ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກປະທ້ວງໃນອີຈິບ ປະທະກັບຕໍາຫຼວດ


ນາຍົກລັດຖະມົນຕີຮັກສາການຊົ່ວຄາວ ທີ່ຫາກໍຖືກແຕ່ງຕັ້ງຂອງອີຈິບ ທ່ານ Essam Sharaf ກ່າວຄຳປາໄສ ຕໍ່ພວກປະທ້ວງ ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ (4 ມີນາ 2011)
ນາຍົກລັດຖະມົນຕີຮັກສາການຊົ່ວຄາວ ທີ່ຫາກໍຖືກແຕ່ງຕັ້ງຂອງອີຈິບ ທ່ານ Essam Sharaf ກ່າວຄຳປາໄສ ຕໍ່ພວກປະທ້ວງ ທີ່ຈະຕຸລັດ Tahrir ໃນກຸງໄຄໂຣ (4 ມີນາ 2011)

ພວກປະທ້ວງຈຳນວນຫຼາຍຮ້ອຍຄົນທີ່ບໍ່ພໍໃຈກ່ຽວກັບການ
ລ່ວງລະເມີດສິດທິມະນຸດ ຂອງລັດຖະບານອີຈິບຊຸດກ່ອນ
ໄດ້ພາກັນບຸກເຂົ້າໄປໃນຕຶກສຳນັກງານແຫ່ງນຶ່ງ ຂອງພະ
ແນກຮັກສາຄວາມສະຫງົບພາຍໃນ ທີ່ເມືອງອາເລັກຊານ
ເດຣຍ ໃນມື້ວັນສຸກວານນີ້ ຂະນະທີ່ພວກໂຮມຊຸມນຸມປະ
ທ້ວງ ຢູ່ນະຄອນຫຼວງໄຄໂຣພາກັນຕ້ອນຮັບນາຍົກລັດຖະ
ມົນຕີຄົນໃໝ່ຂອງອີຈິບ.

ທີ່ຈະຕຸລັດ Tahrir ໃນກຸງໄຄໂຣທ່ານ Essam Sharaf
ກ່າວຕໍ່ຝຸງຊົນວ່າທ່ານພວມດຳເນີນການເພື່ອສະໜອງ
ຕອບຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນ.

ທ່ານ Sharaf ຊຶ່ງເປັນນັກວິສະວະກອນຈົບການສຶກສາ
ຈາກສະຫະລັດນັ້ນ ໄດ້ຖືກແຕ່ງຕັ້ງໃຫ້ເຂົ້າກຳຕຳແໜ່ງ
ນາຍົກລັດຖະມົນຕີຮັກສາການໃນມື້ວັນພະຫັດຜ່ານມາ.
ທ່ານໄດ້ກ່າວຄຳປາໄສສັ້ນໆທີ່ຈະຕຸລັດ Tahrir ບ່ອນທີ່
ຝູງຊົນເປັນຈຳນວນຫຼວງຫຼາຍໄດ້ໄປໂຮມຊຸມນຸມກັນໃນທຸກໆວັນສຸກ ເພື່ອຮຽກຮ້ອງໃຫ້
ລັດຖະບານດຳເນີນການປະຕິຮູບທາງດ້ານການເມືອງແລະເສດຖະກິດ. ທ່ານເວົ້າວ່າ
ທ່ານຕ້ອງການຢາກເຫັນອີຈິບກາຍເປັນປະເທດ ບ່ອນທີ່ກໍາລັງຮັກສາຄວາມສະຫງົບເຮັດ
ໜ້າທີ່ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນ.

ທ່ານ Sharaf ມ້ວນທ້າຍຄຳປາໄສຂອງທ່ານ ໂດຍກ່າວຢໍ້າເຖິງຄຳຂວັນຂອງພວກປະ
ທ້ວງທີ່ວ່າ “ຈົ່ງພາກັນເງີຍໜ້າຂຶ້ນ ພວກທ່ານເປັນຄົນອີຈິບ”.

ຂະນະດຽວກັນ ເຈົ້າໜ້າທີ່ກອງທັບຂອງອີຈິບກໍປະກາດວ່າ ການລົງປະຊາມະຕິກ່ຽວກັບ
ການແກ້ໄຂລັດຖະທໍາມະນູນຂອງປະເທດໄດ້ກໍານົດຈະຈັດຂຶ້ນໃນວັນທີ 19 ມີນາຈະມານີ້.

ການປະທ້ວງຕໍ່ຕ້ານທາງການເມືອງເປັນເວລາ 18 ມື້ໄດ້ບັງຄັບໃຫ້ປະທານາທິບໍດີ Hosni
Mubarak ລາອອກໃນເດືອນແລ້ວ ແລະນັບແຕ່ນັ້ນມາພວກນັກເຄື່ອນໄຫວກໍພາກັນໂຮມ
ຊຸມນຸມທຸກໆວັນສຸກ ເພື່ອກົດດັນໃຫ້ສ້າງຄວາມກ້າວໜ້າ ແກ່ການປະຕິຮູບທີ່ພວກປະທ້ວງ
ຮຽກຮ້ອງໄປນັ້ນ.

XS
SM
MD
LG