ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານໃນອີຈິບ ບໍ່ພໍໃຈນໍາ ຜົນການເຈລະຈາ


ພວກ​ສະມາຊິກ​ຂອງ​ຂະ​ບວນການ​ພະລາດອນພາບ​ມຸສລິ​ມ ທີ່​ທໍາ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢູ່​ຈະຕຸ​ລັດປົດ​ປ່ອຍ ຫລື Tahrir Square ​ໃນ​ນະຄອນຫລວງ​ໄຄ​ໂຣ ສວດ​ມົນ​ພາວະນາ​ໃນ​ຕອນ​ກາງ​​ເວນ, ວັນ​ທີ 7 ກຸມພາ 2011.
ພວກ​ສະມາຊິກ​ຂອງ​ຂະ​ບວນການ​ພະລາດອນພາບ​ມຸສລິ​ມ ທີ່​ທໍາ​ການ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ຢູ່​ຈະຕຸ​ລັດປົດ​ປ່ອຍ ຫລື Tahrir Square ​ໃນ​ນະຄອນຫລວງ​ໄຄ​ໂຣ ສວດ​ມົນ​ພາວະນາ​ໃນ​ຕອນ​ກາງ​​ເວນ, ວັນ​ທີ 7 ກຸມພາ 2011.

ບັນດາ​ກຸ່ມຝ່າຍ​ຄ້ານ​ຂອງ​ອີ​ຈິບ ກ່າວ​ວ່າ ການ​ພົບ​ປະກັນ​ທີ່​ບໍ່​ເຄີຍ​ມີມາກ່ອນ​ກັບ​ລັດຖະບານ ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ປະສົບ​ກັບ​ຄວາມ​ລົ້ມ​ແຫລວ​ ​ແລະ​ບໍ່​ໄດ້​ຕອບ​ສະ​ໜອງຄວາມ
ຮຽກຮ້ອງ​ຕ້ອງການ​ທີ່​ສໍາຄັນ​ຂອງ​ພວກ​ຕົນ ​ທີ່​ຢາກ​ໃຫ້​ປະທາ
ນາທິບໍດີ Hosni Mubarak ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໂດຍ
ທັນທີ ຫລັງ​ຈາກຄອງ​ອໍານາດ​ມາໄດ້ເກືອບ 30 ປີ​ນັ້ນ.

ກຸ່ມ​ພະລາດອນພາບ​ມຸສລິ​ມ​ແລະ​ກຸ່ມ​ຝ່າຍ​ຄ້ານ​ອື່ນໆ​ຂອງ​ອີ​ຈິບ ກ່າວ​ວ່າການ​ຍິນ​ຍອມ​ຕ່າງໆທີ່​ຮອງ​ປະທານາທິບໍດີ Omar Suleiman ສະ​ເໜີ​ຕໍ່​ເຂົາເຈົ້າ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ບໍ່​ພຽງພໍ ​ແຕ່​ກໍໄດ້​ເປັນ​ບາດກ້າວທໍາ​ອິດ​ໃນ​ການ​ໂອ້​ລົມ​ສົນທະນາ​ກັນ. ບໍ່​ເປັນ​ທີ່​ຈະ​ເເຈ້​ງ​ເທື່ອ​ວ່າ ​ເວລາໃດ​ທາງ​ລັດຖະບານ​ແລະ​ພວກຜູ້ຕາງ​ໜ້າ​ກຸ່ມ​ຝ່າຍ​ຄ້ານຈະ​ພົບ​ປະກັນ​ອີກ​.

ລັດຖະບານ​ອີ​ຈິບ​ກ່າວ​ວ່າ ທ່ານ Suleiman ​ໄດ້​ຕົກລົງ​ທີ່​ຈະ​ຈັດ​ຕັ້ງ​ຄະນະ​ກໍາມະ​ການ​ນຶ່ງ​ຂຶ້ນ
ມາ ທີ່​ຈະ​ປະກອບດ້ວຍບຸກຄົນ​ສໍາຄັນ​ໃນດ້ານ​ຕຸລາການ​ແລະ​ການ​ເມືອງ ​ເພື່ອ​ສຶກສາ​ເບິ່ງ​ການ​ປະຕິ​ຮູບ​ກົດໝາຍລັດຖະທໍາ​ມະນູນຂອງ​ຊາດ​ ທີ່ຈະ​ອະນຸມັດ​ໃຫ້​ມີ​ຜູ້​ສະໝັກ​ເລືອກ​ຕັ້ງ​ຈໍານວນ​ຫລາຍ​ຂຶ້ນ ເຂົ້າແຂ່ງຂັນ​ກັນ​ໃນ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ນັ້ນ. ລັດຖະບານ​ກ່າວ​ຕື່ມ​ວ່າ ຄະນະ​ກໍາມະການ​ທີ່​ວ່າ​ນີ້​ຈະ​ຖືກ​ບັງຄັບ​ໃຫ້​ເສັດ​ສິ້ນ​ການສຶກສາ​ຄົ້ນຄວ້າ​ດັ່ງກ່າວ​ນີ້​ພາຍ​ໃນ​ອາທິດ​ທໍາ​ອິດ​ຂອງ​ເດືອນ​ມິີນາໜ້າ​ນີ້.

ລັດຖະບານ​ໄດ້​ຕົກລົງ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ຝ່າຍ​ຄ້ານ ​ເພື່ອ​ຕອບ​ສະໜອງ​ຕໍ່​ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ ທີ່ໄດ້ເລີ້ມ​ຂຶ້ນ​ໃນ​ທ້າຍ​ເດືອນ​ແລ້ວ​ນີ້​ ຕໍ່ຕ້ານ​ການ​ປົກຄອງ​ແບບ​ຜະ​ເດັດ​ການ​ຂອງ​ທ່ານ Mubarak ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ຕໍ່ຕ້ານ​ລັດຖະບານ​ຫລາຍ​ພັນ​ຄົນ​ໄດ້​ໂຮມ​ຊຸມນຸມ​ປະ​ທ້ວງ​ເປັນ​ມື້​ທີ 14 ​ໃນ​ວັນ​ຈັນ​ມື້​ນີ້​ ທີ່ຈະຕຸ​ລັດ Tahrir ​ໃນ​ໃຈ​ກາ​ງກຸງ​ໄຄ​ໂຣ ​ເພື່ອ​ຮຽກຮ້ອງ​ໃຫ້​ທ່ານ Mubarak ລາ​ອອກ​ຈາກ​ຕໍາ​ແໜ່​ງ ໂດຍບໍ່​ຍອມຮັບ​ເອົາຄໍາ​ຮຽກຮ້ອງ​ຂອງ​ລັດຖະບານ​ແລະ​ທະຫານ​ ທີ່ໃຫ້​ພາກັນ​ຢຸດເຊົາ​ປະ​ທ້ວງ​ນັ້ນ.

ພວກ​ນັກ​ເຄື່ອນ​ໄຫວ​ຫລາຍ​ຄົນ​ພາກັນ​ນອນ​ຄ້າງ​ຄືນ​ໃນ​ຈະຕຸ​ລັດ ໂດຍ​ພາກັນ​ປຸກຄ້າຍ​ຜ້າ​ຕັ້ງຂຶ້ນ​.

XS
SM
MD
LG