ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານມູບາຣັກຈະບໍ່ສະມັກ ເປັນປະທານາທິບໍດີຕື່ມອີກ


ປະທານາທິບໍດີ Mubarak ແຫ່ງອີຈິບ ກ່າວປາໄສທາງໂທລະພາບ
ໃນຄືນວັນອັງຄານ ວັນທີ 1 ກຸມພາ 2011
ປະທານາທິບໍດີ Mubarak ແຫ່ງອີຈິບ ກ່າວປາໄສທາງໂທລະພາບ ໃນຄືນວັນອັງຄານ ວັນທີ 1 ກຸມພາ 2011

ພວກ​ປະ​ທ້ວງ​ໃນ​ອີ​ຈິບຍັງ​ສືບ​ຕໍ່ຮຽກຮ້ອງ​ ​ໃຫ້​ປະທາ​ນາທີ​ບໍດີ
Hosni Mubarak ລາ​ອອກ​ຈາກ​ຕໍາ​ແໜ່​ງ ​ເຖິງ​ແມ່ນ​ຜູ້​ນໍາ
ພາປະ​ເທດ​ທີ່​ກໍາລັງ ປະ​ເຊີນ​ກັບ​ບັນຫາໜັກ ໄດ້ປະກາດ​
ອອກ​ມາ​ແລ້ວ​ກໍ​ຕາມວ່າ ທ່ານ​ຈະ​ບໍ່​ສະໝັກເປັນ​ປະທານາ
ທິບໍດີ​ຕື່ມ​ອີກ​ໃນ​ການເລືອກ​ຕັ້ງເດືອນ​ກັນຍາ​ປີ​ນີ້.

ພວກ​ປະ​ທ້ວງ​ຈໍານວນ​ຫລາຍ​ຮ້ອຍ​ຄົນ​ ຍັງ​ທໍາ​ການ​ປະ​ທ້ວງ​ຢູ່​ຕໍ່​ມາ​ໃນ​ວັນ​ພຸດ​ມື້​ນີ້​ ທີ່​ຈັດ​ຕຸ​ລັດ Tahrir ​ໃນ​ກຸງ​ໄຄ​ໂຣ ບ່ອນ​ທີ່​ພວກ​ປະ​ທ້ວງ​ປະມານ 250 ພັນ​ຄົນ​ ​ໄດ້​ໂຮມ​ຊຸມ
ນຸມ​ກັນ​ໃນ​ມື້ກ່ອນ ທວງ​ໃຫ້ທ່ານ Mubarak ລາ​ອອກ​ຈາກ​ຕໍາ​ແໜ່​ງ​ໂດຍ​ທັນທີ​.

ປະຊາຊົນອີກ​ຫລາຍ​ຮ້ອຍ​ຄົນ​ໄດ້​ພາກັນ​ທໍາ​ການ​ປະ​ທ້ວງ​ເຊ່ນ​ກັນ​ໃນ​ນະຄອນຫລວງ​ ໃນ​ວັນ​ພຸດ​ມື້​ນີ້ ​ເພື່ອ​ສະ​ແດງການ​ສະໜັບສະໜຸນຕໍ່​ທ່ານ Mubarak.

ທະຫານ​ອີ​ຈິບ​ອອກ​ຖະ​ແຫລ​ງການ​ສະບັບ​ນຶ່ງ​ໃນ​ວັນ​ພຸດ​ມື້​ນີ້ ຮຽກຮ້ອງ​ໃຫ້​ພວກ​ປະ​ທ້ວງ​ໃຫ້​ພາກັນກັບ​ຄືນ​ໄປ​ດໍາລົງ​ຊີວິດ​ປົກກະຕິ​ຂອງ​ເຂົາ​ເຈົ້າຕໍ່​ໄປ ​ໂດຍ​ກ່າວ​ວ່າ ​ທາງ​ການໄດ້​ຮັບ​ຮູ້ສານ​ຂອງ​ເຂົາ​ເຈົ້າ​ແລ້ວ.

ທ່ານ Mubarak ​ໄດ້​ຖະ​ແຫລ​ງ​ທາງ​ໂທລະພາບ​ແຫ່ງ​ຊາດ​ໃນ​ຄືນ​ວັນ​ອັງຄານວານນີ້​ວ່າ ທ່ານ​ໄດ້​ໃຊ້​ຊີວິດ​ຂອງ​ທ່ານ​ຮັບ​ໃຊ້​ອີ​ຈິບ​ແລະປະຊາຊົນ​ຂອງ​ອີ​ຈິບ ຢ່າງ​ອິດເມື່ອຍລ້າ​ມາ​ຕະຫລອດ​ຊີ​ວິດ ​ແຕ່​ບໍ່​ໄດ້​ໃຫ້​ຮ່ອງຮອຍ​ໃດໆ​ວ່າ ທ່ານ​ວາງ​ແຜນ​ຈະລາ​ອອກຈາກ​ຕໍາ​ແໜ່​ງ ຫລື​ໜີ​ຈາກ​ປະ​ເທດ​ໄປ ​ແຕ່ກ່າວ​ວ່າ ທ່ານ​ຈະປະຕິບັດງານ​ ​ແຕ່​ນີ້ຕໍ່​ໄປ​ຈົນ​ໝົດ​ສະ​ໄໝການ​ດໍາລົງ​ຕໍາ​ແໜ່​ງຂອງ​ທ່ານ​ ເພື່ອ​ໂອນອໍານາດ​ຢ່າງ​ສັນຕິ​ນັ້ນ.

ຄໍາ​ປະກາດ​ຂອງ​ຜູ້​ນໍາ​ອີ​ຈິບ​ໄດ້​ກະ​ຕຸ້ນ​ໃຫ້​ເກີດ​ຄວາມ​ໂກດ​ແຄ້ນ​ຂຶ້ນ​ມາໂດຍ​ທັນທີ ຈາກ​ຊາວ​ອີ​ຈິບ​ຫລາຍແສນ​ຄົນ​ທີ່​ໄດ້​ພາກັນ​ທໍາ​ການປະ​ທ້ວງ​ຕາມ​ຖະໜົນ​ຫົນທາງ​ສາຍ​ຕ່າງໆ​ຢ່າງ​ສັນຕິໃນ​ທົ່ວ​ປະ​ເທດນັ້ນ.

ໃນ​ເວລາ​ບໍ່​ດົນ​ຫລັງ​ຈາກ​ທ່ານ Mubarak ກ່າວ​ປາ​ໄສ​ ​ໄດ້​ເກີດ​ການ​ປະ​ທະ​ກັນລະຫວ່າງ​ພວກ​ປະ​ທ້ວງ​ແລະ​ພວກ​ສະໜັບສະໜຸນ​ລັດຖະບານ​ໃນ​ເມືອງ​ທ່າ​ກໍາ​ປັ່ນ​ Alexandria ໃນ​ພາກ​ເໜືອ​ຂອງ​ປະ​ເທດ ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ຢ່າງ​ນ້ອຍ 12 ຄົນ​ໄດ້ຮັບ​ບາດ​ເຈັບ. ພວກ​ທີ່​ເຫັນ​ເຫດການ ລາຍ​ງານ​ເຊ່ນ​ກັນ​ວ່າ ມີ​ຄວາມ​ວຸ້ນ​ວາຍເກີດ​ຂຶ້ນ​ໃນ​ທໍານອງ​ດຽວ​ກັນ​ໃນ​ເຂດ​ຄອງ Suez ​ແລະ​ຫົວ​ເມືອງ​ອຶ່ນໆ​ ທາງ​ທິດ​ຕາ​ເວັນ​ອອກ​ຂອງ​ກຸງ​ໄຄ​ໂຣ.

XS
SM
MD
LG