ພວກຕໍາຫລວດໄດ້ອອກໄປປະຈໍາການຄືນໃໝ່ແລ້ວ ຢູ່ໃນ
ທົ່ວອີຈິບ 2 ມື້ຫລັງຈາກໄດ້ຖອນໂຕອອກ ຫລັງຈາກການ ປະທະກັນຢ່າງຮຸນແຮງກັບພວກປະທ້ວງ.
ແຫລ່ງຂ່າວດ້ານຄວາມປອດໄພກ່າວວ່າ ພວກຕໍາຫລວດກໍາລັງກັບຄືນໄປປະຕິບັດໜ້າທີ່
ຕາມເຄີຍ ໂດຍໄດ້ຮັບຄໍາສັ່ງບໍ່ໃຫ້ປະເຊີນຫນ້າກັບພວກປະທ້ວງ. ໃນຂະນະດຽວກັນພວກ
ທະຫານຂອງອີຈິບ ກໍສືບຕໍ່ການມີໜ້າຂອງຕົນເພີ້ມຂຶ້ນອີກ.
ພວກທະຫານໄດ້ມີໜ້າຢ່າງໜາແໜ້ນຢູ່ໃນນະຄອນຫລວງໄຄໂຣ ໂດຍ ມີລົດຖັງຍາມຢູ່
ຕາມທະນາຄານ ຕຶກອາຄານຕ່າງໆຂອງລັດຖະບານ ແລະສໍານັກງານໃຫຍ່ຂອງກະຊວງ
ພາຍໃນ.
ໃນຕອນແລງວັນອາທິດວານນີ້ ພວກປະທ້ວງໃນທົ່ວປະເທດໄດ້ພາກັນທ້າທາຍຕໍ່ການສັ່ງ
ຫ້າມຜູ້ຄົນສັນຈອນໄປມາໃນຍາມກາງຄືນ ອອກມາປະທ້ວງເປັນຄືນທີ 3 ລຽນຕິດ ເພື່ອ
ຮຽກຮ້ອງໃຫ້ປະທານາທິບໍດີ Hosni Mubarak ລາອອກຈາກຕໍາແໜ່ງ ຫລັງຈາກໄດ້ຄອງ
ອໍານາດ ມາໄດ້ເກືອບ 30 ປີນັ້ນ. ມີປະຊາຊົນ ຫລາຍກວ່າ 100 ຄົນໄດ້ເສຍຊີວິດໃນລະ
ຫວ່າງການປະທ້ວງຢ່າງຮຸນແຮງ ຕັ້ງແຕ່ວັນອົງຄານແລ້ວນີ້ ເປັນຕົ້ນມາ.
ການລຸກຮືຂຶ້ນໃນອີຈິບ ຊຶ່ງໄດ້ເລີ້ມຂຶ້ນແບບບໍ່ມີການກະກຽມລ່ວງໜ້າໃນລະດັບຂະບວນ
ການທ້ອງຖິ່ນ ແຕ່ໄດ້ກ້າວຂຶ້ນມາເຖິງຂັ້ນມີການຈັດແຈງກັນຢ່າງເອົາຈິງເອົາຈັງໃນວັນອາ
ທິດ ເວລາກຸ່ມຝ່າຍຄ້ານກຸ່ມໃຫຍ່ທີ່ສຸດໃນປະເທດ ຄືກຸ່ມ Muslim Brotherhood ຫລືພະ
ລາດອນພາບມຸສະລິມ ທີ່ຜິດກົດໝາຍນັ້ນ ປະກາດໃຫ້ການສະໜັບສະໜຸນແກ່ຜູ້ສົ່ງເສີມລະ
ບອບປະຊາທິປະໄຕທີ່ມີຊື່ສຽງທີ່ສຸດໃນອີຈິບ ກໍຄືທ່ານ Mohamad ElBaradei ອະດີດ
ຫົວໜ້າດ້ານນີວເຄລຍຂອງສະຫະປະຊາຊາດນັ້ນ.
ກຸ່ມປະສົມຝ່າຍຄ້ານທີ່ຫາກໍຈັດຕັ້ງກັນຂຶ້ນມາໃໝ່ໆ ທີ່ຮວມທັງປະບວນການອີສລາມ ໄດ້
ຮຽກຮ້ອງໃຫ້ທ່ານ ElBaradei ຈັດຕັ້ງລັດຖະບານສາມັກຄີຊາດຂຶ້ນແລະໃຫ້ຕິດຕໍ່ພົວພັນ
ກັບພວກທະຫານຂອງອີຈິບນັ້ນ.