ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກປຸກລະດົມການປະຕິຮູບ ຄົນສໍາຄັນຂອງອີຈິບ ຈະກັບຄືນປະເທດ


ທ່ານ Mohamed El Baradei ອະດີດຜູ້ອໍານວຍໃຫຍ່ຂອງອົງການ
ພະລັງປະລາມະນູສາກົນ ຫລື IAEA ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບຖະແຫລງຕໍ່ພວກນັກຂ່າວ ກ່ອນໜ້າທີ່ທ່ານຈະບິນ
ໄປຍັງນະຄອນ Cairo ຈາກເດີ່ນບິນ Schwechat ຂອງນະຄອນ
ວຽນນາ, ປະເທດ Austria ໃນວັນພະຫັດ ທີ 27 ມັງກອນ, 2011 (R
ທ່ານ Mohamed El Baradei ອະດີດຜູ້ອໍານວຍໃຫຍ່ຂອງອົງການ ພະລັງປະລາມະນູສາກົນ ຫລື IAEA ທີ່ໄດ້ຮັບລາງວັນໂນແບລ ຂະແໜງສັນຕິພາບຖະແຫລງຕໍ່ພວກນັກຂ່າວ ກ່ອນໜ້າທີ່ທ່ານຈະບິນ ໄປຍັງນະຄອນ Cairo ຈາກເດີ່ນບິນ Schwechat ຂອງນະຄອນ ວຽນນາ, ປະເທດ Austria ໃນວັນພະຫັດ ທີ 27 ມັງກອນ, 2011 (R

ນັກ​ປຸກລະດົ​ມເພື່ອການ​ປະຕິຮູບຄົນສຳຄັນ​ຂອງອີ​ຈິບມີ​ແຜນ​ທີ່​ຈະ​ກັບ​ຄືນ​ໄປ​ຍັງອີ​ຈິບ​ ​ໃນ​
ຂະນະ​ທີ່ພວກ​ນັກ​ເຄື່ອ​ນໄຫວຕ້ານ​ລັດຖະບານ​ວາງ​ແຜນ​ທີ່​ຈະໂຮມຊຸມນຸມ​ກັນ​ ໃນ​ນະຄອນ
ຫລວງ​ຂອງ​ປະ​ເທດ​.

ທ່ານ Mohamed El Baradei ອະດີດຫົວໜ້າອົງກອນ​ວ່າ​ດ້ວຍ​ນີວ​ເຄລຍຂອງສະຫະ​ປະ
ຊາ​ຊາດ ຄາດວ່າ​ຈະ​ກັບ​ຄືນ​ໄປ​ຍັງ​ອີ​ຈິບໃນ​ວັນ​ພະຫັດມື້ນີ້ ​ເພື່ອ​ຈະ​ໄປ​ເຂົ້າຮ່ວມການ​ເດີ​ນ
ຂະ​ບວນປະ​ທ້ວງ​ຕໍ່ຕ້ານການ​ປົກຄອງມາ​ເປັນ​ເວລາ 30 ປີ ຂອງປະທານາທິບໍດີ Hosni
Mubarak ນັ້ນ.

ພວກ​ນັກ​ເຄື່ອ​ນ​ໄຫວ​ໄດ້ໃຊ້ພວກ​ເວັບ​ໄຊ໌ ທີ່​ເປັນ​ສື່ທາງ​ສັງຄົມເພື່ອຮຽກຮ້ອງ​ໃຫ້​ມີ​ການປະ
ທ້ວງ​ຄັ້ງໃຫຍ່ຢູ່​ນະຄອນຫລວງ Cairo ​ໃ​ນມື້ວັນ​ສຸກມື້ອື່ນ.

ໃນ​ວັນ​ພຸດ​ວານ​ນີ້, ຕຳຫລວດຮັກສາ​ຄວາມ​ສະຫງົບໄດ້​ປະ​ທະ​ກັນກັບ​ພວກເດີນ​ຂະ​ບວນປະ
ທ້ວງຫລາຍພັນຄົນ​ເປັນມື້ທີ​ສອງ​ລຽນຕິດ​ໂດຍ​ໄດ້​ຍິງລູກປືນ​ຢາງ ​ແລະ​ໃຊ້​ລະ​ເບີດ​ນໍ້າຕາ
ແລະ​ໄມ້ຄ້ອນ​ ປາບ​ພວກ​ປະ​ທ້ວງ ທີ່ໄດ້​ທ້າ​ທາຍ​ການ​ຫ້າມເດີນ​ຂະ​ບວນປະ​ທ້ວງຂອງ​ລັດຖະ
ບານນັ້ນ.

ຢ່າງໜ້ອຍມີ 4 ຄົນ​ເສຍ​ຊີວິດ​ໃນ​ການ​ປະ​ທ້ວງ​ເປັນ​ເວລາ 2 ວັນ ດັ່ງກ່າວນີ້.

XS
SM
MD
LG