ກຸ່ມອິສລາມໃນອີຈິບ ໄດ້ຮຽກຮ້ອງໃຫ້ທໍາການປະທ້ວງອີກຮອບໃໝ່ ໃນວັນອາທິດມື້ນີ້ ນຶ່ງມື້ ຫຼັງຈາກກໍາລັງຮັກສາຄວາມປອດໄພໄດ້ຍຸຕິການປະເຊີນ ໜ້າກັນຢ່າງເຄ່ງຕຶງກັບພວກປະທ້ວງທີ່ວັດແຫ່ງນຶ່ງໃນນະຄອນຫຼວງໄຄໂຣ.
ເມື່ອວັນເສົາວານນີ້ ກໍາລັງຮັກສາຄວາມປອດໄພໄດ້ເຂົ້າຄວບຄຸມວັດ AL-Fath ບ່ອນທີ່ພວກສະໜັບສະໜຸນ ປະທານາທິບໍດີ Mohamed Morsi ທີ່ຖືກໂຄ່ນລົ້ມ ຫຼາຍໆຄົນໄດ້ພາກັນເຂົ້າໄປຫຼົບລີ້ຢູ່ ຫຼັງຈາກວັນແຫ່ງ ຄວາມໂກດແຄ້ນທີ່ນອງເລືອດ ເມື່ອວັນສຸກຜ່ານມາ.
ລັດຖະບານຊົ່ວຄາວຂອງອີຈິບ ໄດ້ກ່າວຫາກຸ່ມພະລາດອນພາບມຸສລິມ ຂອງທ່ານ Morsi ວ່າເປັນຜູ້ຍຸແຍ່ໃຫ້ເກີດຄວາມຮຸນແຮງ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 700 ຄົນ ນັບຕັ້ງແຕ່ວັນພຸດຜ່ານມາ ຊຶ່ງຝ່າຍພະລາ ດອນພາບມຸສລິມເວົ້າວ່າ ຈໍານວນຜູ້ເສຍຊີວິດແມ່ນສູງກວ່ານັ້ນ.
ນາຍົກລັດຖະມົນຕີ Hazem el-Beblawi ໄດ້ສະເໜີໃຫ້ຍຸບກຸ່ມພະລາ ດອນພາບມຸສ ລິມ ຊຶ່ງເປັນການເຄຶ່ອນໄຫວທີ່ຈະເຮັດໃຫ້ກຸ່ມດັ່ງກ່າວ ກາຍເປັນກຸ່ມໃຕ້ດິນ ແລະອາດນໍາໄປສູ່ການຈັບກຸມຄັ້ງໃຫຍ່ ບັນດາສະມາຊິກ ຂອງກຸ່ມພະລາດອນພາບ ໃນທົ່ວປະເທດ.
ອົງການຂ່າວທາງການຂອງອີຈິບ ເວົ້າວ່າ ພວກສະໜັບສະໜຸນກຸ່ມພະລາດອນພາບ ປະມານ 250 ຄົນ ກໍາລັງຢູ່ພາຍໃຕ້ການສືບສວນ ໃນຖານມີສ່ວນພົວພັນກັບເຫດການວຸ້ນວາຍທີ່ເກີດຂຶ້ນນັ້ນ.
ວັນທີ່ມີຄົນບາດເຈັບລົ້ມຕາຍທີ່ສຸດ ຄືວັນສຸກຜ່ານມາ ເວລາການປະທະ ກັນຫຼາຍບັ້ນຢູ່ໃນໄຄໂຣ ແລະຫົວເມືອງອື່ນໆ ໄດ້ຍັງຜົນໃຫ້ມີຜູ້ເສຍຊີວິດ 173 ຄົນ ແລະບາດເຈັບອີກຫຼາຍກວ່າ 1,000 ຄົນ ອິງຕາມລາຍງານ ຂອງລັດຖະບານ.
ເຈົ້າໜ້າທີ່ເວົ້າວ່າ ໃນຈໍານວນຜູ້ທີ່ຖືກຂ້າຕາຍນັ້ນ ກໍມີລູກຊາຍຂອງ ທ່ານ Mohamed Badie ຫົວໜ້າກຸ່ມພະລາດອນພາບມຸສລິມ.
ໂຄສົກລັດຖະບານຜູ້ນຶ່ງເວົ້າວ່າ ຕໍາຫຼວດ 57 ຄົນ ຖືກຂ້າຕາຍເມື່ອວັນສຸກ ຜ່ານມາ.
ໃນຖະແຫຼງການສະບັບນຶ່ງເມື່ອຕອນແລງວັນເສົາວານນີ້ ທ່ານ ພັນ ຄີມູນ ເລຂາທິການໃຫຍ່ຢູເອັນ ໄດ້ຮຽກຮ້ອງໃຫ້ຍຸຕິການປະທ້ວງທີ່ຮຸນແຮງ ແລະກ່າວວ່າ ລັດຖະບານໄດ້ໃຊ້ກໍາລັງເກີນຂອບເຂດ ໃນການປາບປາມພວກ ປະທ້ວງນັ້ນ. ທ່ານ ພັນ ຄີມູນ ເວົ້າວ່າ ການປ້ອງກັນບໍ່ໃຫ້ມີຄົນເສຍຊີວິດ ຫຼາຍໄປກວ່ານີ້ ຄວນຈະເປັນບຸລິມະສິດສູງສຸດຂອງຊາວອີຈີບ ໃນເວລານີ້.
ເບິ່ງວີດີໂອ: ປະທານາທິບໍດີ ໂອບາມາ ສະແດງຄວາມເຫັນກ່ຽວກັບອີຈິບ: