ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ປະ​ທ້ວງ​ໃນ​ກຸງໄຄ​ໂຣ ​ຍັງທ້າທາຍ ທາງການທີ່ສັ່ງໃຫ້ ສະຫລາຍໂຕ (ວີດິໂອ/ສະໄລດ໌)


egypt
please wait
Embed

No media source currently available

0:00 0:00:51 0:00
ບັນດາ​ຜູ້​ສະໜັບສະໜູນ ປະທານາທິບໍດີ ທີ່​ຖືກ​ໄລ່​ອອກ ທ່ານ
Mohammed Morsi ຍັງ​ສືບ​ຕໍ່​ການ​ໂຮມ​ຊຸມນຸມ​ປະ​ທ້ວງ​ຂອງ​
ພວກ​ເຂົາ​ເຈົ້າ ​ ​ຮຽກຮ້ອງ​ໃຫ້ນໍາ ​ເອົາທ່ານ​ Morsi ກັບ​ຄືນ​ມາ
​ປະ​ຈໍາໜ້າ​ທີ່ ​ເຖິງ​ແມ່ນ​ວ່າ ລັດຖະບານ​ອາດ​ຈະ​ເຄື່ອນ​ກໍາລັງ ​
ເຂົ້າທັບ​ມ້າງຄ້າຍ​ປະ​ທ້ວງຂອງ​ພວກ​ເຂົາ​ເຈົ້າ ໃນ​ບໍ່​ຊ້າ​ນີ້ ​
ກໍ​ຕາມ.

​ຄ້າຍ​ຂອງ​ພວກ​ປະ​ທ້ວງ​ສອງ​ແຫ່ງ​ໃນ​ກຸງໄຄ​ໂຣ ​ໄດ້ເປັນ​ບ່ອນ
​ເຕົ້າ​ໂຮມກັນ​ມາ​ເປັນ​ເວລາ​ຫລາຍ​ອາທິດ​ແລ້ວ ສໍາລັບ​ໃຫ້​ພວກ​
ປະ​ທ້ວງ​ອອກປາກ​ອອກສຽງ​ຕໍ່ຕ້ານ​ການໂຄ່ນ​ລົ້ມ​ທ່ານ Morsi
​ໂດຍ​ກອງທັບ ​ໃນ​ວັນ​ທີ 3 ​ເດືອນ​ກໍລະ​ກົດ.

ບັນດາ​ຜູ້​ໄກ່​ເກ່ຍຕາ​ເວັນ​ຕົກ ​ແລະ​ອາຣັບ ​ພ້ອມ​ທັງສະມາຊິກອາວຸ​ໂສຈໍານວນ ນຶ່ງຂອງ​ລັດຖະບານອີ​ຈິບ ​ໄດ້​ພະຍາຍາມ​ເກ້​ຍກ່ອມ​ໃຫ້ ທະຫານຫລີກ​ລ່ຽງ​ການ​ໃຊ້​ກໍາລັງ ​ຂັບ​ໄລ່ພວກ​ປະ​ທ້ວງນັ້ນ ​ເພາະຢ້ານຈະ​ເກີດ​ຟື້ນ​ຄອງ​ໃໝ່​ຂອງ​ການ​ນອງ​ເລືອດ.

ພາບຄ້າຍຂອງພວກປະທ້ວງ ຢູ່ໄຄໂຣ:


ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ໃຫ້​ສັນຍານວ່າ ການ​ເຄື່ອນ​ໄຫວຕ້ານຄ້າຍ​ພວກ​ປະ​ທ້ວງ ​ອາດ​ຈະ​ເລີ້ມ​ໃນ​ວັນ​ຈັນມື້​ນີ້ກໍ​ໄດ້ຢ່າງ​ໄວ​ທີ່​ສຸດ ​ແຕ່ກໍ​ບໍ່​ເຫັນ​ມີ​ຮ່ອງ​ຮອຍ ການ​ເຄື່ອນ​ໄຫວໃດໆ​ ຂອງກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ໃນ​ຕອນ​ຕາ​ເວັນ​ຂຶ້ນ​ເຊົ້າ​ມື້​ນີ້.

ບັນດາ​ຜູ້​ນໍາ​ຊົ່ວຄາວ​ໄດ້​ເຕືອນ​ມາ​ຫລາຍ​ຄັ້ງ​ແລ້ວ​ວ່າ ຈະ​ທັບ​ມ້າງ​ບ່ອນ​ເຕົ້າ​ໂຮມ ຂອງ​ພວກ​ປະ​ທ້ວງ ຫລັງ​ຈາກບຸນ Eid al-Fitr ທີ່ໄດ້​ສິ້ນສຸດ​ລົງ​ໃນວັນ​ອາທິດ​ວານນີ້.

ພວກ​ປະ​ທ້ວງ​ກ່າວ​ວ່າ ​ເຂົາ​ເຈົ້າ ຈະ​ບໍ່​ໜີ​ຈາກ​ບ່ອນ​ເຕົ້າ​ໂຮມ​ຈົນ​ກວ່າ​ວ່າ ທ່ານ Morsi ກັບ​ຄືນ​ມາ​ຮັບ​ໜ້າ​ທີ່ຕາມ​ເດີມ.

XS
SM
MD
LG