ກຸ່ມຝ່າຍຄ້ານໃນອີຈິບກຸ່ມນຶ່ງໄດ້ຮຽກຮ້ອງໃຫ້ມີການປະທ້ວງເປັນມື້ທີສອງຂຶ້ນໃນກຸງ Cairo ໃນເວລາພຽງບໍ່ເທົ່າໃດຊົ່ວໂມງ ຫລັງຈາກຕໍາຫລວດຍິງແກສນໍ້າຕາແລະທຸບຕີພວກປະທ້ວງຕໍ່ຕ້ານລັດຖະບານຈໍານວນນຶ່ງ ເພື່ອຂັບໄລ່ພວກປະທ້ວງໃຫ້ອອກໄປຈາກຈັດຕຸລັດແຫ່ງນຶ່ງໃນໃຈກາງເມືອງນັ້ນ.
ຂະບວນການຊາວໜຸ່ມວັນທີ 6 ເມສາ ຫລື The 6th of April Youth Move-ment ໃຊ້ໜ້າ Facebook ໃນຄອມພີວເຕີຊັກຊວນໃຫ້ພວກປະທ້ວງສືບຕໍ່ທໍາການປະທ້ວງຕໍ່ໄປໃນວັນພຸດມື້ນີ້ ຫລັງຈາກການປະທ້ວງຄັ້ງໃຫຍ່ທີ່ສຸດໃນຮອບຫລາຍປີຜ່ານມາໃນມື້ວານນີ້ ຕໍ່ຕ້ານປະທານາທິບໍດີ Hosni Mubarak ທີ່ໄດ້ປົກຄອງປະເທດມາເປັນເວລາຫລາຍທົດສະວັດນັ້ນ.
ກະຊວງພາຍໃນຂອງອີຈິບກ່າວໃນວັນພຸດມື້ນີ້ວ່າ ຈະບໍ່ອະນຸຍາດໃຫ້ມີການເດີນຂະບວນປະທ້ວງອີກຄັ້ງໃໝ່ ແລະເຕືອນວ່າ ພວກປະທ້ວງຈະຖືກດໍາເນີນຄະດີຕາມກົດໝາຍ.
ພວກປະທ້ວງທີ່ພາກັນແກວ່ງກ້ອນຫິນໃສ່ຕໍາຫລວດ ໄດ້ຄອບຄອງຈະຕຸລັດ Tahrir ໃນກຸງ Cairo ເປັນເວລາຫລາຍຊົ່ວໂມງໃນວັນອັງຄານວານນີ້ ແລະພາກັນຕ້ານຢັນຄວາມພະຍາ
ຍາມຂອງຕໍາຫລວດທີ່ໃຊ້ແກສນໍ້າຕາແລະປືນສີດນໍ້າເພື່ອຂັບໄລ່ພວກເຂົາເຈົ້າອອກໄປຈາກຈະຕຸລັດນັ້ນ. ນອກນີ້ ຍັງມີປະຊາຊົນຫລາຍພັນຄົນພາກັນທໍາການປະທ້ວງໃນເມືອງ Alexandria ແລະ ມີລາຍງານວ່າ ມີການເດີນຂະບວນປະທ້ວງ ລາຍໃຫຍ່ໆໃນຫົວເມືອງຕ່າງໆ ຮວມທັງເມືອງ Mansoura ແລະເມືອງ Mahalla al-Kobra ນໍາ.