ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມເຄັ່ງຕຶງ ໃນອີຈິບ ສົ່ງຜົນກະທົບ ໄປທົ່ວ (ສະໄລດ໌)


ຊາວມຸສລິມຢູ່ອິນໂດເນເຊຍເດີນຂະບວນຢູ່ນະຄອນ Jakarta ຂອງອິນໂດເນເຊຍ, ໃນວັນສຸກ ທີ 16 ສິງຫາ 2013 ເພື່ອຮຽກຮ້ອງ ໃຫ້ຍຸດຕິການໃຊ້ຄວາມຮຸນແຮງ ຕໍ່ພວກ​ສະໜັບສະໜູນປະທານາທິບໍດີ
ທີ່​ຖືກ​​ໂຄ່ນ​ລົ້ມ ທ່ານ Mohammed Morsi ໃນອີຈິບ, (VOA/Fatiyah).
ຊາວມຸສລິມຢູ່ອິນໂດເນເຊຍເດີນຂະບວນຢູ່ນະຄອນ Jakarta ຂອງອິນໂດເນເຊຍ, ໃນວັນສຸກ ທີ 16 ສິງຫາ 2013 ເພື່ອຮຽກຮ້ອງ ໃຫ້ຍຸດຕິການໃຊ້ຄວາມຮຸນແຮງ ຕໍ່ພວກ​ສະໜັບສະໜູນປະທານາທິບໍດີ ທີ່​ຖືກ​​ໂຄ່ນ​ລົ້ມ ທ່ານ Mohammed Morsi ໃນອີຈິບ, (VOA/Fatiyah).
ຄວາມເຄັ່ງຕຶງ ທີ່ນັບມື້ນັບຮ້າຍແຮງຂຶ້ນ ລະຫວ່າງລັດຖະ
ບານຊົ່ວຄາວ ແລະພວກ​ສະໜັບສະໜູນປະທານາທິບໍດີ
ທີ່​ຖືກໂຄ່ນ​ລົ້ມ ທ່ານ Mohammed Morsi ນັ້ນ ກໍາລັງມີ
ຜົນກະທົບຕໍ່ບັນດາປະເທດເພື່ອນບ້ານ ແລະກາຍຂົງເຂດ
ນັ້ນໄປອີກ.

ລະເບີດລູກນຶ່ງໄດ້ແຕກຂຶ້ນຢູ່ນອກສະຖານກົງສຸນອີຈິບ
ຢູ່ເມືອງ Benghazi ທາງພາກຕາ ເວັນອອກຂອງລີເບຍ
ໃນວັນເສົາວານນີ້ ຊຶ່ງໄດ້ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່ຝາ
ຂ້າງນອກ ຂອງຕຶກກົງສຸນ ແລະລົດລາທີ່ຈອດຢູ່ໃກ້ໆ.

ພວກສືບສວນສອບສວນເວົ້າວ່າ ຍັງບໍ່ມີໃຜອ້າງເອົາຄວາມຮັບຜິດຊອບໃນທັນທີທັນໃດ ຕໍ່ການໂຈມຕີດັ່ງກ່າວເທື່ອ.

ໃນຂະນະດຽວກັນ ພວກນັບຖືສາສະໜາອິສລາມຫົວ​ເຄ່ງ​ຄັດ ແລະພວກ​ເດີນ​ຂະ​ບວນໄດ້ ພາກັນໂຮມຊຸມນຸມຢູ່ບ່ອນອື່ນອີກໃນຂົງເຂດ ເພື່ອປະທ້ວງຕໍ່ການທັບມ້າງຂອງລັດຖະບານ ອີຈິບຕໍ່ພວກພົນລະເຮືອນ.

ຊາວອາຣັບຫລາຍພັນຄົນຢູ່ອິສຣາແອລ ພາກັນໂບກທຸງຊາດອີຈິບ ແລະຮູບຂອງທ່ານ Morsi ໃນວັນເສົາວານນີ້ ໃນຂະນະທີ່ພາກັນຍ່າງໄປທົ່ວເມືອງ Nazarath ຢູ່ທາງພາກ ເໜືອຂອງປະເທດ.

ຫລາຍຮ້ອຍຄົນພາກັນໄປເຕົ້າໂຮມກັນຢູ່ນອກສະຖານທູດອີຈິບ ໃນນະຄອນຫລວງ Tunis ຂອງ​ປະ​ເທດ Tunisia ໃນວັນສຸກຜ່ານມາ ​ແລະ​ສົ່ງ​ສຽງປະນາມການທັບມ້າງດັ່ງກ່າວ.

ນອກນັ້ນ ມີອີກຫລາຍພັນຄົນໄປໂຮມຊຸມນຸມ​ຢູ່ນະຄອນຫລວງ Ankara ແລະນະຄອນ Istanbul ຂອງເທີກີ ​ເພື່ອສະແດງເຖິງຄວາມເປັນນໍ້ານຶ່ງໃຈດຽວກັນກັບພວກປະທ້ວງ​ໃນ ອີຈິບ.

ພ້ອມກັນນັ້ນ ຊາວມຸສລິມກຸ່ມໃຫຍ່ຫລາຍໆກຸ່ມກໍພາກັນໂຮມຊຸມນຸມຢູ່ທີ່ອິນໂດເນເຊຍ ແລະມາເລເຊຍ ຮຽກຮ້ອງໃຫ້ລັດຖະບານອີຈິບຍັບ​ຍັ້ງ​ຈາກການໃຊ້ກໍາລັງຕໍ່ພວກປະທ້ວງ.

ເບິ່ງພາບສະໄລດ໌ ກ່ຽວກັບຂ່າວນີ້:

XS
SM
MD
LG