ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພວກນັກເຄື່ອນໄຫວ ສືບຕໍ່ການປະທ້ວງ ໃນອີຈິບ (ເບິ່ງວີດີໂອກັບສະໄລດ໌)


ພວກນັກເຄື່ອນໄຫວ ສືບຕໍ່ການປະທ້ວງ ໃນອີຈິບ (ເບິ່ງວີດີໂອກັບສະໄລດ໌)
ພວກນັກເຄື່ອນໄຫວ ສືບຕໍ່ການປະທ້ວງ ໃນອີຈິບ (ເບິ່ງວີດີໂອກັບສະໄລດ໌)

ເບິ່ງວີດີໂອກ່ຽວກັບການປະທ້ວງ:

ບັນດາ​ນັກ​ເຄື່ອນ​ໄຫວ​ອີ​ຈິບ​ຮຽກຮ້ອງ​ໃຫ້​ມີ​ການ​ປະ​ທ້ວງ​ຄັ້ງ​ໃຫຍ່​ໃນ​ວັນ​ອັງຄານ​ມື້​ນີ້ ​ເພື່ອ​ທວງ
ໃຫ້​ພວກທະຫານທີ່ປົກຄອງປະ​ເທດໂອນອໍ​ານາດໃຫ້​ພວກ​ເຈົ້າ​ໜ້າ​ທີ່​ພົນລະ​ເຮືອນ​ໃນ​ຂະນະ
ທີ່​ຄວາມ​ບໍ່​ແນ່ນອນເພີ່ມທະວີ​ຂຶ້ນ ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ຊຶ່ງ​ກໍານົດ​ຈະເລີ້ມ
ຂຶ້ນໃນ​ສັບປະດາ​ໜ້ານີ້.

ຄາດ​ວ່າ ການ​ປະ​ທ້ວງໃນ​ມື້​ນີ້​ຈະ​ເປັນ​ຄັ້ງ​ໃຫຍ່​ທີ່​ສຸດ ນັບ​ແຕ່​ປະຊາຊົນ​ອີ​ຈິບ​ຫລາຍ​ຮ້ອຍ​ພັນ
ຄົນພາກັນ​ເລີ້ມ​ທໍາ​ການ​ເດີນ​ຂະ​ບວນປະ​ທ້ວງ​ໃນ​ເດືອນ​ກຸມພາເພື່ອ​ບັງຄັບ​ໃຫ້​ອະດີດ​ປະທາ
ນາທິບໍດີ Hosni Mubarak ລາ​ອອກ​ຈາກ​ອໍານາດ ​ໃນ​ການ​ປະຕິວັດ​ທີ່​ສັ່ນ​ສະ​ເທືອ​ນ​ໄປທົ່ວ
​ໂລກ​ອາຫຣັບ​ນັ້ນ.

ໃນ​ຂ່າວທີ່​ອອກ​ທາງໜ້າ​ເຄືອ​ຂ່າຍ​ສັງຄົມ Facebook ທີ່​ຄົນ​ນິຍົມ​ກັນ​ຫລາຍ​ນັ້ນ ພວກ​ກຸ່ມ
ປະສົມ​ຂອງ​ຊາວ​ໜຸ່ມປະຕິວັດ​ ກໍໄດ້​ຮຽກຮ້ອງ​ໃຫ້​ຄະນະ​ລັດຖະບານ​ພົນລະ​ເຮືອນຂອງນາ
ຍົກລັດຖະມົນຕີ Essam Sharaf ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໂດຍທັນທີ ​ແລະ​ໃຫ້​ຈັດ​ຕັ້ງ​ຄະ
ນະ​ລັດຖະບານ​ສາ​ມັກ​ຄີ​ຊາດ​ຂຶ້ນ. ​ໃນ​ວັນ​ຈັນ​ວານ​ນີ້ ຄະນະ​ລັດຖະບານ​ໄດ້​ສະເໜີ​ທີ່​ຈະລາ
ອອກ ​ແຕ່​ກໍກ່າວ​ວ່າ ຈະ​ສືບ​ຕໍ່​ປະຕິ​ບັດ​ໜ້າ​ທີ່​ຂອງ​ຕົນ​ຕໍ່​ໄປ ຈົນ​ຮອດ​ເວລາ​ໃດ​ສະພາ​ປົກ
ຄອງ​ທະຫານ​ຕັດສິນ​ໃຈ​ວ່າ​ຈະ​ຮັບ​ເອົາ​ການ​ລາ​ອອກ​ຂອງ​ຄະນະລັດຖະບານ​ຫລື​ບໍ່.

XS
SM
MD
LG