ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮອງປະທານາທິບໍດີອີຈິບ ພົບປະກັບພັກຝ່າຍຄ້ານ ທີ່ໃຫຍ່ທີ່ສຸດ


ຮອງປະທານາທິບໍດີ Omar SULEIMAN ແຫ່ງອີຈິບ
ຮອງປະທານາທິບໍດີ Omar SULEIMAN ແຫ່ງອີຈິບ

















ຮອງ​ປະທານາທິບໍດີ​ອີ​ຈິບ ກໍານົດ​ຈະ​ທໍາ​ການ​ພົບ​ປະ​ກັບ​ກຸ່ມ​ຝ່າຍ​ຄ້ານ​ໃຫຍ່ທີ່ສຸດ​ຂອງ​ປະ​ເທດ
ຄື ກຸ່ມ​ພະລາດອນພາບ​ມຸສລິ​ມ ຫລື Muslim Brotherhood ​ໃນ​ວັນ​ອາທິດ​ມື້​ນີ້ ​ອັນ​ເປັນ​
ການພົບ​ປະ​ຫາລື​ທໍານອງ​ນີ້​ຄັ້ງທໍາ​ອິດ​ລະຫວ່າງ​ສອງ​ຝ່າຍ ນັບ​ແຕ່​ພວກ​ນັກ​ເຄື່ອນ​ໄຫວ​ຕໍ່
ຕ້ານລັດຖະບານ​ໄດ້​ເລີ່​ມທໍາ​ການ​ປະ​ທ້ວງ​ໃນ​ທົ່ວ​ປະ​ເທດ​ໃນ​ເດືອນ​ແລ້ວ​ນີ້.

ໂຄສົກ​ຂອງ​ກຸ່ມ​ພະລາດອນພາບ​ມຸສລິ​ມ​ເວົ້າ​ວ່າ ການ​ໂອ້​ລົມ​ສົນທະນາ​ກັນ​ກັບ​ຮອງ​ປະທາ
ນາທິບໍດີ Omar Suleiman ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້ຮູ້ວ່າ ຝ່າຍ​ລັດຖະບານມີ​ຄວາມ​ເຕັມ​ໃຈ​
ໜ້ອຍ​ຫລາຍສໍ່າ​ໃດໃນ​ການ​ທີ່ຈະຕອບ​ສະໜອງຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ
ຂອງ​ອີ​ຈິບນັ້ນ.

ຂະ​ບວນການ​ອິສລາມ​ໄດ້​ປະກອບສ່ວນ​ໃນ​ການ​ປະ​ທ້ວງ​ຢ່າງ​ຂະໜານ​ໃຫຍ່​ ທີ່​ໄດ້​ມີ​ຂຶ້ນໃນ
ທົ່ວອີ​ຈິບ​ໃນ​ທ້າຍ​ເດືອນ​ມັງກອນ​ຜ່ານ​ມາ​ນີ້ ​ໂດຍຮຽກຮ້ອງໃຫ້​ປະທານາທິບໍດີ Hosni Mu
barak ລາ​ອອກ​ຈາກ​ຕໍາແໜ່​ງ ຫລັງ​ຈາກທີ່​ປົກຄອງ​ປະ​ເທດ​ມາໄດ້ເກືອບ 30 ປີ​ແລ້ວ​ນັ້ນ.
ທ່ານ Mubarak ​ໄດ້​ຕອບ​ສະໜອງ​ຕໍ່​ພວກ​ປະ​ທ້ວງ​ໂດຍ​ໃຫ້​ຄໍາ​ໝັ້ນ​ສັນຍາວ່າ ຈະລາ​ອອກ
ຈາກ​ຕໍາ​ແໜ່​ງຫລັງ​ຈາກ​ການ​ເລືອກ​ຕັ້ງ​ປະທານາທິບໍດີ ທີ່​ກໍານົດ​ຈະ​ມີ​ຂຶ້ນໃນ​ເດືອນ​ກັນຍາ​ປີ
ນີ້.

ໃນຮ່ອງຮອຍ​ທີ່ເຫັນ​ໄດ້​ຢ່າງຈະ​ແຈ້ງ​ອີກ​ອັນ​ນຶ່ງວ່າ ​ເປັນ​ການຍິນ​ຍອມຕໍ່​ພວກ​ປະ​ທ້ວງນັ້ນ
ພວກສະມາຊິກ​ຂອງຄະນະ​ກໍາມາ​ທິການບໍລິຫານ​ຂອງ​ພັກ​ປະຊາທິປະໄຕ​ແຫ່ງ​ຊາດທີ່​ປົກ
ຄອງ​ປະ​ເທດ​ໃນ​ປັດຈຸ​ບັນ​ໄດ້​ພາກັນລາ​ອອກ​ຈາກ​ຕໍາ​ແໜ່​ງ​ໃນ​ວັນ​ເສົາວານ​ນີ້ ຮວມທັງ​ທ່ານ
Gamal ລູກ​ຊາຍຂອງ​ທ່ານ Mubarak ນໍາ.

ແຕ່​ປະທານາທິບໍດີ​ຂອງ​ອີ​ຈິບ ​ຍັງ​ເປັນ​ຫົວໜ້າ​ພັກ​ຢູ່.

ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງ​ອີ​ຈິບກ່າວ​ວ່າ ພັກໄດ້​ແຕ່ງ​ຕັ້ງທ່າ​ນ Hossam Badrawi ​ເປັນ
ເລຂາທິການຄົນ​ໃໝ່ຂອງ​ພັກ ຂຶ້ນ​ແທນ​ທ່ານ Safwat el-Sharif. ພວກ​ປະຊາຊົນ​ຂອງ​
ອີ​ຈິ​ບາງ​ຄົນ​ຖື​ວ່າທ່ານ Badrawi ​ເປັນ​ນັກ​ປະຕິ​ຮູບ.

ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ທີ່​ໄດ້​ພາກັນ​ໂຮມ​ຊຸມນຸມ​ກັນ​ເຕັມ​ຢູ່​ໃນຈັດ​ຕຸ​ລັດ Tahrir
ໃນ​ກຸງໄຄ​ໂຣ ມາ​ໄດ້​ອາທິດ​ປາຍ​ນັ້ນ ​ບໍ່ຖື​ວ່າການ​ລາ​ອອກຂອງ​ພວກ​ສະມາຊິກ​ພັກ​ປະຊາ
ທິປະ​ໄຕ​ແຫ່ງຊາດ​ເປັນ​ເລື້ອງ​ທີ່​ສໍາຄັນ ໂດຍ​ກ່າວ​ວ່າ ​ບໍ່​ມີ​ຄວາມ​ໝາຍ​ຫຍັງໝົດ.

XS
SM
MD
LG