ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານມູບາຣັກ ຈັດຕັ້ງຄະນະກໍາມະການ ດູແລການປະຕິຮູບ


ພວກປະທ້ວງຕໍ່ຕ້ານປະທານາທິບໍດີ ມູບາຣັກ ຫລາຍພັນຄົນ ຮ້ອງໂຮຄໍາຂວັນຕ່າງໆທີ່ຈະຕຸລັດ Tahrir ໃນກຸງໄຄໂຣ, ວັນອັງຄານ ທີ 8
ກຸມພາ 2011.
ພວກປະທ້ວງຕໍ່ຕ້ານປະທານາທິບໍດີ ມູບາຣັກ ຫລາຍພັນຄົນ ຮ້ອງໂຮຄໍາຂວັນຕ່າງໆທີ່ຈະຕຸລັດ Tahrir ໃນກຸງໄຄໂຣ, ວັນອັງຄານ ທີ 8 ກຸມພາ 2011.

ອີ​ຈິບ​ກ່າວ​ວ່າ ປະທານາທິບໍດີ Hosni Mubarak ທີ່​ກໍາລັງ​ປະ​ເຊີນ​ກັບ​ບັນຫາ​ໄດ້​ຈັດ​ຕັ້ງ​ຄະນະ​ກໍາມະການ​ນຶ່ງ​ຂຶ້ນ​ເພື່ອ​ກໍາກັບ​ດູ​ແລ​ການ​ປະຕິ​ຮູບ​ໄປ​ສູ່ລະບອບ​ປະຊາທິປະ​ໄຕ ໃນ​ຂະນະ​ທີ່​ການ​ປະ​ທ້ວງ​ຕໍ່ຕ້ານ​ທ່ານ​ທີ​ປົກຄອງ​ປະ​ເທດ​ມາ​ເປັນ​ເວລາ​ເກືອບ 30 ປີ ​ຍ່າງ​ເຂົ້າ​ເປັນ​ສັບປະດາ​ທີ 3 ​ແລ້ວ.

ຮອງ​ປະທານາທິບໍດີ Omar Suleiman ກ່າວ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າ ທ່ານ Mubarak ​ໄດ້​ອອກ​ດໍາລັດ​ຈັດ​ຕັ້ງ​ຄນະ​ກໍາມະການ​ນຶ່ງ​ຂຶ້ນ​ເພື່ອຮ່າງ​ການ​ປະຕິ​ຮູບ​ກົດໝາຍ​ລັດຖະທໍາ​ມະນູນ ​ແລະ​ຄະນະ​ກໍາມະການ​ທີ 2 ຂຶ້ນ​ເພື່ອ​ຕິດຕາມ​ເບິ່ງ​ການຈັດ​ຕັ້ງ​ປະຕິບັດ. ການ​ປະຕິ​ຮູບ​ທີ່​ວ່າ​ນີ້​ມີ​ວັດຖຸ​ປະສົງ​ເພື່ອ​ຜ່ອນຄາຍ​ກົດ​ລະບຽບ​ຜູ້​ມີ​ສິດ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທາ​ນາ​ທິບໍດີ ​ແລະ​ຈຳກັດສະໄໝໃນ​ການ​ດໍາລົງ​ຕໍາ​ແໜ່​ງປະທານາທິບໍດີ ອັນ​ເປັນຄວາມ​ຮຽກຮ້ອງ​ທີ່​ສໍາຄັນ​ຂອງ​ຝ່າຍ​ຄ້ານ​ລັດຖະບານ​ອີ​ຈິບ​ນັ້ນ.

ທ່ານ Suleiman ກ່າວ​ເຊ່ນ​ນີ້​ໃນ​ການ​ກ່າວ​ປາ​ໄສ​ໂດຍ​ສັງ​ເຂ​ບທາງ​ໂທລະພາບ ຊຶ່ງທ່ານ​ກ່າວ​ວ່າ ທ່ານ Mubarak ​ໄດ້​ຈັດ​ຕັ້ງ​ຄະນະ​ກໍາມະການ​ທີ 3 ຂຶ້ນ​ເຊ່ນ​ກັນ​ເພື່ອ​ທໍາ​ການ​ສືບສວນ​ສອບ​ສວນ​ການ​ຕໍ່ສູ້​ກັນ​ທ່ີ​ມີ​ຜູ້​ຄົນ​ເສຍ​ຊີວິດ​ໄປ​ໃນ​ສັບປະດາ​ຜ່ານ​ມາ​ ລະຫວ່າງ​ພວກ​ສະໜັບສະໜຸນ​ທ່ານ​ແລະ​ພວກ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດຖະບານ​ໃນ​ຈະ​ຕຸ​ລັດ Tahrir ​ໃນ​ໃຈກາງ​ກຸງ​ໄຄ​ໂຣ ນັ້ນ. ບໍ່​ມີ​ການ​ປະກາດ​ໃຫ້​ຮູ້​ວ່າ ມີໃຜ​ແດ່​ຈະ​ຢູ່​ໃນ​ຄະນະ​ກໍາມະການ​ເຫລົ່າ​ນີ້ ​ແລະ​ຈະ​ມີ​ການ​ຄັດ​ເລືອກ​ເອົາຄະນະ​ກໍາມະການ​ນີ້​ແນວ​ໃດ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ທ່ານ Mubarak ຫລາຍ​ພັນ​ຄົນ​ໄດ້​ເຂົ້າ​ຄວບ​ຄຸມຈະ​ຕຸ​ລັດ Tahrir ມາ​ເປັນ​ມື້​ທີ 15 ​ແລ້ວ​ໃນ​ວັນ​ອັງຄານ​ມື້​ນີ້

ໃນ​ການ​ປຸກລະດົມ​ເພື່ອ​ບີບ​ບັງຄັບ​ໃຫ້​ປະທານາທິບໍດີ Mubarak ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໂດຍ​ທັນ​ທີ​ນັ້ນ. ທ່ານ Mubarak ​ໄດ້​ຕອບ​ສະໜອງ​ຕໍ່​ການຮຽກຮ້ອງຂອງພວກ​ປະ​ທ້ວງ​ໂດຍ​ປະກາດ​ໃຫ້​ຮູ້​ວ່າ ທ່ານ​ຈະ​ບໍ່​ສະ​ໝັກ​ແຂ່ງຂັນ​ປະທານາ​ທິບໍດີ​ອີກ​ສະ​ໄໝ​ທີ 6 ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ກັນຍາ​ປີ​ນີ້.

ໃນ​ຮ່ອງຮອຍ​ອີກ​ອັນ​ນຶ່ງ ຄະນະ​ລັດຖະບານ​ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ​ຂຶ້ນ​ມາ​ໃໝ່ໆ ທໍາ​ການ​ພົບ​ປະກັນ​ເປັນ​ຄັ້ງ​ທໍາ​ອິດ​ກັບ​ທ່ານ Mubarak ​ໃນ​ວັນຈັນ​ວານ​ນີ້ ​ແລະ​ໄດ້ເຫັນ​ດີ​ຂຶ້ນ​ເງິນ​ເດືອນ​ໃຫ້​ພວກ​ລັດຖະກອນ​ພົນລະເຮືອນຫລາຍ​ລ້ານ​ຄົນຕື່ມ​ອີກ 15 ສ່ວນ​ຮ້ອຍ​ນັບ​ແຕ່​ເດືອນ​ເມສາໜ້າ​ນີ້​ເປັນ​ຕົ້ນ​ໄປ.

XS
SM
MD
LG