ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີຈິບຈະບໍ່ປ່ອຍໃຫ້ການ ປະທ້ວງ ຍືດເຍື້ອອອກ ໄປອີກ


ພວກປະທ້ວງຕໍ່ຕ້ານລັດຖະບານປະທານາທິບໍດີ Hosni Mubarak
ທີ່ອີຈິບ ວັນທີ 8 ກຸມພາ 2011D
ພວກປະທ້ວງຕໍ່ຕ້ານລັດຖະບານປະທານາທິບໍດີ Hosni Mubarak ທີ່ອີຈິບ ວັນທີ 8 ກຸມພາ 2011D


















ຮອງ​ປະທານາທິບໍດີ​ຂອງ​ອີ​ຈິບ​ກ່າວ​ວ່າ ລັດຖະບານ​ຈະ​ບໍ່​ໂຍະຍານ​ໃຫ້​ມີ​ການປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ ຍືດ​ເຍື້ອອອກ​ໄປ​ອີກ​ ທີ່ຈະຕຸ​ລັດໃຫຍ່ ໃນ​ໃຈກາງ​ກຸງ​ໄຄ​ໂຣ ບ່ອນ​ທີ່ພວກ​ປະ​ທ້ວງ​ຫລາຍ​ແສນ​ຄົນ​ພາກັນ​ໄປໂຮມ​ຊຸມນຸມກັນ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ຄວາມ​ພະຍາຍາມ​ຄັ້ງ​ຫລ້າ​ສຸດ​ເພື່ອ​ບັງຄັບໃຫ້​ປະທານາທິບໍດີ Hosni Mubarak ທີ່ໄດ້​ຄອງ​ອໍານາດ​ມາ​ເປັນ ເວລາ​ດົນ​ນານ ລາ​ອອກ​ຈາກ​ຕໍາ​ແໜ່​ງນັ້ນ.

ອົງການ​ຂ່າວ MENa ຂອງທາງການອີ​ຈິບ​ ອ້າງ​ຄໍາ​ເວົ້າ​ຂອງ​ຮອງ​ປະ ທາ​ນາ​ທິບໍດີ Omar Suleiman ທີ່​ກ່າວວ່າ ວິ​ກິດ​ການ​ທີ່​ເກີດ​ຂຶ້ນ​ມາ​ຍ້ອນ​ການ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ​ມູບາຣັກ ມາ​ເປັນ​ເວລາ 16 ມື້ ​ທີ່ຈະຕຸລັດ Tahrir ນັ້ນ ຈະ​ຕ້ອງ​ຍຸດຕິ​ລົງໃນ​ເວລາ​ໄວທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ທ່ານ Suleiman ກ່າວ​ເຊ່ນ​ນີ້​ໃນ​ການ​ປາ​ໄສ​ຕໍ່​ພວກ​ບັນນາທິການ​ໜັງສື​ພີ​ມກຸ່ມ​ນຶ່ງ​ຂອງ​ອີ​ຈິບ​ ໃນ​ຕອນ​ແລງ​ວັນ​ອັງຄານ​ວານ​ນີ້.

ແຕ່​ມີ​ການ​ອ້າງ​ຄໍາ​ເວົ້າ​ຂອງທ່ານ Suleiman ວ່າ ລັດຖະບານ​ບໍ່​ຢາກທໍາ​ການ​ຕໍ່​ລອງ​ໃດໆ​ກັບ​ສັງຄົມ​ອີ​ຈິບ​ ​ໂດຍໃຊ້​ເຄື່ອງມື​ຕໍາຫລວດ ​ແລະ​ຢາກ​ໃຊ້​ການ​ໂອ້​ລົມ​ສົນທະນາ​ກັນ ​ເພື່ອ​ພະຍາຍາມ​ແກ້​ໄຂ​ບັນຫາຄໍາ​ຮຽກຮ້ອງ​ຕ່າງໆ​ຂອງ​ພວກ​ປະ​ທ້ວງນັ້ນຫລາຍ​ກ່ວາ.

ປະຊາຊົນ​ຫລາຍ​ແສນ​ຄົນ​ພາກັນ​ໂຮມ​ຊຸມນຸມ​ ​ທີ່ຈະຕຸ​ລັດ Tahrir ​ໃນວັນ​ອັງຄານ​ມວານ​ນີ້ ອັນ​ເປັນ​ນຶ່ງ​ຂອງ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ທີ່​ສຸດ​ໃນ​ຮອບ 2 ສັບປະດາ​ຜ່ານ​ມາ ​ເພື່ອ​ພະຍາຍາມ​ ບີບ​ບັງຄັບໃຫ້​ທ່ານ​ມູບາຣັກ ທີ່ໄດ້​ຄອງ​ອໍານາດ​ມາ​ເກືອບ 30 ປີ ລາ​ອອກ​ຈາກ​ຕໍາ​ແໜ່​ງ. ຫລາຍ​ພັນ​ຄົນຍັງໂຮມ​ຊຸມນຸມ​ກັນ​ທີ່​ຈະຕຸ​ລັດ​ໃນວັນ​ພຸດ​ມື້​ນີ້ ຫລັງ​ຈາກ​ພາກັນ​ຄ້າງ​ຄືນຢູ່​ໃນ​ຕູບ​ຜ້າ​ໃບທີ່​ຕັ້ງ​ຂຶ້ນນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ອື່ນ​ໆອີກ​ພາກັນ​ທໍາ​ການ​ປະ​ທ້ວງ​ ເປັນ​ມື້​ທີ​ສອງ​ຢູ່ ນອກ ​ຕຶກ​ສະພາ​ຂອງ​ອີ​ຈິບ ຊຶ່ງ​ຕັ້ງ​ຢູ່​ຫ່າງຈາກ​ຈະຕຸ​ລັດ Tahrir ​ໄປ​ 4-5 ຄູຫາ ຫລື block. ພວກ​ປະ​ທ້ວງ​ບາງ​ຄົນ​ພາກັນ​ນອນ​ຢູ່​ຕາມ​ເດີ່ນ ຫວັງ​ວ່າຈະຕັນ​ທາງ​ເຂົ້າ​ຫາ​ຕຶກ​ສະພາ​ນັ້ນ. ພວກເຂົາ​ເຈົ້າຮຽກ ຮ້ອງ​ໃຫ້​ສະມາຊິກ​ສະພາ​ທີ່​ຖືກ​ເລືອກ​ຕັ້ງ​ໃນ​ທ້າຍ​ປີ​ແລ້ວ​ນີ້​ລາ​ອອກ ໂດຍ​ອ້າງ​ວ່າ ​ເປັນ​ການ ເລືອກ​ຕັ້ງ​ທີ່ມີ​ການສໍ້​ໂກງ ​ເພື່ອ​ໃຫ້​ພວກ​ສະມາຊິກ​ພັກ​ລັດຖະບານ​ໄດ້​ຮັບໄຊຊະນະ​ນັ້ນ.

XS
SM
MD
LG