ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໙ ມິຖຸນາ ໒໐໒໓

ຕ່າງປະເທດຮຽກຮ້ອງໃຫ້ ປະທານາທິບໍດີອີຈິບ ຮັບຟັງ ຄໍາຮຽກຮ້ອງຂອງປະຊາຊົນ.


ທ່ານ Robert Gibbs ໂຄສົກປະຈໍາທໍານຽບຂາວ ຖະແຫລງຕໍ່ນັກຂ່າວ ກ່ຽວກັບສະຖານະການໃນອີຈິບ ທີ່ທໍານຽບຂາວ ວັນທີ 31 ມັງກອນ 2011









ນາຍົກລັດຖະມົນຕີ​ເທີ​ກີ ​ໄດ້​ຮຽກຮ້ອງ​ໄປຍັງປະທານາທິບໍດີ​ອີ​ຈິບ ທ່ານ Hosni Mubarak ​ໃຫ້ຮັບ​ຟັງ​ຄໍາຮຽກຮ້ອງ​ຂອງ​ປະຊາຊົນ​ຂອງ​ທ່ານ ​ໃນຂະນະ​ທີ່​ພວກ​ເຂົາ​ເຈົ້າ​ສືບ​ຕໍ່​ທໍາ​ການ​ປະ​ທ້ວງ ​ແລະ​ຮຽກຮ້ອງໃຫ້​ມີການ​ປ່ຽນ​ແປງ​ນັ້ນ.

ນາຍົກລັດຖະມົນຕີ Recep Taayyip Erdogan ​ໄດ້ຮຽກຮ້ອງ​ໃຫ້​ທ່ານ Mubarak ຮັບ​ຟັງ​ຄໍາຮຽກຮ້ອງ​ທີ່​ມີ​ມະ​ນຸດ​ສະ​ທໍາ​ຂອງ​ປະຊາຊົນອີ​ຈິບນັ້ນໃນ​ຄໍາປາ​ໄສຕໍ່​ສະພາ​ແຫ່ງ​ຊາດ​ເທີ​ກີ ​ໃນ​ມື້​ນີ້.

ຂະນະ​ດຽວ​ກັນ ສະຫະລັດ​ບໍ່​ຖື​ສໍາຄັນ ​ການ​ເຄື່ອນ​ໄຫວ​ຂອງ​ທ່ານ Mubarak ​ ທີ່​ສະ​ເໜີ​ແຕ່ງ​ຕັ້ງ​ຄະນະ​ລັດຖະບານ​ໃໝ່​ ທ່າມກາງ​ການ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ ທີ່​ພວມ​ດໍາ​ເນີນ​ໄປ​ຢູ່​ນັ້ນ ໂດຍ​ກ່າວ​ວ່າ ສະຖານະ​ການ​ແມ່ນ​ຮຽກຮ້ອງ​ໃຫ້​ດໍາ​ເນີນການ​ ບໍ່​ແມ່ນ​ໃຫ້​ສະ​ເໜີ​ແຕ່ງຕັ້ງ​ຄະນະ​ລັດຖະບານ​ໃໝ່.

ທ່ານ Robert Gibbs ​ໂຄສົກ​ປະ​ຈໍາ​ທໍານຽບຂ່າວ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ສະຫະລັດ​ຮຽກຮ້ອງ​ໃຫ້​ມີ​ການ​ປ່ຽນ​ແປງ​ໃນ​ວິທີການ​ປະຕິບັດງານຂອງປະເທດ​ ​ແຕ່​ບໍ່​ໄດ້ເຖິງ​ຂັ້ນເວົ້າ​ວ່າ ທ່ານ Mubarak ຄວນລາອອກ​ຈາກ​ຕໍາ​ແໜ່​ງ.

ຖ້ອຍ​ຖະ​ແຫລ​ງຂອງ​ທ່ານ Gibbs ມີ​ຂຶ້ນ​ໃນ​ຂະນະ​ທີ່​ກຸງ​ວໍ​ຊິງ​ຕັນສົ່ງ ທ່ານ Frank Wisner ອະ​ດີດ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະ​ຈໍາກຸງ​ໄຄ​ໂຣ ​ໄປ​ກົດ​ດັນ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່​ອີ​ຈິບ​ທໍາ​ການ​ປະຕິ​ຮູບ​ໄປ​ສູ່ປະຊາທິປະ​ໄຕ.

ບັນດາ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ທໍານຽບຂາວ​ກ່າວ​ວ່າ ສະຫະລັດ​ກໍາລັງ​ຊຸກຍູ້ໃຫ້ທ່ານ Mubarak ດໍາ​ເນີນ​ການ​ເພື່ອ​ສະໜອງ​ຕອບ​ຄໍາ​ຮຽກຮ້ອງ​ຕ່າງໆ​ຂອງ​ພວກປະ​ທ້ວງ ​ໂດຍ​ໃຫ້​ຍົກ​ເລີກກົດໝາຍ​ພາວະ​ສຸກ​ເສີນ ​ ອະນຸຍາດ​ໃຫ້ພວກ​ອົງການ​ຈັດ​ຕັ້ງ​ຕ່າງໆ​ທີ່​ບໍ່​ມີ​ສ່ວນ​ພົວພັນ​ກັບລັດຖະບານ​ ດໍາ​ເນີນ​ງານໄດ້ ​ແລະ​ໃຫ້​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ​.

XS
SM
MD
LG