ບັນດາຜູ້ນຳຂອງສະຫະລັດ ແລະຝຣັ່ງຮຽກຮ້ອງໃຫ້ອີຈິບ
ທຳການໂອນອໍານາດ ຢ່າງເປັນລະບຽບແລະວ່ອງໄວ ລຸນຫລັງທີ່ປະທານາທິບໍດີ Hosni Mubarak ເວົ້າວ່າ ທ່ານຈະບໍ່ສະມັກເປັນປະທານາທິບໍດີຕື່ມອີກ.
ປະທານາທິບໍດີຝຣັ່ງ ທ່ານ Nicolas Sarkozy ເວົ້າໃນວັນພຸດມື້ນີ້ວ່າ ທ່ານປາດຖະໜາຢາກຈະເຫັນການໂອນອຳນາດດັ່ງກ່າວເກີດຂຶ້ນ “ຢ່າງບໍ່ມີການຊັກຊ້າ” ແລະ “ປາດສະຈາກການໃຊ້ຄວາມຮຸນແຮງ”.
ຄຳເຫັນຂອງທ່ານ Sarkozy ແມ່ນໄດ້ມີຂຶ້ນລຸນຫລັງການ
ຖະແຫຼງການຂອງປະທານາ ທິບໍດີສະຫະລັດທ່ານ Barack
Obama ທີ່ເວົ້າວ່າ ທ່ານໄດ້ກ່າວຕໍ່ທ່ານ Mubarak ວ່າ
ການໂອນອຳນາດຢ່າງເປັນລະບຽບ “ຕ້ອງເປັນໄປຢ່າງສັນຕິ
ວິທີ ແລະເລີ້ມຂຶ້ນດຽວນີ້”.
ຢູ່ໃນຄຳປາໃສຂອງທ່ານທີ່ອອກທາງໂທລະພາບສະຫະລັດໃນແລງວັນອັງຄານວານນີ້ ທ່ານ
Obama ເວົ້າວ່າ ການໂອນອຳນາດຕ້ອງນຳໄປສູ່ການເລືອກຕັ້ງທີ່ເສລີ ແລະຍຸດຕິທຳຢູ່ໃນອີ
ຈິບ ແລະພາໃຫ້ມີລັດຖະບານປະຊາທິປະໄຕທີ່ “ຕອບສະໜອງຕໍ່ຄວາມໄຝ່ຝັນຂອງປະຊາ
ຊົນອີຈິບ.”
ໃນຂະນະທີ່ກ່າວວ່າສະຫະລັດບໍ່ມີບົດບາດອັນໃດໃນການຊີ້ເອົາຜູ້ນຳຂອງອີຈິບ ທ່ານໂອບາມາ ກໍໄດ້ເວົ້າວ່າທ່ານໄດ້ແຈ້ງໃຫ້ທ່ານ Mubarak ຊາບວ່າ ການປ່ຽນແປງຕ້ອງລວມເອົາ “ສຽງທີ່ມາຈາກຫລາຍພັກຝ່າຍໃນຂອບເຂດທີ່ກວ້າງຂວາງຢູ່ໃນບັນດາພັກຝ່າຍຄ້ານຕ່າງໆ.” ທ່ານກ່າວຢໍ້າອີກວ່າ ຜູ້ນຳອີຈິບຮັບຮູ້ວ່າ “ສະພາບທີ່ເປັນຢູ່ໃນປັດຈຸບັນແມ່ນບໍ່ໝັ້ນຄົງ ແລະວ່າການປ່ຽນແປງຕ້ອງໄດ້ມີຂຶ້ນ”