 ຂອງສະຫະລັດອາຣັບອະເມເຣັດ ວັນທີ 19 ຕຸລາ 2023
ການຊ່ວຍເຫລືອດ້ານມະນຸດສະທຳ ບໍລິຈາກໂດຍອົງການສະຫະປະຊາຊາດ ກຳລັງນຳເຂົ້າເຮືອບິນກອງທັບອາກາດ C-130H-30 ຂອງສະຫະລັດອາຣັບອະເມເຣັດ ວັນທີ 19 ຕຸລາ 2023

ເຄື່ອງຈັກເພື່ອສ້ອມແປງຖະໜົນຫົນທາງໄດ້ສົ່ງຜ່ານຂ້າມຊາຍແດນຣາຟາ ຈາກ ອີຈິບ ເຂົ້າສູ່ແຫລມກາຊາ ໃນການກະກຽມນຳສົ່ງການຊ່ວຍເຫລືອຈຳນວນນຶ່ງທີ່​ຖືກ​ເກັບ​ໄວ້ຢູ່ໃນແຫລມຊາຍນາຍຂອງອີຈິບ ສອງແຫລ່ງຂ່າວດ້ານ​ການຮັກສາ ຄວາມປອດໄພໄດ້ກ່າວໃນວັນພະຫັດມື້ີນີ້.

ຊາຍ​ແດນຣາຟາ ແມ່ນບ່ອນຂ້າມແຫ່ງດຽວທີ່ບໍ່ຄວບຄຸມໂດຍ ອິສຣາແອລ ແຕ່ ບໍ່ໄດ້ໃຊ້ມານັບແຕ່ມີື້ທຳອິດຂອງຄວາມຂັດແຍ້ງໃນເຂດກາຊາ ຫລັງຈາກ ອິສຣາແອລ ໄດ້ຖີ້ມລະເບີດໃສ່ຊາຍແດນຟາກ ປາແລັສໄຕນ໌.

ສະຫະລັດ ແລະອິີຈິບໄດ້ທຳ​ການຜັກ​ດັນ​ສຳ​ລັບການ​ເຮັດຂໍ້ຕົກລົງກັບ ອິສຣາແອລ ເພື່ອໃຫ້ການຊ່ວຍ ເຫລືອຖືກ​ນຳ​ສົ່ງເຂົ້າໄປ​ເຂດກາຊາ ແລະທຳນຽບ ຂາວກ່າວໃນວັນພຸດວານນີ້ວ່າ ເຂົາ​ເຈົ້າໄດ້ຕົກລົງໃຫ້ລົດບັນທຸກເຖິງ 20 ຄັນ ຜ່ານເຂົ້​ໄປດ້ວຍຄວາມຫວັງວ່າຈະເພີິ້ມລົດບັນທຸກຂຶ້ນຕື່ມຕາມຫລັງ.

ຜູ້​ອາ​ໄສ​ຢູ່​ໃນ​ເຂດກາຊາ 2 ລ້ານ 3 ແສນຄົນສ່ວນຫຼາຍ ໄດ້ອາໄສການຊ່ວຍ ເຫລືອກ່ອນຄວາມຂັດແຍ້ງໃນປັດຈຸບັນທີ່ໄດ້ເລີ້ມເກີດຂຶ້ນໃນວັນທີ 7 ຕຸລາ. ລົດ​ບັນ​ທຸກປະມານ 100 ຄັນໃນແຕ່ລະວັນໄດ້ໃຫ້ການຊ່ວຍເຫລືອບັນເທົາທຸກດ້ານ ມະນຸດສະທຳໃຫ້​ແກ່​ເຂດ​ແດນ​ທີ່​ຖືກ​ປິດ​ລ້ອມ​ນັ້ນ, ອີງຕາມອົງການສະຫະປະຊາຊາດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG