ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບອີຈິບຂໍຂະມາໂທດ ຕໍ່ພວກປະທ້ວງ


ພວກປະທ້ວງຊາວອີຈິບປະເຊີນໜ້າກັບສາລະວັດທະຫານ (26 ກຸມພາ 2011)
ພວກປະທ້ວງຊາວອີຈິບປະເຊີນໜ້າກັບສາລະວັດທະຫານ (26 ກຸມພາ 2011)

ສະພາສູງສຸດຂອງກອງທັບອີຈິບຊຶ່ງເປັນຜູ້ຮັບຜິດຊອບ ກ່ຽວກັບລັດຖະບານອີຈິບໃນເວ
ລານີ້ໄດ້ທຳການຂໍຂະມາໂທດຫຼັງຈາກພວກສາລະວັດທະຫານຈຳນວນນຶ່ງໄດ້ທຸບຕີພວກ
ປະທ້ວງທີ່ນະຄອນຫຼວງໄຄໂຣໃນຕອນເຊົ້າຂອງວັນເສົາມື້ນີ້.

ສະພາສູງສຸດຂອງກອງທັບອີຈິບ ໄດ້ອອກຖະແຫຼງຂ່າວສະບັບນຶ່ງເວົ້າວ່າ ຄວາມຮຸນແຮງ
ທີ່ວ່ານີ້ ເປັນຄວາມຮຸນແຮງທີ່ບໍ່ໄດ້ຕັ້ງໃຈແລະໃຫ້ຄຳໝັ້ນສັນຍາວ່າ ມັນຈະບໍ່ເກີດຂຶ້ນອີກ.

ພວກປະທ້ວງ ທີ່ພາກັນພັກຄ້າງຄືນໃນບໍລິເວນຈະຕຸລາປົດປ່ອຍຫຼື Tahrir ໃນນະຄອນ
ຫຼວງໄຄໂຣ ທວງໃຫ້ພວກທະຫານດຳເນີນການໄວຂຶ້ນ ເພື່ອອອກດຳລັດໃຫ້ມີການປ່ຽນ
ແປງໃນລັດຖະບານ.

ພວກທີ່ເຫັນເຫດການເວົ້າວ່າ ພວກສາລະວັດທະຫານໄດ້ເຄື່ອນກຳລັງເຂົ້າໄປຫຼັງຈາກກຳ
ນົດເວລາ ໃນການຫ້າມອອກນອກເຮືອນ ໃນຕອນທ່ຽງຄືນເລີ້ມມີຜົນບັງຄັບໃຊ້. ເຂົາເຈົ້າ
ເວົ້າວ່າ ພວກສາລະວັດທະຫານໄດ້ທຸບຕີພວກປະທ້ວງຈຳນວນນຶ່ງທີ່ປະຕິເສດບໍ່ຍອມຍົກ
ຍ້າຍອອກໜີ.

XS
SM
MD
LG