ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະຊາຊົນອີຈິບສືບຕໍ່ ທໍາການປະທ້ວງ ເປັນມື້ທີ 6


ພວກປະທ້ວງຂີ່ລົກຈັກ ໃນອີຈິບ
ພວກປະທ້ວງຂີ່ລົກຈັກ ໃນອີຈິບ

ພວກ​ປະ​ທ້ວງ​ໄດ້​ເລີ້ມ​ພາກັນ​ໄປເຕົ້າ​ໂຮມ​ກັນ​ຕາມ​ຖະໜົນ
ຫົນທາງ​ສາຍ​ຕ່າງໆ​ໃນກຸງ​ໄຄ​ໂຣ​ແລະ​ໃນ​ເມືອງ Alexan-
dria ​ອີກ​ໃນ​ມື້​ນີ້ ເປັນ​ມື້​ທີ 6 ຂອງ​ການ​ປະ​ທ້ວງຂອງຊາວ
ອີຈິບ​ ຕໍ່ຕ້ານ​ການ​ປົກຄອງ​ຂອງ​ປະທາ ນາທິບໍດີ Hosni
Mubarak.

ພວກ​ທະຫານ​ໄດ້​ໄປ​ມີໜ້າ​ຢູ່​ຕາມ​ຖະໜົນ​ຫົນທາງ​ສາຍ​
ຕ່າງໆ​ຢາ​ງໜາ​ແໜ້ນ ​ເພື່ຶອປ້ອງ​ກັນ​ບໍ່​ໃຫ້​ເກີດເຫດ​ການ
ຮຸນ​ແຮງ ​ທີ່​ໄດ້​ເອົາ​ຊີວິດ​ປະຊາ ຊົນ​ໄປ​ແລ້ວຫລາຍ​ກວ່າ
100 ຄົນ​ນັບ​ແຕ່​ວັນ​ອັງຄານ​ສັບປະດາ​ແລ້ວ​ນີ້ເປັນ​ຕົ້ນ​ມາ.

ສື່​ມວນ​ຊົນ​ທາງ​ການຂອງ​ອີຈິບ ກ່າວ​ວ່າ ລັດຖະບານ​ໄດ້​ອອກ​ຄໍາ​ສັ່ງ​ໃຫ້​ອັດຫ້ອງການ​ຕາໜ່າງ​ໂທລະພາບ Al Jazeera ທີ່ກຸງ​ໄຄ​ໂຣ ຊຶ່ງ​ໄດ້​ລາຍງານ​ຂ່າວ​ ​ຢ່າງ​ຫລວງຫລາຍ​ກ່ຽວ​ກັບ​ຄວາມ​ວຸ້ນວາຍ​ທີ່ເກີດ​ຂຶ້ນ​ນັ້ນ. Al Jazeera ກ່າວ​ວ່າ ການ​ເຄື່ອນ​ໄຫວດັ່ງກ່າວ​ແມ່ນ​ມີວັດຖຸ​ປະສົງ ​ເພື່ອ​ຍັບ​ຍັ້ງ​ແລະ​ປາບ​ປາມ​ການ​ລາຍ​ງານ​ຂ່າວ​ຢ່າງ​ເສລີ​ແລະເປີດເຜີຍ​ນັ້ນ.

ການ​ປະ​ທ້ວງ​ແມ່ນ​ພົວພັບ​ກັບ​ປະຊາຊົນ ຫລາຍ​ໝື່ນ​ຄົນທີ່​ພາກັນເດີນ​ຂະ​ບວນປະ​ທ້ວງ​ໃນ​ຫົວ​ເມືອງ​ໃຫຍ່ໆ​ຂອງອີຈິບ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາ ຊົນ​ປະມານ 1 ພັນ​ຄົນ ​ໄດ້​ຮັບ​ບາດ​ເຈັບ​ໄປ​ແລ້ວ​ນັ້ນ.

ໃນ​ເຫດ​ການ​ຜັນ​ຂະ​ຫຍາ​ຍອີກ​ອັນ​ນຶ່ງນັ້ນ ມີ​ລາຍ​ງານ​ວ່າ ພວກ​ນັກ​ໂທດ​ຫລາຍ​ພັນ​ຄົນ​ ໄດ້​ແຕກ​ໜີອອກ​ຈາກ​ຄຸກ​ຢ່າງ​ນ້ອຍແຫ່ງ​ນຶ່ງ​ໃນລະຫວ່າງ ເກີດ​ຄວາມວຸ້ນ​ວາຍກັນ​ຢູ່​ນີ້.

ໃນ​ວັນ​ເສົາ​ວານ​ນີ້ ທ່ານ Mubarak ​ໄດ້​ແຕ່ງ​ຕັ້ງທ່າ​ນ Omar Sulei-man ຫົວໜ້າ​ຝ່າຍ​ສືບ​ລັບ ​ໃຫ້​ເປັນ​ຮອງ​ປະທານາທິບໍດີ ຊຶ່ງຕໍາ​ແໜ່​ງດັ່ງກ່າວ​ໄດ້​ຫວ່າງ​ເປົ່າ​ມາ​ເປັນ​ເວລາ 30 ປີ​.

XS
SM
MD
LG