ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນຫລາຍໝື່ນຄົນ ໂຮມຊຸມນຸມກັນອີກ ໃນກຸງໄຄໂຣ


ການປະທ້ວງຕໍ່ຕ້ານປະທານາທິບໍດີ Mubarak ທີ່ອີຈິບ
ວັນທີ 1 ກຸມພາ 2011.
ການປະທ້ວງຕໍ່ຕ້ານປະທານາທິບໍດີ Mubarak ທີ່ອີຈິບ ວັນທີ 1 ກຸມພາ 2011.


















ປະຊາຊົນ​ຫລາຍ​ໝື່ນ​ຄົນ​ພາ​ກັນ​ໄປ​ໂຮມ​ຊຸມນຸມຢູ່​ໃນ​ໃຈ​ກາງ​ກຸງ​ໄຄ​ໂຣ ໃນ​ວັນ​ອັງຄານ​ມື້​ນີ້ ບ່ອນ​ທີ່​ພວກ​ປະ​ທ້ວງໄດ້ຮຽກຮ້ອງ​ໃຫ້​ປະຊາຊົນ​ 1 ລ້ານ​ຄົນ​ເຂົ້າ​ຮ່ວມ​ເດີນ​ຂະ​ບວນ ​ກົດ​ດັນ​ຄໍາຮຽກຮ້ອງ​ໃຫ້ປະທານາທິບໍດີ Hosni Mubarak ສະລະ​ອໍານາດ​ນັ້ນ.

ພວກ​ກໍາ​ລັງ​ກອງທັບ​ຍັງ​ຄົງ​ປະ​ຈໍາ​ການ​ຢູ່​ໃນ​ທົ່ວ​ນະຄອນຫລວງ ​ແຕ່​ບໍ່​ໄດ້​ເຂົ້າ​ແຊກ​ແຊງ​ກັບ​ພວກ​ທີ່​ໄປໂຮມ​ຊຸມນຸມເພື່ອ​ທໍາ​ການປະ​ທ້ວງ​ດັ່ງກ່າວ. ທາງ​ກອງທັບ​ໄດ້​ປະກາດ​ກ່ອນ​ໜ້າ​ນີ້​ວ່າ ຕົນ​ຮັບ​ຮູ້ຄໍາ​ຮຽກຮ້ອງ​ທີ່​ຖືກຕ້ອງ​ຊອບທໍາ​ຕ່າງໆ​ຂອງ​ປະຊາຊົນ​ອີຈິບ ​ແລະ​ໃຫ້​ຄໍາ​ໝັ້ນ​ສັນຍາ​ ວ່າ​ຈະ​ບໍ່ຍິງ​ປືນ​ໃສ່​ພວກ​ປະ​ທ້ວງ.ໄດ້​ມີ​ການວາງ​ແຜນ​ສໍາ​ລັບການ​ປະ​ທ້ວງ​ຂະໜານໃຫຍ່ແຫ່ງທີ​ສອງ​ອີກໃນ​ວັນ​ອັງຄານ​ມື້​ນີ້ ທີ່​ເມືອງ​ທ່າ​ເຮືອ Alexandria ​ໃນ​ພາກ​ເໜືອ​ຂອງ​ປະ​ເທດ.

ການ​ບໍລິການ​ລົດ​ໄຟ​ແຫ່ງ​ຊາດ​ໄດ້​ຖືກ​ລົບ​ລ້າງ​ໄປ​ເປັນ​ມື້​ທີ​ສອງ ​ແລະ​ພວກ​ຖະໜົນຫົນທາງ​ສາຍ​ຕ່າງໆ​ທີ່​ເນ່ງ​ໃສ່​ກຸງ​ໄຄ​ໂຣ ​ໄດ້​ຖືກ​ຕັນ​ໄວ້ໃນການ​ສືບ​ຕໍ່ອັນ​ທີ່​ບາງ​ຄົນ​ຖື​ວ່າ ​ເປັນຄວາມ​ພະຍາຍາມ​ຂອງ​ທາງ​ການ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຊາວບ້ານ​ຊາວ​ເມືອງ​ໃນ​ເຂດ​ຊົນນະບົດ ​ເຂົ້າໄປ​ຮ່ວມ​ໃນ​ການ​ປະ​ທ້ວງຢູ່​ໃນ​ເຂດ​ຕົວເມືອງ​ນັ້ນ.

ຮອງ​ປະທານາທິບໍດີ​ທີ່​ຫາ​ກໍ​ຖືກ​ແຕ່ງ​ຕັ້ງ​ໃໝ່​ຂອງອີຈິບ ກ່າວ​ວ່າ ທ່ານ Mubarak ​ໄດ້​ຂໍ​ຮ້ອງ​ໃຫ້​ທ່ານ​ເລີ້ມ​ທໍາ​ການ​ໂອ້​ລົມ​ສົນທະນາ​ໃນ​ທັນທີ​ກັບ​ກໍາລັງ​ດ້ານ​ການ​ເມືອງ​ທຸກ​ພັກ​ຝ່າຍ​ ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ລັດ ຖະທໍາ​ມະນູນ​ແລະ​ນິຕິບັນຍັດນັ້ນ. ທ່ານ Omar Suleiman ຊຶ່ງ​ເປັນ ​ເພື່ອ​ນທ່ີ​ໃກ້ຊິດ​ແລະ​ໄວ້​ໃຈ​ໄດ້​ຂອງ​ທ່ານ Mubarak ມາ​ເປັນ​ເວລາ​ດົນ​ນານ ​ບໍ່​ໄດ້​ເວົ້າ​ວ່າ ການ​ປ່ຽນ​ແປງ​ເຫລົ່າ​ນີ້​ຈະ​ມີ​ຫຍັງ​ແດ່ ຫລື​ວ່າ​ລັດຖະບານ​ຈະ​ຕິດ​ຕໍ່​ພົວພັນ​ກັບ​ກຸ່ມ​ໃດແດ່.

ໜັງສືພິມ The Wall Street Journal ​ລາຍ​ງານ​ວ່າ ບັນດາ​ພັກຝ່າຍ​ຄ້ານ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ບໍ່​ທໍາ​ການ​ເຈລະຈາ​ໃດໆ ຕາບ​ໃດ​ທີ່​ທ່ານ Mubarak ຍັງ​ຄອງ​ອໍານາດ​ຢູ່​ຕໍ່​ໄປ​.

XS
SM
MD
LG