ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສືບຕໍ່ປະທ້ວງຕ້ານ ລັດຖະບານ ໃນອີຈິບ


ຊາວອີຈິບພາກັນປະທ້ວງ ຂັບໄລ່ປະທານາທິບໍດີ Hosni Mubarak ໃຫ້ລົງຈາກອຳນາດ (4 ກຸມພາ 2011)
ຊາວອີຈິບພາກັນປະທ້ວງ ຂັບໄລ່ປະທານາທິບໍດີ Hosni Mubarak ໃຫ້ລົງຈາກອຳນາດ (4 ກຸມພາ 2011)

ພວກເດີນຂະບວນຕໍ່ຕ້ານລັດຖະບານຈຳນວນຫຼາຍພັນຄົນ
ໄດ້ໄປໂຮມຊຸມນຸມກັນທີ່ນະຄອນຫຼວງໄຄໂຣໃນວັນສຸກມື້ນີ້
ເພື່ອເຂົ້າຮ່ວມການປະທ້ວງຂະໜາດໃຫຍ່ ໃນອັນທີ່ພວກ
ເຂົາເຈົ້າເອີ້ນວ່າ “ວັນແຫ່ງການຈາກໄປ” ຂອງປະທານາ
ທິບໍດີ Hosni Mubarak.

ຝູງຊົນຊາວອີຈິບ ໄດ້ພາກັນຍ່າງຜ່ານພວກທະຫານທີ່ພາ
ກັນກວດກາເລື່ອງຄວາມປອດໄພ ແລະກວດຄົ້ນຮ່າງກາຍ
ຕາມເສັ້ນທາງທີ່ເນັ່ງໄປຫາຈະຕຸລັດປົດປ່ອຍຫຼື Tahrir ຢູ່
ໃນກຸງໄຄໂຣຊຶ່ງເປັນບ່ອນທີ່ໄດ້ມີການໂຮມຊຸມນຸມປະທ້ວງ
ຂະໜາດໃຫຍ່ ມາໄດ້ນຶ່ງອາທິດກວ່າໆແລ້ວນັ້ນ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ Mu-
barak ລາອອກໃນທັນທີ.

ມີການສັງເກດເຫັນລັດຖະມົນຕີກະຊວງປ້ອງກັນປະເທດຂອງອີຈິບທ່ານ Hussein Tan-
tawi ໄປເລາະເບິ່ງບໍລິເວນຈະຕຸລັດປົດປ່ອຍເປັນເທື່ອທຳອິດໃນວັນສຸກມື້ນີ້ ນັບແຕ່ເລີ້ມມີ
ການປະທ້ວງມາ. ລາຍງານຂ່າວແຈ້ງວ່າ ບັນຍາກາດໃນບໍລິເວນຈະຕຸລັດປົດປ່ອຍ ແມ່ນມີ
ຄວາມສະຫງົບ ແຕ່ກໍເຄັ່ງຕຶງ.

ພວກຜູ້ນຳຝ່າຍຄ້ານເອີ້ນການປະທ້ວງໃນມື້ນີ້ວ່າ ເປັນມື້ແຫ່ງການຈາກໄປຂອງ ທ່ານ Mu-
barak ຜູ້ຊຶ່ງໄດ້ກ່າວໃນການໃຫ້ສຳພາດກັບໂທລະພາບ ABC ຂອງສະຫະລັດໃນວັນພະ
ຫັດວານນີ້ວ່າທ່ານຢາກຈະອອກຈາກຕຳແໜ່ງໃນທັນທີແຕ່ຢ້ານວ່າອີຈິບຈະຕົກຢູ່ໃນຄວາມ
ວຸ້ນວາຍຮ້າຍແຮງເພີ່ມຕື່ມ ຖ້າທ່ານຫາກກະທຳແບບນັ້ນ.

ໃນການກ່າວຄຳປາໄສຕໍ່ປະເທດຊາດໃນຕົ້ນອາທິດນີ້ ປະທານາທິບໍດີ Mubarak ເວົ້າວ່າ
ທ່ານຈະເຮັດໜ້າທີ່ ໄປຈົນສະໄໝການດຳລົງຕຳແໜ່ງຂອງທ່ານສິ້ນສຸດລົງ ແຕ່ຈະບໍ່ສະມັກ
ເລືອກຕັ້ງຕື່ມອີກ. ທ່ານໄດ້ປົກຄອງປະເທດອີຈິບ ມາເປັນເວລາເກືອບ 30 ປີ.

ເຈົ້າໜ້າທີ່ສະຫະລັດກ່າວໃນວັນພະຫັດວານນີ້ວ່າ ສະຫະລັດເລີ້ມເຈລະຈາຫາລື ກັບພວກ
ເຈົ້າໜ້າທີ່ອີຈິບແລ້ວ ກ່ຽວກັບການສະເໜີໃຫ້ທ່ານ Mubarak ລາອອກໃນທັນທີ ແລະ
ມອບອຳນາດໃຫ້ແກ່ລັດຖະບານຊົ່ວຄາວ ພາຍໃຕ້ການນຳພາຂອງຮອງປະທານາທິບໍດີອີ
ຈິບທ່ານ Omar Suleiman ທີ່ໄດ້ຮັບການສະໜັບສະໜຸນຈາກກອງທັບຂອງອີຈິບນັ້ນ.

XS
SM
MD
LG