ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຜູ້ລົງປະຊາມະຕິ ໃນອີຈິບ ຮັບຮອງ​ເອົາ ລັດຖະທໍາ​ມະນູ​ນ ສະບັບ​ໃໝ່​ (ວີດິໂອ)


ຄະນະກໍາມະການນັບ ບັດລົງປະຊາມະຕິ ຂອງອີຈິບ.
ຄະນະກໍາມະການນັບ ບັດລົງປະຊາມະຕິ ຂອງອີຈິບ.
ພັກ​ພະລາດອນພາບ​ມຸສລິ​ມ​ແຫ່ງສາສະໜາ​ອີສລາມ​ຂອງ​ອີ​ຈິ​ບ​
ເວົ້າ​ວ່າ ພວກ​ປ່ອນ​ບັດ​ເລືອກ​ຕັ້ງ​ໄດ້​ຮັບຮອງ​ເອົາລັດຖະທໍາ​ມະ
ນູ​ນສະບັບ​ໃໝ່​ທີ່​ເປັນ​ຂໍ້​ໂຕ້​ແຍ້​ງກັນ​ນັ້ນ.

ພັກພະລາດອນພາບ​ມຸສລິ​ມ ​ເວົ້າ​ວ່າປະມານ 64 ​ເປີ​ເຊັນ​ ຂອງ​ພວກ​ປ່ອນ​ບັດ ​ໄດ້​ລົງ​ຄະ​ແນນສຽງ​ເຫັນ​ພ້ອມ​ກັບ​ກົດ​ບັດ​ດັ່ງກ່າວ ໃນ​ການ​ປ່ອນ​ບັດ​ສອງ ຮອບນັ້ນ. ຮອບ​ທໍາ​ອິດ​ໄດ້​ຈັດ​ຂຶ້ນ​ໃນວັນ​ທີ 15 ທັນວາ ​ແລະ​ຮອບ​ທີ່​ສອງ​ແມ່ນ​ຈັດ​ຂຶ້ນ​ເມື່ອ​ວັນ​ເສົາ​ວານ​ນີ້ ຕາມ​ລາຍ​ງານ​ນັ້ນ​ ຈໍານວນ​ພວກ​ອອກ​ໄປ​ປ່ອນ​ບັດ ມີ​ພຽງ​ປະມານ 32 ​ເປີ​ເຊັນ​ເທົ່າ​ນັ້ນ.

ຖ້າ​ຫາກ​ຜົນ​ອອກ​ມາ​ໃນ​ເບື້ອງ​ຕົ້ນ​ ​ໄດ້​ຮັບ​ການ​ຢືນຢັນ​ໃນ​ອີກ​ບໍ່​ເທົ່າ​ໃດ​ມື້​ຕໍ່ໜ້າ​ນີ້​ ການ​ເລືອກ​ຕັ້ງເອົາ​ສະມາຊິກ​ສະພາ​ກໍຈະ​ຈັດ​ຂຶ້ນ​ໃນ​ອີກ​ສອງ​ເດືອນ ຕໍ່ໜ້າ.

ພັກພະລາດອນພາບ​ມຸສລິ​ມ ອະດີດ​ພັກ​ຂອງ​ປະທານາທິບໍດີ​ອີ​ຈິບ ທ່ານ Mohamed Morsi ສະ​ໜັບສະ​ໜຸນ​ລັດຖະທໍາ​ມະນູນ​ສະບັບ​ໃໝ່ ​ແຕ່​ວ່າ ​ຝ່າຍ​ຄ້ານ​ທີ່ປະກອບ​ດ້ວຍ​ພວກ​ຫົວ​ເສລີ​ນິຍົມ ພວກ​ນິຍົມ​ທາງ​ໂລກ ​ແລະ​ພວກ​ຄຣີສຕຽນນັ້ນ ຢ້ານວ່າ ມັນ​ຈະ​ທໍາ ລາຍ​ອິດສະຫຼະພາບ​ພົນລະ​ເ​ຮື​ອນ ຍ້ອນ​ວ່າ​ມັນເພີ່ມ​ບົດບາດໃຫ້ກົດໝາຍ​ອິສລາມຕື່ມ ​ແລະ​ກໍ​ບໍ່​ໄດ້​ເອີ່ຍ​ເຖິງ​ສິດທິ
ຂອງແມ່ຍິງ​ແຕ່​ຢ່າງ​ໃດ​ເລີຍ.

ຄະນະ​ກໍາມະການນຶ່ງ​ທີ່​ປະກອບ​ດ້ວຍ​ພວກ​ນັບຖື​ສາສະໜາ​ອິສລາມເປັນສ່ວນ​ໃຫຍ່​ໄດ້​ຮັບ​ຜ່ານຮ່າງ​ລັດ​ຖະທໍາ​ມະນູນສະບັບ​ນີ້ ​ເມື່ອ​ເດືອນ​ຜ່ານ​ມາ ຫຼັງຈາກ​ສະມາຊິກຫົວ​ເສລີ​ນິຍົມ​ແລະ​ຄຣີສຕຽນ​ຂອງ​ຝ່າຍ​ຄ້ານ ພາກັນ​ຍ່າງ​ອອກ​ກອງ​ປະຊຸມ ​ແລະ​ຈົ່ມ​ທຸກ​ວ່າ ຄະນະ​ກໍາມະການ​ບໍ່​ຮັບ​ຟັງທັດສະນະ​ຂອງພວກ​ເຂົາ​ເຈົ້າ.

ມີ​ລາຍ​ງານ​ວ່າ ເມື່ອ​ຕອນ​ແລງ​ວັນ​ເສົາ​ວານ​ນີ້ ທ່ານ Morsi ​ໄດ້​ປະກາດລາຍ​ຊື່​ຂອງ​ສະມາ ຊິກ​ໃໝ່ຈໍານວນ 90 ຄົນ ທີ່​ທ່ານ​ໄດ້​ແຕ່ງ​ຕັ້ງ​ໃຫ້ເຂົ້າ​ກໍາ​ບ່ອນ​ນັ່ງ​ໃນສະພາ​ສູງ. ລາຍ​ຊື່​ດັ່ງ ກ່າວ​ແມ່ນ​ລວມ​ເອົາ​ພວກ​ຫົວ​ເສລີ​ນິຍົມ ​ແລະພວກ​ອື່ນໆ​ທີ່​ບໍ່​ນັບຖື​ສາສະໜາອິສລາມ​ເຂົ້າ ນໍາ​ ເພື່ອ​ເປັນ​ຊ່ອງ​ທາງ​ໃຫ້​ມີ​ການສືບ​ຕໍ່​ການ​ໂອ້​ລົມ​ສົນທະນາ​ ໃນ​ລະຫວ່າງ​ກຸ່ມ​ຕ່າງໆນັ້ນ.

ມີການ​ປະ​ທ້ວງທີ່ຮຸນ​ແຮງ ​ແລະ​ການ​ປະ​ທະ​ກັນຫຼາຍບັ້ນ ​ກ່ອນ​ການລົງ​ປະຊາ​ມະຕິ ທີ່​ຍັງ​ຜົນ​ໃຫ້​ມີ​ຜູ້​ເສຍ​ຊີວິດຫຼາຍຄົນ ​ແລະຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ນະຄອນຫຼວງ​ໄຄ​ໂຣ ​ເມື່ອ​ຕົ້ນ​ເດືອນ​ນີ້.

Egypt_Referendum_WEB_CQ-FCPImportProResP1-fixed-x264-Platform_YTHDFull
please wait

No media source currently available

0:00 0:01:40 0:00
ລິງໂດຍກົງ
XS
SM
MD
LG