ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕ່າງປະເທດ ສະແດງປະຕິກິລິຍາ ກ່ຽວກັບອີຈິບ


Residents and medics transport a Syrian Army soldier, wounded in what they said was a chemical weapon attack near Aleppo, March 19, 2013.
Residents and medics transport a Syrian Army soldier, wounded in what they said was a chemical weapon attack near Aleppo, March 19, 2013.

ສະຫະລັດ​ແລະ​ເທີ​ກີ ກ່າວ​ວ່າ ພວກ​ຕົນ​ຈະ​ເລີ້ມ​ອົບ​ພະ
ຍົບປະຊາຊົນ​ຂອງ​ຕົນ​ອອກຈາກ​ອີຈິບ ບ່ອນທີ່​ການ​ປະ
ທ້ວງ​ຕໍ່ຕ້ານ​ລັດຖະບານ​ໄດ້​ເອົາ ຊີວິດ​ປະຊາຊົນ​ໄປ​ແລ້ວ​
ຫລາຍ​ກວ່າ 100 ຄົນ ​ນັບ​ແຕ່​ວັນ​ອັງຄານ ສັບປະດາ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ສະຖານທູດ​ສະຫະລັດ​ໃນ​ກຸງ​ໄຄ​ໂຣ ​ແລະ​ອົງການ​ຂ່າວ Anatolia ​ແຫ່ງ​ລັດ​ຂອງ​ເທີ​ກີ ​ໄດ້​ປະກາດ​ຂ່າວ​ນີ້​ໃຫ້​ຮູ້​ໃນ​ວັນ​ອາທິດ​ມື້​ນີ້.

ກ່ອນ​ໜ້າ​ນັ້ນ ​ໃນ​ມື້​ນີ້ ສະຫະລັດ​ໄດ້ເເນະ​ນໍາ​ໃຫ້​ປະຊາຊົນ​ຂອງ​ຕົນ​ໃນ​ອີຈິບ ​ໃຫ້​ພາກັນ​ພິຈາລະນາ​ອອກ​ຈາກອີຈິບ​ໃນ​ເວລາອັນໄວທີ່​ສຸດເທົ່າ​ທີ່​ເປັນ​ໄປ​ໄດ້.

ໃນ​ຂະນະ​ດຽວ​ກັນ ທ່ານ​ Benjamin Netanyahu ນາຍົກລັດຖະມຸນຕີອິສຣາ​ແອລ ກ່າວ
ວ່າ ອິສຣາ​ແອລ​ກໍາລັງ​ຕິດຕາມ​ເບິ່ງ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນອີຈິບ​ຢ່າງລະມັດລະວັງ
ແລະວ່າ ຄວາມ​ພະຍາຍາມຂອງ​ປະ​ເທດ​ຂອງ​ທ່ານ​ ແມ່ນ​ເພ່ງ​ເລັງ​ໃສ່​ການ​ຮັກສາ​ສະຖຽນລະ​
ພາບແລະ​ຄວາມໝັ້ນຄົງ​ໃນ​ຂົງ​ເຂດ.

ໃນ​ວັນ​ເສົາ​ວານ​ນີ້ ກະສັດ​ອັບ​ດູ​ນລາ ​ແຫ່ງ Saudi Arabia ​ໄດ້​ຕໍາ​ໜິຕິຕຽນ​ພວກ​ປະ​ທ້ວງ
ແລະ​ໄດ້​ສະ​ແດງ​ການ​ສະໜັບສະໜຸນຕໍ່​ປະທານາ​ທິບໍດີ Hosni Mubarak ​ແຫ່ງ​ອີຈິບ​ນັ້ນ.

XS
SM
MD
LG