ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຜູ້ນຳຂອງອີຢູຂໍຮ້ອງ ໃຫ້ເປີດເຈລະຈາໃນອີຈິບ


ຫົວໜ້ານະໂຍບາຍດ້ານການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ເດີນທາງໄປຮອດນະຄອນ Brussels ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງອີຢູ (4 ກຸມພາ 2011)
ຫົວໜ້ານະໂຍບາຍດ້ານການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ Catherine Ashton ເດີນທາງໄປຮອດນະຄອນ Brussels ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດຂອງອີຢູ (4 ກຸມພາ 2011)

ພວກຜູ້ນຳຂອງສະຫະພາບຢູໂຣບ ຮຽກຮ້ອງໃຫ້ເລີ້ມເປີດ
ການເຈລາຈາຫາລື ລະຫວ່າງລັດຖະບານອີຈິບ ແລະກຸ່ມ
ຝ່າຍຄ້ານ.

ຫົວໜ້ານະໂຍບາຍການຕ່າງປະເທດ ຂອງສະຫະພາບຢູ
ໂຣບທ່ານນາງ Catherine Ashton ກ່າວວ່າ ມັນເປັນ
ສິ່ງຈຳເປັນທີ່ປະຊາຊົນແລະລັດຖະບານ ຕ້ອງໄດ້ດຳເນີນ
ການເຄື່ອນໄຫວໄປຂ້າງໜ້າຮ່ວມກັນ.

ນາຍົກລັດຖະມົນຕີອັງກິດ ທ່ານ David Cameron ທີ່
ໄດ້ໄປຮ່ວມກອງປະຊຸມສຸດຍອດຂອງສະຫະພາບຢູໂຣບ
ຄືກັນໃນມື້ວັນສຸກມື້ນີ້ ກ່າວວ່າ ອີຈິບຄວນເອົາບາດກ້າວເພື່ອໃຫ້ການຄໍ້າປະກັນວ່າມີຊ່ອງ
ທາງທີ່ຈະແຈ້ງ ເຊື່ອຖືໄດ້ ແລະໂປ່ງໃສໄປສູ່ການໂອນອຳນາດ.

ທ່ານກ່າວວ່າ ມາຮອດປັດຈຸບັນ ບາດກ້າວເຫຼົ່ານີ້ແມ່ນຍັງເປັນການບໍ່ພຽງພໍ ເພື່ອສະໜອງ
ຕອບຕໍ່ຄວາມໄຝ່ຝັນຂອງປະຊາຊົນຊາວອີຈິບ.

ເປັນທີ່ຄາດກັນວ່າ ພວກຜູ້ນຳຈາກ 27 ປະເທດສະມາຊິກຂອງສະຫະພາບຢູໂຣບຈະອອກ ຖະແຫຼງການຮ່ວມກ່ຽວກັບເລື່ອງອີຈິບໃນຕອນທ້າຍຂອງກອງປະຊຸມເປັນເວລານຶ່ງມື້.

ຂະນະດຽວກັນໃນວັນສຸກມື້ນີ້ຜູ້ນຳສູງສຸດຂອງອີຣ່ານ Ayatollah Ali Khamenei ກ່າວ
ວ່າ ການລຸກຮືຂຶ້ນຢູ່ອີຈິບ ແມ່ນຮ່ອງຮອຍ ໃນການຕື່ນໂຕຂອງສາສະໜາອິສລາມຢູ່ໃນຂົງ
ເຂດແລະທ່ານໄດ້ຮຽກຮ້ອງໃຫ້ຊາວອີຈິບສ້າງຕັ້ງອຳນາດການປົກຄອງອິສລາມຂຶ້ນ ໃນປະ
ເທດເຂົາເຈົ້າ.

ການປະທ້ວງຮຽກຮ້ອງ ໃຫ້ປະທານາທິບໍດີອີຈິບ ທ່ານ Hosni Mubarak ລາອອກນັ້ນ
ກ້າວເຂົ້າສູ່ມື້ທີ 11 ໃນວັນສຸກມື້ນີ້. ທ່ານ Mubarak ທີ່ປົກຄອງອີຈິບມາໄດ້ເກືອບ 30 ປີ
ແລ້ວນັ້ນ ກ່າວວ່າ ທ່ານຈະບໍ່ສະມັກເຂົ້າແຂ່ງຂັນເອົາຕຳແໜ່ງຕື່ມອີກແຕ່ຈະຮັບໜ້າທີ່ຕໍ່ໄປ
ຈົນກວ່າສະໄໝການດຳລົງຕຳແໜ່ງຂອງທ່ານສິ້ນສຸດລົງ ຍ້ອນຢ້ານວ່າ ຈະເກີດຄວາມວຸ້ນ
ວາຍ.

XS
SM
MD
LG