ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ການປະທ້ວງຕໍ່ຕ້ານ ລັດຖະບານໃນອີຈິບ ຍັງດໍາເນີນຢູ່ຕໍ່ມາ


ການປະທ້ວງນັດຢຸດງານຂອງຊາວອີຈິບ (10 ກຸມພາ 2011)

ພວກປະທ້ວງຕໍ່ຕ້ານລັດຖະບານຈຳນວນຫຼາຍໆພັນຄົນ
ຍັງສືບຕໍ່ພາກັນໂຮມຊຸມນຸມ ທີ່ຈະຕຸລັດ Tahrir ໃນນະ
ຄອນຫຼວງໄຄໂຣ ແລະຢູ່ນອກຕຶກສະພາແຫ່ງຊາດອີຈິບ
ໃນວັນພະຫັດມື້ນີ້ ຂະນະທີ່ພວກເຂົາເຈົ້າສືບຕໍ່ການປຸກ
ລະດົມເພື່ອຂັບໄລ່ ປະທານາທິບໍດີ Hosni Mubarak
ອອກຈາກອຳນາດ.

ນອກຈາກການປະທ້ວງທີ່ຍືດ​ເຍື້ອມາ ຢູ່​ໃນນະຄອນຫຼວງ
ນັ້ນແລ້ວພວກຝ່າຍຄ້ານຍັງໄດ້ຫັນໄປໃຊ້ການເຄື່ອນໄຫວ
ທາງດ້ານແຮງງານທີ່​ພາ​ໃຫ້​ມີ​ການ​ຢຸດ​ງານໃນທົ່ວປະເທດ
ອີຈິບ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວ ອຸສາຫະກໍາແຜ່ນແພ ການຂົນສົ່ງທາງລົດໄຟ ແລະວົງການລັດຖະບານນຳດ້ວຍ.

ພວກປະທ້ວງພວມຊອກຫາຊ່ອງທາງ ເພີ່​ມຄວາມກົດດັນຕໍ່ທ່ານ Mubarak ທີ່ໄດ້ຄອງອຳ
ນາດມາໄດ້ 30 ປີແລ້ວນັ້ນ ຂະນະດຽວກັນກໍຍັງທວງໃຫ້ ບັນດາສະມາຊິກສະພາແຫ່ງຊາດ ທີ່ຖືກເລືອກໃນທ້າຍປີກາຍລາອອກ​ໂດຍ​ອ້າງ​ວ່າ​ເຂົາ​ເຈົ້າ​ໄດ້​ຖືກເລືອກ​ຕັ້ງໃນການປ່ອນບັດ ທີ່ມີການປະນາມກັນຢ່າງກວ້າງຂວາງວ່າ ມີການສໍ້ໂກງຄະແນນເພື່ອໃຫ້ພັກລັດຖະບານຊະ
ນະນັ້ນ.

ຮອງປະທານາທິບໍດີອີຈິບທ່ານ Omar Suleiman ກ່າວວ່າ ລັດຖະບານຈະບໍ່ປ່ອຍໃຫ້ມີ
|ການແກ່ຍາວ ໃນການປະທ້ວງຕໍ່ຕ້ານລັດຖະບານ ທີ່ຈະຕຸລັດ Tahrir ຊຶ່ງທ່ານໄດ້ເຕືອນ
ພວກນັກເຄື່ອນໄຫວວ່າ ບໍ່ໃຫ້ພະຍາຍາມທຳການປະທ້ວງຂອງພົນລະເຮືອນຕື່ມອີກໂດຍ
ເວົ້າວ່າ ມັນເປັນອັນຕະລາຍທີ່ສຸດ.

ພວກຈັດແຈງການປະທ້ວງ ກ່າວວ່າ ພວກຕົນກຳລັງວາງແຜນທີ່ຈະໄປປະທ້ວງ ຢູ່ຕຶກອາ
ຄານສະຖານີວິທະຍຸແລະໂທລະພາບ ໃນມື້ອື່ນນີ້ ເວລາການປະທ້ວງຄັ້ງໃຫຍ່ໄດ້ຮຽກໃຫ້
ມີຂຶ້ນອີກນັ້ນ.

ໃນມື້ວານນີ້ ມີພວກຄົນງານທີ່ບໍ່ພໍໃຈ 6,000 ກ່ວາຄົນ ໄດ້ພາກັນເດີນຂະບວນປະທ້ວງ
ກ່ຽວກັບເລື່ອງເງິນເດືອນຕໍ່າ ແລະສະພາບເຮັດວຽກທີ່ບໍ່ໄດ້ມາດຕະຖານຢູ່ໃນ 5 ບໍລິສັດ ທີ່ອົງການຄຸ້ມຄອງຄອງສຸເອດເປັນເຈົ້າຂອງ ຊຶ່ງເປັນອົງປະກອບທີ່ສຳຄັນຂອງເສດຖະກິດ
ອີຈິບນັ້ນ.

ພວກຄົນງານຕໍ່າຜ້າ 2,000 ຄົນກໍພາກັນເດີນຂະບວນທີ່ເມືອງສຸເອດ ຂະນະທີ່ອີກຫຼາຍ
ພັນຄົນ ຊຶ່ງໄດ້ຮັບຜົນກະທົບຈາກການພັງທະລາຍລົງ ຂອງອຸດສາຫະກຳທ່ອງທ່ຽວນັ້ນ
ໂຮມຊຸມນຸມປະທ້ວງທີ່ເມືອງ Luxor.

XS
SM
MD
LG