ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຈິບ ສົ່ງທະຫານ ໄປເມືອງ Suez ເພື່ອຄວບຄຸມ ການປະທ້ວງ (ສະໄລດ໌/ວີດິໂອ)


ພວກຊ່າງພາບພາກັນຫລົບຫລີກກ້ອນຫີນ ທີ່ພວກປະທ້ວງ ແກວ່ງໃສ່ຕຳຫຼວດປາບຈະລາຈົນ ທີ່ຖະໜົນ Sheikh Rihan ໃກ້ໆຈະຕຸລັດ Tahrir ໃນກຸງໄຄໂຣ (25 ມັງກອນ 2013)
ພວກຊ່າງພາບພາກັນຫລົບຫລີກກ້ອນຫີນ ທີ່ພວກປະທ້ວງ ແກວ່ງໃສ່ຕຳຫຼວດປາບຈະລາຈົນ ທີ່ຖະໜົນ Sheikh Rihan ໃກ້ໆຈະຕຸລັດ Tahrir ໃນກຸງໄຄໂຣ (25 ມັງກອນ 2013)
ກອງທັບອີຈິບໄດ້ສົ່ງກຳລັງທະຫານໄປຍັງເມືອງ Suez ໃນຕອນ
ເຊົ້າຂອງວັນເສົາມື້ນີ້ ຫຼັງຈາກມີຜູ້ເສຍຊີວິດຢ່າງນ້ອຍ 6 ຄົນຢູ່ທີ່
ເມືອງດັ່ງກ່າວ ໃນການປະທະກັນລະຫວ່າງຕຳຫຼວດ ແລະພວກ
ປະທ້ວງໃນມື້ວັນສຸກວານນີ້ເນື່ອງໃນໂອກາດວັນຄົບຮອບສອງປີ ໃນການກໍ່ກະບົດໂຄ່ນລົ້ມອະດີດປະທານາທິບໍດີ Hosni Muba-
rak.

ຄວາມຮຸນແຮງໄດ້ລະເບີດຂຶ້ນໃນທົ່ວອີຈິບໃນວັນສຸກວານນີ້ ຊຶ່ງ
ເປັນມື້ທີ່ມີການປະທ້ວງຢູ່ໃນທົ່ວປະເທດ ເພື່ອເປັນຂີດໝາຍຄົບ
ຮອບໃນການລຸກຮືຂຶ້ນ. ນອກຈາກ 6 ຄົນ ທີ່ເສຍຊີວິດ ຢູ່ເມືອງ
Suez ແລ້ວ ຍັງມີອີກຄົນນຶ່ງເສຍຊີວິດທີ່ເມືອງ Ismailiya. ກະ
ຊວງສາທາລະນະສຸກກ່າວວ່າມີຫຼາຍກວ່າ 450 ຄົນໄດ້ຮັບບາດ
ເຈັບໃນທົ່ວປະເທດ.

ການປະຕິວັດ Arab Spring ຍັງມີຢູ່ ສອງປີຕໍ່ມາ
please wait

No media source currently available

0:00 0:02:50 0:00
ລິງໂດຍກົງ

ປະທານາທິບໍດີ Mohammed Morsi ໄດ້ຮ້ອງຂໍໃຫ້ປະຊາຊົນຕັ້ງຢູ່ໃນຄວາມ ສະຫງົບ. ໃນຖະແຫຼງການທີ່ນຳອອກເຜີຍແຜ່ຜ່ານທາງ Twitter ນັ້ນ ປະທານາທິບໍດີ Morsi ຮຽກ ຮ້ອງໃຫ້ຊາວອີຈິບຢຶດໝັ້ນໃນຄຸນຄ່າຂອງການປະຕິວັດ ສະແດງຄວາມເຫັນໄດ້ຢ່າງເສລີ ແລະສັນຕິ ແລະປະນາມການໃຊ້ຄວາມຮຸນແຮງ.

ກ່ຽວຂ້ອງກັນ

XS
SM
MD
LG