ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການປະທ້ວງຕໍ່ຕ້ານທ່ານ Mubarak ກ້າວເຂົ້າສູ່ມື້ທີ 12


ພວກປະທ້ວງຕໍ່ຕ້ານທ່ານ Mubarak ໂຮມຊຸມນຸມກັນ ທີ່ຈະຕຸລັດປົດປ່ອຍ (5 ກຸມພາ 2011)
ພວກປະທ້ວງຕໍ່ຕ້ານທ່ານ Mubarak ໂຮມຊຸມນຸມກັນ ທີ່ຈະຕຸລັດປົດປ່ອຍ (5 ກຸມພາ 2011)

ພວກເດີນຂະບວນຊາວອີຈິບຈຳນວນຫຼາຍພັນຄົນໄປໂຮມ
ຊຸມນຸມກັນຢູ່ທີ່ຈະຕຸລັດປົດປ່ອຍຫຼື Tahrir Square ໃນ
ນະຄອນຫຼວງໄຄໂຣ ເປັນມື້ທີ 12 ເພື່ອປະທ້ວງ ຕໍ່ຕ້ານ
ການປົກຄອງເປັນເວລາ 30 ປີຂອງປະທານາທິບໍດີ Hos-
ni Mubarak.

ໃນຕອນເຊົ້າຂອງວັນເສົາມື້ນີ້ ສຽງປືນໄດ້ດັງຂຶ້ນຢູ່ໃນບໍລິ
ເວນຈະຕຸລັດປົດປ່ອຍແຕ່ບໍ່ມີລາຍງານກ່ຽວກັບການບາດ
ເຈັບລົ້ມຕາຍ.

ສື່ມວນຊົນຂອງທາງການອີຈິບລາຍງານວ່າ ໃນວັນເສົາມື້
ນີ້ທ່ານ Mubarak ໄດ້ພົບປະກັບຄະນະທີມງານ ດ້ານເສດຖະກິດຂອງທ່ານຮວມທັງ
ສະມາຊິກຫຼາຍໆຄົນໃນຄະນະລັດຖະບານຊຸດໃໝ່ ເພື່ອປຶກສາຫາລືກ່ຽວກັບວິກິດການທີ່
ສ້າງຄວາມເສຍຫາຍໃຫ້ແກ່ປະເທດອີຈິບປະມານ ວັນລະ 310 ລ້ານໂດລານັ້ນ.

ໃນວັນສຸກວານນີ້ ພວກປະທ້ວງຕໍ່ຕ້ານລັດຖະບານຈຳນວນຫຼາຍສິບພັນຄົນ ໄດ້ໂຮມຊຸມ
ນຸມກັນຢ່າງໜາແໜ້ນ ຢູ່ທີ່ຈະຕຸລັດປົດປ່ອຍ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ເປັນມື້ແຫ່ງ
ການຈາກໄປຫຼືມື້ກ່າວຄຳອຳລາສຳລັບທ່ານ Mubarak ຜູ້ຊຶ່ງໄດ້ປະກາດວ່າທ່ານຈະເຮັດ
ໜ້າທີ່ຕໍ່ໄປ ຈົນຄົບສະໄໝການດຳລົງຕຳແໜ່ງຂອງທ່ານ.

ທ່ານ Amr Moussa ຜູ້ນຳຂອງສັນນິບາດອາຣັບ ກໍໄດ້ໄປຮ່ວມການປະທ້ວງທີ່ຈະຕຸ
ລັດປົດປ່ອຍ ໃນມື້ວານນີ້. ນັກການເມືອງອະວຸໂສ ທີ່ສຳຄັນຂອງອີຈິບທ່ານນີ້ ກ່າວວ່າ
ທ່ານອາດຈະສະມັກເຂົ້າແຂ່ງຂັນ ເອົາຕຳແໜ່ງປະທານາທິບໍດີຂອງປະເທດ ແລະລັດຖະ
ມົນຕີກະຊວງປ້ອງກັນປະເທດຂອງອີຈິບ ທ່ານ Hussein Tantawi ກໍໄດ້ໄປຢ້ຽມຈະ
ຕຸລັດດັ່ງກ່າວໃນວັນສຸກວານນີ້.

ນອກນັ້ນແລ້ວໃນມື້ວານນີ້ ຍັງມີລາຍງານວ່າໄດ້ເກີດການປະທະກັນ ແລະການຍິງປືນ
ຂຶ້ນຟ້າຂະນະທີ່ພວກທະຫານປ້ອງກັນບໍ່ໃຫ້ສະໜັບສະໜຸນປະທານາທິບໍດີ Mubarak ເຂົ້າໄປໃນບໍລິເວນຈະຕຸລັດປົດປ່ອຍ. ພວກປະທ້ວງນິຍົມທ່ານ Mubarak ຍັງໄດ້ໂຮມ
ຊຸມນຸມກັນຢູ່ຫຼາຍໆບ່ອນໃນນະຄອນຫຼວງໄຄໂຣ ໃນອັນທີ່ພວກເຂົາເຈົ້າເອີ້ນວ່າ ວັນ
ແຫ່ງຄວາມຈົງຮັກພັກດີ.

ນອກນັ້ນແລ້ວໃນມື້ວານນີ້ ພວກປະທ້ວງຕໍ່ຕ້ານລັດຖະບານຫຼາຍໆພັນຄົນຍັງໄດ້ໂຮມ
ຊຸມນຸມກັນແບບສັນຕິ ທີ່ນະຄອນອາເລັກຊານເດຣຍ. ຜູ້ສື່ຂ່າວວີໂອເອ ລາຍງານວ່າ
ພວກປະທ້ວງຕໍ່ຕ້ານທ່ານ Mubarak ຈຸນຶ່ງໄດ້ໂຮມຊຸມນຸມກັນຢູ່ໃນເຂດໃນກາງຂອງ
ນະຄອນດັ່ງກ່າວ ຂະນະທີ່ຈຸທີ 2 ໂຮມຊຸມນຸມກັນທີ່ວັດສາສະໜາອິສລາມ. ນອກນັ້ນ ຍັງມີປະຊາຊົນອີຈິບອີກຫຼາຍໆພັນຄົນໄດ້ໂຮມຊຸມນຸມກັນທີ່ເມືອງ Suez, Ismailia
ແລະຫົວເມືອງອື່ນໆອີກ.

XS
SM
MD
LG